ນູແວນເຊລັງ ຄາດວ່າ ປະຊາກອນເຊື້ອສາຍອາຊີ ຈະເພີ່ມຂຶ້ນ 33% ໃນປີ 2048

25/09/2025 17:17
Email Print 130
KPL ນູແວນເຊລັງ ຈະມີປະຊາກອນ ເຊື້ອສາຍອາຊີ ປະມານ 33% ໃນປີ 2048 ເພີ່ມຂຶ້ນຈາກ 19% ໃນປີ 2023 , ໂດຍຜູ້ທີ່ມີເຊື້ອສາຍ ຈີນ ຈະເພີ່ມຂຶ້ນ ຈາກ 6% ເປັນປະມານ 8% , ໃນຂະນະທີ່ ເຊື້ອສາຍ ອິນເດຍ ຈະເພີ່ມຂືຶ້ນຈາກ 7% ເປັນປະມານ 12%.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສຳນັກງານ ສະຖິຕິແຫ່ງຊາດ ນູແວນເຊລັງ ຄາດການຫລ້າສຸດວ່າ: ນູແວນເຊລັງ ຈະມີປະຊາກອນ ເຊື້ອສາຍອາຊີ ປະມານ 33% ໃນປີ 2048 ເພີ່ມຂຶ້ນຈາກ 19% ໃນປີ 2023 , ໂດຍຜູ້ທີ່ມີເຊື້ອສາຍ ຈີນ ຈະເພີ່ມຂຶ້ນ ຈາກ  6% ເປັນປະມານ 8% , ໃນຂະນະທີ່ ເຊື້ອສາຍ ອິນເດຍ ຈະເພີ່ມຂືຶ້ນຈາກ 7% ເປັນປະມານ 12%.

ນອກຈາກນີ້ ສຳນັກງານ ດັ່ງກ່າວ ຍັງຄາດວ່າ: ອັດຕາສ່ວນ ປະຊາກອນ ຂອງ ກຸ່ມເຊື້ອສາຍອຶ່ນໆເຊັ່ນ: ເມົາຣີ ປາຊີຟິກ ແລະ ຕາເວັນອອກກາງ , ອາເມລິກາລາຕິນ, ອາຟຣິກາ ຈະເພີ່ມຂຶ້ນເຊັ່ນກັນ, ແຕ່ຖ້າວ່າ ກຸ່ມປະເທດ ເຊື້ອສາຍເອີຣົບ ຫລື ອື່ນໆ ລວມເຖິງ ຊາວນູແວນເຊລັງ ຄາດວ່າ ຈະຄົງທີ່ ຢູ່ປະມານ 3,5 ລ້ານຄົນ.

ສ່ວນປະຊາກອນ ເຊື້ອສາຍເອີຣົບ ຫລື ອື່ນໆ ເປັນ ກຸ່ມເຊື້ອສາຍຫລັກ ພຽງກຸ່ມດຽວ ທີ່ຄາດວ່າ ຈະມີອັດຕາສ່ວນຫລຸດລົງ ເມື່ອທຽບກັບ ປະຊາກອນ ນູແວນເຊລັງ ທັງໝົດ ຈະຫລຸດລົງຈາກ 67% ໃນປີ 2023 ເຫລືອປະມານ 52% ພາຍໃນປີ 2048./

KPL

ຂ່າວອື່ນໆ


Top