ທ່ານ ສີ ຈິ້ນຜິງ ກ່າວຄຳປາໄສ ຜ່ານທາງວີດີໂອ ຕໍ່ກອງປະຊຸມສຸດຍອດ ກ່ຽວກັບການປ່ຽນແປງດິນຟ້າອາກາດຂອງ ສປຊ

25/09/2025 15:26
Email Print 139
KPL ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສ ຜ່ານທາງວີດີໂອ ຕໍ່ກອງປະຊຸມ ສຸດຍອດ ກ່ຽວກັບ ການປ່ຽນ ແປງດິນຟ້າອາກາດ ຂອງອົງການ ສະຫະ ປະຊາຊາດ ຫລື ສປຊ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 24 ກັນຍານີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສ ຜ່ານທາງວີດີໂອ ຕໍ່ກອງປະຊຸມ ສຸດຍອດ ກ່ຽວກັບ ການປ່ຽນແປງ ດິນຟ້າ ອາກາດ ຂອງອົງການ ສະຫະ ປະຊາຊາດ ຫລື ສປຊ ຊຶ່ງໄດ້ກ່າວເນັ້ນໜັກວ່າ: ປີນີ້ ແມ່ນປີຄົບຮອບ 10 ປີຂອງສັນຍາປາຣີ”, ທັງເປັນຈຸດເວລາສຳຄັນ ທີ່ບັນດາປະເທດ ສະເໜີ ການອາສາ ປະກອບ ສ່ວນຕໍ່ ສປຊ ຮອບໃໝ່, ການຄຸ້ມຄອງ ດິນຟ້າອາກາດໂລກ ໄດ້ເຂົ້າສູ່ໄລຍະທີ່ສຳຄັນ. ສະນັ້ນ, ໜຶ່ງ ຕ້ອງມີຄວາມໝັ້ນໃຈ ຢ່າງເດັດດ່ຽວ. ສອງ ຕ້ອງແບກຫາບ ຄວາມຮັບ ຜິດຊອບ ແລະ ສາມ ຕ້ອງລົງ ເລິກການ ຮ່ວມມື. ທ່ານ ສີ ຈິ້ນຜິງ ໄດ້ປະກາດການອາສາປະກອບສ່ວນຮອບໃໝ່ ຂອງ ສປ ຈີນ ຄື: ຮອດປີ 2035, ປະລິມານ ການປ່ອຍອາຍພິດເຮືອນແກ້ວ ສຸດທິ ຂອງເສດຖະກິດຈີນ ໃນທຸກຂົງເຂດ ຈະ ຫລຸດລົງ 7%-10% ເມື່ອທຽບໃສ່ ປະລິມານສູງສຸດ ແລະ ພະຍາຍາມ ເຮັດໄດ້ດີກວ່ານີ້ອີກ. ການບໍລິໂພກ ພະລັງງານ ທີ່ບໍ່ແມ່ນພະລັງງານ ຟອດຊິວ ກວມເອົາ ຍອດການບໍລິໂພກ ພະລັງງານ ຫລາຍ ກວ່າ 30%, ກຳລັງຕິດຕັ້ງໄຟຟ້າ ພະລັງງານລົມ ແລະ ໄຟຟ້າພະລັງງານ ແສງຕາເວັນ ຈະເພີ່ມຂຶ້ນ ຫລາຍກວ່າ 6 ເທົ່າ ເມື່ອທຽບໃສ່ປີ 2020, ພະຍາຍາມໃຫ້ບັນລຸ 3,6 ຕື້ກິໂລວັດ, ປະລິມານ ສະສົມ ປ່າໄມ້ ບັນ ລຸ 24 ຕື້ແມັດກ້ອນ, ລົດໃຊ້ພະລັງງານໃໝ່ ກາຍເປັນກະແສຫລັກ ຂອງການຈຳໜ່າຍ ລົດຍົນໃໝ່, ຕະຫລາດການຄ້າ ລະດັບການປ່ອຍ ກາກບອນ ດີອົກຊິດ ທົ່ວປະເທດຈີນ ຈະກວມເອົາ ອຸດສາຫະກຳ ທີ່ປ່ອຍ ກາກບອນດີອົກຊິດ ໃນລະດັບສູງ ແລະ ການສ້າງສັງຄົມ ທີ່ປັບຕົວ ໃຫ້ເຂົ້າກັບ ການປ່ຽນແປງ ຂອງດິນຟ້າອາກາດ ຈະສຳເລັດ ໂດຍພື້ນຖານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ


KPL

ຂ່າວອື່ນໆ


Top