ສປຈີນ ຈະບໍລິຈາກອຸປະກອນຕຳຫລວດ ໃຫ້ ວານູອາຕູ ຫລາຍກວ່າ 400.000 ໂດລາ

25/09/2025 17:17
Email Print 120
KPL ທ່ານ ແອນດຣູ ໂຊໂລມອນ ນາປູອັດ ລັດຖະມົນຕີ ປ້ອງກັນ ປະເທດ ວານູອາຕູ ກ່າວວ່າ: ຈີນ ຈະບໍລິຈາກ ອຸປະກອນຕຳຫລວດ ເຊັ່ນ: ລົດຖີບ, ໂດຣນ ແລະ ອຸປະກອນອື່ນໆ ດ້ວຍມູນຄ່າ ຫລາຍກວ່າ 400.000 ໂດລາສະຫະລັດ

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກເມືອງ ຊິດນີ ປະເທດ ອົດສະຕຣາລີ ເມື່ອວັນທີ 24 ກັນຍາວ່າ: ທ່ານ ແອນດຣູ ໂຊໂລມອນ ນາປູອັດ ລັດຖະມົນຕີ ປ້ອງກັນ ປະເທດ ວານູອາຕູ ກ່າວວ່າ: ຈີນ ຈະບໍລິຈາກ ອຸປະກອນຕຳຫລວດ ເຊັ່ນ: ລົດຖີບ, ໂດຣນ ແລະ ອຸປະກອນອື່ນໆ ດ້ວຍມູນຄ່າ ຫລາຍກວ່າ 400.000 ໂດລາສະຫະລັດ ໃຫແກ່ ກອງກຳລັງ ຕຳຫລວດ ວານູອາຕູ .

ນອກຈາກນີ້ ທັງສອງປະເທດ ພວມພິຈາລະນາ ຂໍ້ຕົກລົງ ດ້ານການຕຳຫລວດ ໂດຍຈະປະສານງານ ແລະ ບໍລິຫານ ຈັດການ ຮ່ວມມື ດ້ານຕ່າງໆ ທີ່ກ່ຽວຂ້ອງກັບ ພາກສ່ວນ ຕຳຫລວດ ກັບ ພັນທະມິດທັງໝົດ ໃຫ້ດີຍິ່ງຂຶ້ນ.

ໃນຂະນະທີ່ ການປະກາດ ເບື້ອງຕົ້ນ ໄດ້ມີຂື້ນ ຫລັງຈາກ ທ່ານ ແອນດຣູ ໂຊໂລມອນ ນາປູອັດ ເດີນທາງໄປຢ້ຽມຢາມ ນະຄອນຫລວງ ປັກກິ່ງ ຂອງ ຈີນ ເມື່ອອາທິດຜ່ານມາ, ຄຽງຄູ່ກັນນັ້ນ ທ່ານ ຍັງໄດ້ພົບປະຫາລື ກັບ ທ່ານ ຫວັງ ສຽວຫົງ ລັດຖະມົນຕີ ຄວາມໝັ້ນຄົງ ຂອງຈີນ. ຈີນ ຍັງສືບຕໍ່ ໃຫ້ການ ສະໜັບສະໜູນ ຕາມສັກກາຍະພາບ ແລະ ເສີມສ້າງ ການແລກປ່ຽນ ແລະ ການຮ່ວມມື ໃນຂົງເຂດຕ່າງໆ ຕາມຄວາມປາຖະໜາ ແລະ ຄວາມຕ້ອງການ ຂອງວານູອາຕູຕໍ່ໄປ./

 


KPL

ຂ່າວອື່ນໆ


Top