ຮອງເລຂາພັກແຂວງບໍ່ແກ້ວ ຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງຜາອຸດົມ

25/09/2025 12:03
Email Print 147
KPL ແຫລ່ງຂ່າວຈາກ ແຂວງບ່ໍແກ້ວ ໃຫ້ຮູ້ວ່າ: ທ່ານ ພົວສຸກ ພະຈັນສີລາເພັດ ຮອງເລຂາພັ ແຂວງ ຮອງປະທານຄະນະກໍາມະການປົກຄອງ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ.

     ຂປລ. ແຫລ່ງຂ່າວຈາກ ແຂວງບ່ໍແກ້ວ ໃຫ້ຮູ້ວ່າ: ທ່ານ ພົວສຸກພະຈັນ ສີລາເພັດ ຮອງເລຂາພັ ແຂວງ ຮອງປະທານຄະນະກໍາມະການປົກຄອງ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານຮອບດ້ານ ຢູ່ເມືອງຜາອຸດົມ ແຂວງບໍ່ແກ້ວ ໃນທ້າຍອາທິດຜ່ານມາ ໂດຍການຕ້ອນຮັບຂອງ ທ່ານ ກາງ ມະນີຫວ່າງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ ພ້ອມດ້ວຍຫ້ອງການອ້ອມຂ້າງ, 2 ກອງບັນຊາການທະຫານ-ຕໍາຫລວດ, ກອງພັນໃຫຍ່ 302 ແລະ ໜ່ວຍບໍລິການລັດວິສາຫະກິດພາຍໃນເມືອງ ເຂົ້າຮ່ວມ.

     ທ່ານ ກາງ ມະນີຫວ່າງ ໄດ້ລາຍ ງານວ່າ: ເມືອງຜາອຸດົມ ເປັນເມືອງພູດອຍກວມເອົາ 65%, ມີເນື້ອທີ່ 1.889 ກິໂລຕາແມັດ ປະກອບມີ 12 ກຸ່ມບ້ານ, ມີ 2 ບ້ານໃຫຍ່, ມີ 66 ບ້ານ, ພົນລະເມືອງ 48.590 ຄົນ ຍິງ 24.434 ຄົນ, ມີ 8.533 ຄົວເຮືອນ, 10.155 ຄອບຄົວ, ມີບ້ານທຸກຍາກ 33 ບ້ານ, ຄອບຄົວທຸກຍາກ 3.090 ຄອບຄົວ, ພົນລະເມືອງທຸກຍາກ 17.845 ຄົນ ຍິງ 9.017 ຄົນ ທົ່ວເມືອງມີ 13 ຄະ  ນະພັກຮາກຖານມີ 121 ໜ່ວຍພັກ ໃນນີ້, ຄະນະພັກຮາກຖານສໍານັກງານອົງການມີ 5 ຄະນະພັກຮາກ ຖານ. ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນໄດ້ 69 ໜ່ວຍ, ມີ ພະນັກງານ-ລັດຖະກອນ 927 ທ່ານ ຍິງ 398 ທ່ານ, ລັດຖະກອນ 95% ມີ 4 ທ່ານ, ຍິງ, 2 ທ່ານ, ພະນັກງານຕາມສັນຍາມີ 3 ທ່ານ, ພະນັກງານອາສາສະໝັກ 80 ທ່ານ, ຍິງ 36 ທ່ານ. ພາຍຫລັງສຳເລັດການຍຸບໂຮມບັນດາຫ້ອງການອ້ອມຂ້າງເມືອງຍັງມີ 19 ຫ້ອງການ ແລະ 2 ກອງບັນຊາການ, ມີລັດວິສາຫະກິດໜ່ວຍບໍລິການໄຟຟ້າ, ນໍ້າປະປາ, ທະນາຄານ ແລະ ໜ່ວຍບໍລິການໂທລະຄົມມະນາຄົມ.

    ໂອກາດນີ້, ທ່ານ ພົວສຸກພະຈັນ ສີລາເພັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການນໍາພາ-ຊ້ີ ນໍາຂອງຄະນະພັກ, ຄະນະນໍາຂອງ ເມືອງ ທີ່ຍາດມາໄດ້ໃນໄລຍະຜ່ານ ມາ ພ້ອມທັງເນັ້ນໜັກບາງບັນຫາທີ່ສໍາຄັນ ເປັນຕົ້ນການຈັດຕັ້ງຜັນຂະຫຍາຍຜົນສໍາເລັດຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງເມືອງ, ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນຕະຫລອດຮອດປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ເອົາໃຈໃສ່ປັບປຸງກສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ເອົາໃຈໃສ່ໃນການຜັນຂະຫຍາຍຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກກໍາແໜ້ນໄດ້ສະພາບການເຄື່ອນໄຫວຂອງພົນລະເມືອງຢູ່ພາຍໃນ ເມືອງຂອງຕົນ, ປັບປຸງກົນໄກໃນການປະສານງານຂອງກອງກໍາລັງທີ່ຢູ່ພາຍໃນເມືອງ, ເອົາໃຈໃສ່ສືບຕໍ່ນໍາພາພັດທະນາທາງດ້ານເສດຖະກິດ-ສັງຄົມຮອບດ້ານ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກສາ ໃນການພັດທະນາຊັບພະຍາກອນມະນຸດ ແລະ ວຽກງານດ້ານອື່ນໆ ຂອງເມືອງ ເພື່ອແກ້ໄຂເຮັດໃຫ້ເມືອງມີການພັດທະນາດີຂຶ້ນເປັນກ້າວໆໃນຕໍ່ໜ້າ. 

    ໂອກາດດຽວກັນ, ພະແນກໂຍທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ໄດ້ມອບອຸປະກອນການຮຽນຈໍານວນໜຶ່ງ ເປັນຕົ້ນປຶ້ມ, ບິກ, ເຈ້ຍ ແລະ ເສື້ອຍືດກິລາຈໍານວນໜຶ່ງ ໃຫ້ການນໍາເມືອງລວມມູນຄ່າ 15 ລ້ານກີບ. 

ຂ່າວ-ພາບ: ໂສພາ ທິບພະວົງ

KPL

ຂ່າວອື່ນໆ


Top