KPL
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຈໍາປາສັກ ຄັ້ງ ທີ IX ຈັດຂຶ້ນໃນວັນທີ 24-25 ກັນຍາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຈຳປາສັກ.
ຂປລ. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຈໍາປາສັກ ຄັ້ງ ທີ IX ຈັດຂຶ້ນໃນວັນທີ 24-25 ກັນຍາ 2025 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຈຳປາສັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຈໍາປາສັກ, ມີສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະຜູ້ແທນແຂວງສາລະວັນ, ແຂວງເຊກອງ ແລະ ຄະນະຮັບຜິດຊອບບຸກຄະລາກອນ ຈາກຄະນະຈັດຕັ້ງສູນກາງ, ພ້ອມດ້ວຍຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ອະດີດການນໍາແຂວງ, ພະນັກງານອາວຸໂສ-ບໍານານ, ຜູ້ຊົງຄຸນວຸທິ ແລະ ຜູ້ແທນສົມບູນເຂົ້າຮ່ວມ.
ສະຫາຍ ອາລຸນໄຊ ສູນນະລາດ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ການດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວອົງຄະນະພັກແຂວງຈໍາປາສັກ ຄັ້ງທີ IX ນີ້, ແມ່ນການປະຕິບັດຢ່າງເຄັ່ງຄັດຕໍ່ກົດລະບຽບຂອງພັກ ກໍຄືຫລັກການ ແລະ ທິດນຳຂອງການກໍ່ສ້າງພັກ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ. ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າຮັບຮອງເອົາເອກະສານ ທີ່ເປັນຍຸດທະສາດຂອງແຂວງ ແລະ ພ້ອມກັນເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອເປັນແກ່ນສານນໍາພາທົ່ວອົງຄະນະພັກແຂວງ ໃນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ແລະ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຮອດປີ 2030 ໃຫ້ປະກົດຜົນເປັນຈິງ. ພ້ອມນີ້, ສະຫາຍໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍລັກສະນະປະຊາທິປະໄຕຢ່າງຕັ້ງໜ້າ, ສຸມສະຕິປັນຍາເຂົ້າໃສ່ການຄົ້ນຄວ້າ ແລະ ປະກອບຄໍາເຫັນໃຫ້ເລິກເຊິ່ງ, ຖືກຕ້ອງ, ພ້ອມກັນຕຶກຕອງບັນຫາຢ່າງຖີ່ຖ້ວນ ເພື່ອເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້, ດໍາເນີນໄປບົນພື້ນຖານຄວາມສາມັກຄີເປັນ ເອກະພາບທີ່ໜັກແໜ້ນ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍຢ່າງຈົບງາມ.
ພ້ອມກັນນີ້, ສະຫາຍ ອາລຸນໄຊ ສູນນະລາດ ກໍໄດ້ຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ, ຕໍ່ມາ, ສະຫາຍ ສົມບູນ ເຮືອງວົງສາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຈໍາປາສັກ ໄດ້ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X. ຈາກນັ້ນ, ຜູ້ແທນກອງປະຊຸມກໍໄດ້ປະກອບຄໍາເຫັນຕໍ່ຮ່າງບົດລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ. ນອກຈາກນີ້, ຜູ້ແທນກອງປະຊຸມ ຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອນໍາພາ-ຊີ້ນໍາວຽກງານໃນຕໍ່ໜ້າ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຈໍາປາສັກ ໃນຄັ້ງນີ້, ຍັງຈະໄດ້ຮັບຟັງຄໍາເຫັນໂອ້ລົມ ຈາກສະຫາຍ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ, ຜູ້ຊີ້ນໍາວຽກງານຮອບດ້ານແຂວງຈຳປາສັກ ເພື່ອເປັນທິດທາງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນຕ່ໍໜ້າຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ
KPL