ມຽນມາ ຕັ້ງເປົ້າສົ່ງອອກເຂົ້າ ເພີ່ມຂຶ້ນ 300.000 ໂຕນຕໍ່ເດືອນ

25/09/2025 17:17
Email Print 158
KPL ມຽນມາ ຕັ້ງເປົ້າສົ່ງອອກເຂົ້າ ແລະ ເຂົ້າຫັກ ໃນໄລຍະ 6 ເດືອນ ທ້າຍປີຂອງ ສົກປີ ງົບປະມານ 2025-2026 ຫລື ລະຫວ່າງ ເດືອນ ຕຸລາ 2025-ເດືອນມີນາ 2026 ໄດ້ກຳນົດໄວ້ປະມານ 300.000 ໂຕນຕໍ່ເດືອນ.

ຂປລ. ສຳນັກຂ່າວຊິນຮວາ ລາຍງານ ຈາກ ນະຄອນຫລວງ ຢາງກຸ້ງ ປະເທດ ມຽນມາ ເມື່ອວັນທີ 24 ກັນຍາວ່າ: ສະຫະພັນເຂົ້າແຫ່ງ ມຽນມາ ລາຍງານວ່າ:​ ມຽນມາ ຕັ້ງເປົ້າສົ່ງອອກເຂົ້າ ແລະ ເຂົ້າຫັກ ໃນໄລຍະ 6 ເດືອນ ທ້າຍປີຂອງ ສົກປີ ງົບປະມານ 2025-2026 ຫລື ລະຫວ່າງ ເດືອນ ຕຸລາ 2025-ເດືອນມີນາ 2026 ໄດ້ກຳນົດໄວ້ປະມານ 300.000 ໂຕນຕໍ່ເດືອນ.

ໃນຂະນະທີ່ ມຽນມາ ສົ່ງເຂົ້າ-ອອກ ໃນໄລຍະ 6 ເດືອນຕົ້ນ ສົກປີງົບປະມານ 2025-2026 ຫລື ລະຫວ່າງເດືອນ ເມສາ-ເດືອນກັນຍາປີນີ້ ປະມານ 200.000 ໂຕນຕໍ່ເດືອນ, ລວມທັງໝົດ 1,2 ລ້ານໂຕນ . ສະຫະພັນເຂົ້າ ໃນມຽນມາ ຍັງສືບຕໍ່ ໃຫ້ຄວາມສຳຄັນ ກັບ ການເຕີບໂຕ ທີ່ຂັບເຄື່ອນດ້ວຍ ການສົ່ງອອກ ເພື່ອຮັບຮອງການພັດທະນາ ພາກສ່ວນເຂົ້າ ຂອງ ມຽນມາຢ່າງຮອບດ້ານ ແລະ ຄວາມພະຍາາມນີ້ ສອດຄອງຢ່າງເຕັມທີ່ ກັບ ແນວທາງ ການປະຕິບັດ ລະດັບຊາດ ແລະ ນະໂຍບາຍຂອງລັດ ທີ່ສົ່ງເສີມການສົ່ງອອກ.

ປັດຈຸບັນ ຕະຫລາດສົ່ງອອກເຂົ້າຫລັກ ຂອງມຽນມາ ໄດ້ແກ່ ເອີຣົບ, ຈີນ, ກຸ່ມປະເທດ ອາຊຽນ, ໂດຍສະເພາະ ຟີລິບປິນ ແລະ ອິນໂດເນເຊຍ ແລະ ທະວີບອາຟຣິກາ. /

 

KPL

ຂ່າວອື່ນໆ


Top