KPL
ສູນຮັບຮອງ ເອເລັກໂຕຣນິກ ແຫ່ງຊາດ ຂຶ້ນກັບ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີຂອງ ສສ ຫວຽດນາມ ກຳນົດ ເປົ້າໝາຍ ໃຫ້ປະມານ 70% ຂອງປະຊາກອນ ຜູ້ໃຫຍ່ ມີລາຍເຊັນ ດີຈິຕອນ ພາຍໃນປີ2030.
ຂປລ.ຕາມຂ່າວຈາກ ຊິນຮວາ, ສູນຮັບຮອງ ເອເລັກໂຕຣນິກ ແຫ່ງຊາດ ຂຶ້ນກັບ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີຂອງ ສສ ຫວຽດນາມ ກຳນົດ ເປົ້າໝາຍ ໃຫ້ປະມານ 70% ຂອງປະຊາກອນ ຜູ້ໃຫຍ່ ມີລາຍເຊັນ ດີຈິຕອນ ພາຍໃນປີ2030. ປັດຈຸບັນ ສສ ຫວຽດນາມ ມີການນຳໃຊ້ ລາຍເຊັນ ດີຈິຕອນ ຫລາຍກວ່າ 18 ລ້ານລາຍເຊັນ ຖືກນຳໃຊ້ ໃນທ້າຍເດືອນມິຖຸນາ ທີ່ຜ່ານມາ ຊຶ່ງເພີ່ມຂຶ້ນ 4 ເທົ່າ ເມື່ອທຽບໃສ່ປີ 2014. ປັດຈຸບັນ ປະຊາກອນ ຜູ້ໃຫຍ່ ຂອງ ສສ ຫວຽດນາມ ມີລາຍເຊັນ ດີຈິຕອນ ປະມານ 28,4%.ຫລັງຈາກ ສສ ຫວຽດນາມ ນຳລາຍເຊັນ ດີຈິຕອນ ມາໃຊ້ ເພີ່ມຂຶ້ນ ໃນຫລາຍຂະແໜງການ ໃນນັ້ນ ລວມມີ ການຍືນພາສີ, ການເຊັນສັນຍາ ແລະ ທຸລະກິດ ອອນລາຍ ເພື່ອຊ່ວຍໃຫ້ປະຢັດເວລາ ແລະ ມີຄວາມໄປ່ງໃສ ຫລາຍຂຶ້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL