KPL
*ອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ຖືກສະເໜີເຂົ້າເປັນມໍລະດົກໂລກທາງທຳມະຊາດ

*ອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄຳມ່ວນ ຖືກສະເໜີເຂົ້າເປັນມໍລະດົກໂລກທາງທຳມະຊາດແບບຮ່ວມຊາຍແດນ ເປັນພາກຂະຫຍາຍເຊື່ອມຕໍ່ອອກຈາກອຸທິຍານແຫ່ງຊາດຟອງຫຍາ-ແກບາງ ເມືອງບໍແຈັກ ແຂວງກວາງຈີ ຂອງ ສສ ຫວຽດນາມ ທັງສອງອຸທິຍານແຫ່ງຊາດຂອງສອງປະເທດ ຮ່ວມກັນກາຍເປັນແຫລ່ງມໍລະດົກໂລກທາງທຳມະຊາດແບບຮ່ວມຊາຍແດນ ທີ່ມີມາດຖານອັນດຽວກັນ ໃນມາດຖານທີ VIII ແຫລ່ງມໍລະດົກທີ່ມີຄວາມໂດດເດັ່ນທາງດ້ານພູມສັນຖານ, ມາດຖານທີ IX ແຫລ່ງມໍລະດົກທີ່ມີຄວາມໂດດເດັ່ນຂອງລະບົບນິເວດຊີວະນາໆພັນ ແລະ ມາດຖານທີ X ຄວາມໂດດເດັ່ນທາງດ້ານພັນພືດພັນສັດສະເພາະຖິ່ນ ແລະ ໃກ້ສູນພັນຂອງໂລກ.
ແຫລ່ງມໍລະດົກໂລກຮ່ວມຊາຍແດນ ໄດ້ຖືກຮັບຮູ້ຄຸນຄ່າທາງດ້ານວິທະຍາສາດ ແລະ ການສຶກສາ, ມີຄຸນລັກສະນະຕາມມາດຖານທີ່ກຳນົດໄວ້ພາຍໃຕ້ສົນທິສັນຍາມໍລະດົກໂລກຄື: ມາດຖານທີ VIII ຄວາມໂດດເດັ່ນທາງດ້ານພູມສັນຖານ, ແຫລ່ງມໍລະດົກຮ່ວມຊາຍແດນ (ອຸທິຍານແຫ່ງຊາດຫີນໜາມໜໍ່-ອຸທິຍານແຫ່ງຊາດຟອງຫຍາແກບາງ) ແມ່ນແຫລ່ງມໍລະດົກທຳມະຊາດແຫ່ງໜຶ່ງໃນພາກພື້ນອາຊີ ແລະ ໃນໂລກທີ່ຍັງຮັກສາໄດ້ຄວາມສົມບູນຂອງລະບົບພູຫີນປູນເຂດຮ້ອນຊຸ່ມ ທີ່ມີຂະບວນວິວັດທະນາການສືບຕໍ່ກັນມາຕັ້ງແຕ່ຍຸກພາລີໂອໂຊອິກ ເມື່ອປະມານ 400 ລ້ານປີກ່ອນ. ພູມສັນຖານທີ່ໂດດເດັ່ນມີເອກະລັກສະເພາະ ແລະ ຄວາມຫລາກຫລາຍຂອງພູມທັດສັນຖານພູຫີນປູນ ທີ່ເກີດຈາກການທັບຊ້ອນກັນຂອງຫີນປູນຫລາຍປະເພດນັບຕັ້ງແຕ່ຫີນດານ, ຫີນຊາຍ ແລະ ຫີນແກຣນິດ ເຊິ່ງຄວາມຫລາກຫລາຍຂອງລັກສະນະພູມສັນຖານເທິງໜ້າດິນແບບນີ້ແມ່ນຍັງບໍ່ທັນໄດ້ຖືກຮັບຮູ້ຢູ່ແຫ່ງໃດມາກ່ອນກ່ອນທີ່ຈະສະເໜີເຂົ້າເປັນມໍລະດົກໂລກ.
ສຳລັບລັກສະນະພູມສັນຖານໃຕ້ດິນ, ຄວາມຫລາກຫລາຍລັກສະນະພິເສດສະເພາະຂອງຖໍ້າ (ເຊັ່ນຖໍ້າແຫ້ງບໍ່ມີນໍ້າ, ຖໍ້າອ່າງນ້ຳແບບຂັ້ນໄດ, ຖໍ້າແບ່ງສາຂາ ແລະ ຖໍ້າເຊື່ອມຕໍ່ຫາກັນ) ທີ່ເປັນຕົວຢ່າງສຳຄັນສະແດງໃຫ້ເຫັນເຖິງຂະບວນການວິວັດທະນາການຂອງພູມສັນຖານໃຕ້ດິນເປັນຕົ້ນຖໍ້ານໍ້າລອດທີ່ຖືກຕັດແຍກ ຫລື ການໄຫລປ່ຽນທິດໃໝ່ຂອງນ້ຳໃນຖໍ້າ ແລະ ເສົາຫີນຍ້ອຍຂະໜາດໃຫຍ່. ພິເສດ ແລະ ສຳຄັນທີ່ສຸດແມ່ນຖໍ້າເຊີນດົງໃນອຸທິຍານແຫ່ງຊາດຟອງຫຍາ-ແກບາງ ຂອງ ສສ ຫວຽດນາມ ແລະ ຖໍ້ານ້ຳລອດເຊບັ້ງໄຟໃນອຸທິຍານແຫ່ງຊາດຫີນໜາມໜໍ່ຂອງ ສປປ ລາວ ທີ່ໄດ້ຖືກຮັບຮູ້ວ່າເປັນຖໍ້າມີທາງຜ່ານທີ່ໃຫຍ່ທີ່ສຸດໃນໂລກ ຕາມການຈັດປະເພດຄວາມກວ້າງຂອງຖໍ້າ ແລະ ມີຄວາມຕໍ່ເນື່ອງທັງເປັນຖໍ້ານ້ຳລອດທີ່ໃຫຍ່ທີ່ສຸດທີ່ຍັງມີນ້ຳໄຫລ ແລະ ເປັນຖໍ້າດ່ຽວທີ່ມີອ່າງນ້ຳທີ່ໃຫຍ່ທີ່ສຸດໃນໂລກ. ມາດຖານທີ IX ຄວາມຫລາກຫລາຍຂອງລະບົບນິເວດແຫລ່ງມໍລະດົກຮ່ວມຊາຍແດນສະແດງອອກໃຫ້ເຫັນໄດ້ການປົກປັກຮັກສາລະບົບນິເວດທີ່ສຳຄັນໃນລະດັບໂລກ ໂດຍສະເພາະລະບົບນິເວດເທິງດິນປ່າຝົນ, ລະບົບນິເວດນ້ຳຈືດຕາມສາຍພູຫລວງເໜືອ-ໃຕ້ ແລະ ລະບົບນິເວດປ່າຝົນສາຍພູຫລວງ, ຄວາມສະຫລັບຊັບຊ້ອນ ແລະ ຄວາມສົມບູນຂອງເຂດພູມີທັດພູຫີນປູນທີີ່ບໍ່ຖືກລົບກວນໄດ້ກາຍເປັນເງື່ອນໄຂໜຶ່ງທີ່ສ້າງໃຫ້ແຫລ່ງມໍລະດົກແຫ່ງນີ້ ມີຄວາມອຸດົມສົມບູນ ແລະ ຫລາກຫລາຍຂອງລະບົບນິເວດທີ່ໄດ້ອຳນວຍຄວາມສະດວກ ໃຫ້ຂະບວນການວິວັດທະນາທາງດ້ານນິເວດວິທະຍາ ແລະ ການກຳເນີດເກີດຂຶ້ນຂອງຮູບແບບພູມສັນ ຖານທີ່ຫລາກຫລາຍ ເຊິ່ງເຮັດໃຫ້ອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງຫຍາ-ແກບາງ ເປັນທີ່ຢູ່ອາໄສຂອງພັນພືດພັນສັດນາໆຊະນິດ ເຊັ່ນ: ບັນດາຊະນິດພັນຕົ້ນດອກເຜິ້ງ ແລະ ຕົ້ນສົົ້ມກຸ້ງ (ບີໂກເນຍ) ແລະ ສັດປະເພດບໍ່ມີກະດູກສັນຫລັງ, ພັນປາຊະນິດພິເສດທີ່ມີແຕ່ຢູ່ໃນລະບົບຖໍ້າໆແຫ່ງດຽວ.
ມາດຖານທີ X ແມ່ນມີຄວາມໂດດເດັ່ນທາງດ້ານພັນພືດພັນສັດ ສະເພາະຖິ່ນ ແລະ ໃກ້ສູນພັນຂອງໂລກ. ແຫລ່ງມໍລະດົກຮ່ວມຊາຍແດນ ສະແດງອອກໄດ້ເຖິງຄວາມອຸດົມສົມບູນຂອງລະບົບນິເວດຊີວະນາໆພັນທັງເທິງດິນ, ນໍ້າ ແລະ ໃຕ້ດິນ ເຊິ່ງສະແດງອອກຜ່ານຄວາມຫລາກຫລາຍທາງດ້ານຊະນິດພັນ ທີີ່ມີຄວາມຊັບຊ້ອນໃນແຫລ່ງມໍລະດົກໂລກຮ່ວມຊາຍແດນ, ມີພືດທໍ່ນໍ້າລ້ຽງຫລາຍເຖິງ 2.700 ຊະນິດ ແລະ ມີສັດທີີ່ມີກະດູກສັນຫລັງຫລາຍກວ່າ 800 ຊະນິດ ໄດ້ຖືກບັນທຶກໄດ້ ໃນອຸທິຍານແຫ່ງຊາດຟອງຫຍາ-ແກບາງ ເຊິ່ງໃນນັ້ນມີ 237 ຊະນິດທີ່ກຳລັງຖືກຄຸກຄາມ ແລະ ມີ 400 ຊະນິດ ທີ່ເປັນພັນປະຈຳຖິ່ນຂອງ ສປປ ລາວ ແລະ ສສ ຫວຽດນາມ, ມີພືດທີີ່ມີທໍ່ລໍາລ້ຽງຫລາຍເຖິງ 1.500 ຊະນິດ (ຈາກ 755 ຕະກຸນທີ່ແຕກຕ່າງກັນ) ແລະ ສັດທີີ່ມີກະດູກສັນຫລັງຫລາຍກວ່າ 536 ຖືກບັນທຶກໄດ້ໃນອຸທິຍານແຫ່ງຊາດຫີນໜາມໜໍ່, ເຊິ່ງລວມມີຫລາຍຊະນິດພັນສະເພາະຖິ່ນ ແລະ ກຳລັງຖືກຄຸກຄາມເປັນຕົ້ນ ແມງມຸມໃຫຍ່ຖໍ້າ ເປັນແມງມຸມໃຫຍ່ທີ່ສຸດ ໂດຍວັດແທກຕາມຄວາມກວ້າງຂອງຂາແມງມຸມ ເຊິ່ງເປັນສັດສະເພາະຖິ່ນຂອງ ສປປ ລາວ.ພ້ອມນັ້ນ ແຫລ່ງມໍລະດົກແຫ່ງນີ້ ຍັງເປັນທີ່ຢູ່ອາໄສຂອງລີງ ເຖິງ 10-11 ສາຍພັນ ເຊິ່ງໃນນັ້ນ 4 ຊະນິດ ເປັນຊະນິດພັນສະເພາະຖິ່ນຂອງແຫລ່ງມໍລະດົກຮ່ວມຊາຍແດນສາຍພູຫລວງແຫ່ງນີ້ ເຊິ່ງລວມມີກຸ່ມທະນີແກ້ມຂາວຖິ່ນໃຕ້ຂະໜາດໃຫຍ່ ແລະ ໂຕຄຸ່ງ ທີ່ເປັນສັດສາຍພັນສະເພາະຖິ່ນຂອງແຫລ່ງມໍລະດົກ.
ເຖິງແນວໃດກໍດີ, ໃນວັນທີ 13 ກໍລະກົດ 2025, ຄະນະກໍາມະການມໍລະດົກໂລກ ມີມະຕິເອກະພາບຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ຂອງ ສປປ ລາວ ເຂົ້າເປັນມໍລະດົກໂລກທາງດ້ານທຳມະຊາດ ພາຍໃຕ້ສົນທິສັນຍາມໍລະດົກໂລກ 1972 ຢ່າງເປັນທາງການ ເຊິ່ງກາຍເປັນແຫລ່ງມໍລະດົກໂລກແຫ່ງ ທີ 4 ແລະ ເປັນແຫລ່ງມໍລະດົກໂລກທາງທຳມະຊາດແຫ່ງທຳອິດຂອງ ສປປ ລາວ. ພ້ອມນັ້ນ, ກໍ່ຍັງເປັນມໍລະດົກໂລກທາງທຳມະຊາດຮ່ວມຊາຍແດນແບບເຊື່ອມຕໍ່ກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍລະດົກໂລກທາງທຳມະຊາດ ຂອງ ສສ ຫວຽດນາມ ແລະ ກາຍເປັນມໍລະດົກໂລກຮ່ວມຊາຍແດນແຫ່ງທຳອິດຢູ່ໃນພາກພື້ນອີກດ້ວຍ.
KPL