ສະພາແຫ່ງຊາດ ພິຈາລະນາ ຮ່າງກົດໝາຍ ວ່າດ້ວຍຄວາມປອດໄພໄຊເບີ ສະບັບສ້າງໃໝ່

23/06/2025 20:53
Email Print 224
KPL ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ບໍ່ວຽງ ຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ



ຂປລ. ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ
  
IX ໃນວັນທີ 23 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ບໍ່ວຽງ ຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ (ສະບັບສ້າງໃໝ່) ທີ່ປະກອບມີ 10 ພາກ,     11 ໝວດ ແລະ 79 ມາດຕາ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄວາມຄິດເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ, ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ,ສົມບູນ  ໂດຍກຳນົດຫລັກການ, ລະບຽບການ, ມາດຕະການກ່ຽວກັບການຄຸ້ມຄອງ ແລະ ການຕິດຕາມກວດກາວຽກງານ ຄວາມປອດໄພໄຊເບີ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ປົກປ້ອງຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຮັບປະກັນຄວາມປອດໄພຂອງຂໍ້ມູນຂ່າວສານ.




ໂອກາດນີ້
, ທ່ານ  ບໍ່ວຽງຄຳ ວົງດາລາ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງກົດໝາຍ ເພື່ອໃຫ້ສອດຄ່ອງ ກັບສະພາບຄວາມເປັນຈິງ ຂອງການພັດທະນາ ດ້ານເສດຖະກິດ-ສັງຄົມ ຂອງປະເທດ ເຮັດໃຫ້ການຄຸ້ມຄອງເຕັກໂນໂລຊີ ສື່ສານຂໍ້ມູນຂ່າວສານ ທັນກັບສະພາບການປ່ຽນແປງໃນແຕ່ລະໄລຍະ ແລະ ເພື່ອໃຫ້ສອດ ຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ກົດໝາຍສະບັບນີ້, ຍັງມີຄວາມສຳຄັນ ໃນການສ້າງກົນໄກ ໃນການຄຸ້ມຄອງ ແລະ ປົກປ້ອງຂໍ້ມູນຂ່າວສານ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ໃຊ້ບໍລິການໃຫ້ໄດ້ຮັບຄວາມເປັນທຳ ແລະ ປອດໄພ, ພ້ອມທັງສ້າງພື້ນຖານທາງກົດໝາຍ ໃນການແຕ່ງຕັ້ງ ແລະ ເຄື່ອນໄຫວຂອງ ລະ ບົບປະຕິບັດການຄວາມປອດໄພໄຊເບີ ແຫ່ງຊາດ ແລະ ຍົກປະສິດຕິພາບກົນໄກ ປະສານງານ ໃນການຕອບໂຕ້ເຫດສຸກເສີນໄຊເບີ ທີ່ຮ້າຍແຮງ. ນອກຈາກນີ້, ຍັງມີຄວາມຈຳເປັນ ໃນການກຳນົດມາດຕະການປ້ອງກັນ, ຕອບໂຕ້ເຫດ ການສຸກເສີນ ແລະ ກູ້ຄືນລະບົບໃນກໍລະນີ ເກີດໄພຄຸກຄາມໄຊເບີ, ສ້າງຂອບເຂດທາງກົດໝາຍ ສຳລັບການຂຶ້ນທະບຽນຄວາມປອດໄພໄຊເບີ ແລະ ການດໍາເນີນທຸລະກິດຄວາມປອດໄພໄຊເບີ, ກຳນົດສິດ ແລະ ພັນທະຂອງຜູ້ຂຶ້ນທະບຽນຄວາມປອດໄພໄຊເບີ, ຜູ້ໃຫ້ບໍລິການ ແລະ ຜູ້ໃຊ້ບໍລິການດ້ານຄວາມປອດໄພໄຊເບີ, ພ້ອມທັງສ້າງກົນໄກໃນການຄຸ້ມຄອງ ແລະ ກວດກາວຽກງານຄວາມປອດໄພໄຊເບີ. ການສ້າງກົດໝາຍສະບັບນີ້, ຈະຊ່ວຍໃຫ້ການຈັດຕັ້ງປະຕິບັດວຽກງານ ຄວາມປອດໄພໄຊເບີມີປະສິດທິພາບ ແລະ ປະສິດທິຜົນ, ປະກອບສ່ວນເຂົ້າໃນແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ພາຍຫລັງທີ່ກົດໝາຍສະບັບນີ້, ໄດ້ຜ່ານການຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ, ຈະເປັນເຄື່ອງມືສໍາຄັນໃຫ້ແກ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ໃນການຄຸ້ມຄອງ ແລະ ປົກປ້ອງຄວາມປອດໄພໄຊເບີຂອງປະເທດ; ຈະຊ່ວຍເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານຄວາມປອດໄພ ໄຊເບີພາຍໃນປະເທດ, ການເຊືອມໂຍງພາກພື້ນ ແລະ ສາກົນດ້ານດີຈິຕອນ ໂດຍສະເພາະ ການປົກປ້ອງໂຄງລ່າງພື້ນຖານ ຂໍ້ມູນຂ່າວສານທີ່ສຳຄັນຂອງຊາດ, ພ້ອມທັງຮັບປະກັນການປົກປ້ອງສິດ ແລະ ຂໍ້ມູນສ່ວນຕົວຂອງຜູ້ໃຊ້ບໍລິການ. ນອກນີ້, ຍັງຈະສົ່ງເສີມການລົງທຶນ ຂອງຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນຂະແໜງ ການເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ໂດຍສະເພາະ ໃນດ້ານການບໍລິການຄວາມປອດໄພໄຊເບີ; ສ້າງກົນໄກໃນການຕອບໂຕ້ ເຫດການສຸກເສີນໄຊເບີ ແລະ ການກູ້ຄືນລະບົບທີ່ມີປະສິດທິພາບ, ຜ່ານການຈັດຕັ້ງລະບົບປະຕິບັດ ການຄວາມປອດໄພໄຊເບີແຫ່ງຊາດ ແລະ ການປະສານງານຢ່າງມີປະສິດຕິພາບ ໃນການຕອບໂຕ້ເຫດສຸກເສີນໄຊເບີ, ຈະຊ່ວຍເພີ່ມຄວາມພ້ອມໃນການຮັບມື ກັບໄພຄຸກຄາມທາງໄຊເບີ. ໃນຂະນະດຽວກັນ, ການເພີ່ມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປອດໄພໄຊເບີໃຫ້ແກ່ສັງຄົມ, ຜ່ານການຝຶກອົບຮົມ ແລະ ການສ້າງຄວາມຮັບຮູ້ ທີ່ກຳນົດໄວ້ໃນກົດໝາຍ, ຈະຊ່ວຍສ້າງວັດທະນະທໍາ ດ້ານຄວາມປອດໄພໄຊເບີ ໄດ້ຢ່າງກວ້າງຂວາງ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • 100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມ ພາລະກິດອັນມີກຽດສະຫງ່າຂອງພັກ-ຂອງຊາດການເມືອງ

      100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມ ພາລະກິດອັນມີກຽດສະຫງ່າຂອງພັກ-ຂອງຊາດ

      6/24/2025 5:55:50 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ​ໄດ້​ໃຫ້​ສໍາພາດ​ຕໍ່​ສໍານັກ​ຂ່າວສານ​ຫວຽດນາມ ​ປະ​ຈໍາ​ລາວ

    • ລັດຖະບານ ດໍາເນີນກອງປະຊຸມ ສະໄໝສາມັນ ປະຈຳເດືອນມິຖຸນາ 2025ການເມືອງ

      ລັດຖະບານ ດໍາເນີນກອງປະຊຸມ ສະໄໝສາມັນ ປະຈຳເດືອນມິຖຸນາ 2025

      6/24/2025 5:51:41 PM

      ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025 ໄຂຂຶ້ນ ໃນຕອນບ່າຍວັນທີ 24 ມິຖຸນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງເຂົ້າຮ່ວມ.

    • ສະເໜີຮ່າງກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງການເມືອງ

      ສະເໜີຮ່າງກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງ

      6/24/2025 5:43:14 PM

      ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກບ່າຍ ວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ

    • ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີການເມືອງ

      ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

      6/24/2025 4:24:32 PM

      ຂປລ. ພິທີປະກາດການຈັດຕັ້ງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ພາຍຫລັງໂຮມວຽກງານຈຳນວນໜຶ່ງ ຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ ຈັດ​ຂຶ້ນ​ໃນວັນທີ 23 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີບັນດາສະຫາຍກຳມະການສູນກາງພັກ, ລັດຖະມົນຕີປະຈໍາ ສນຍ

    • ຮອງປະທານປະເທດ ຕ້ອນຮັບທູດຕີມໍ-ແລັດສະເຕ ເຂົ້າຢ້ຽມອຳລາການເມືອງ

      ຮອງປະທານປະເທດ ຕ້ອນຮັບທູດຕີມໍ-ແລັດສະເຕ ເຂົ້າຢ້ຽມອຳລາ

      6/24/2025 3:45:08 PM

      ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ປະຈຳ ສປປ ລາວ ໃນວັນທີ 24 ມິຖຸນາ 2025 ທີ່ສຳນັກງານປະທານປະເທດ ໃນໂອກາດທີ່ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ.


Top