KPL
ຂປລ. ສະມາຄົມທ່ອງທ່ຽວ ແຂວງຫລວງພະບາງ ເປັນສະມາຄົມໜຶ່ງທີ່ເປັນຂົວຕໍ່ ລະຫວ່າງພາກລັດ ກັບຫົວໜ່ວຍທຸລະກິດ ດ້ານການບໍລິການການທ່ອງທ່ຽວ ເພື່ອທ້ອນໂຮມຄວາມສາມັກຄີ ທີ່ເຂົ້າມາລົງທຶນ ໃນຂະແໜ່ງການທ່ອງທ່ຽວ

ຂປລ. ສະມາຄົມທ່ອງທ່ຽວ ແຂວງຫລວງພະບາງ ເປັນສະມາຄົມໜຶ່ງທີ່ເປັນຂົວຕໍ່ ລະຫວ່າງພາກລັດ ກັບຫົວໜ່ວຍທຸລະກິດ ດ້ານການບໍລິການການທ່ອງທ່ຽວ ເພື່ອທ້ອນໂຮມຄວາມສາມັກຄີ ທີ່ເຂົ້າມາລົງທຶນ ໃນຂະແໜ່ງການທ່ອງທ່ຽວເຊັ່ນ: ບໍລິສັດທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ, ແຫລ່ງທ່ອງທ່ຽວ ແລະ ອື່ນໆ ພາຍໃຕ້ການຄຸ້ມຄອງຂອງພະແນກ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ. ທັງນີ້, ກໍເພື່ອເເປັນການປົກປັກຮັກສາ ຄວາມສະອາດສວຍງາມ ແລະ ຮັກສາສິ່ງແວດລ້ອມຕາມສະຖານທີ່ຕ່າງໆ.
ທ່ານ ກົງຈັກກີ ພັນທະສົມບັດ ປະທານສະມາຄົມທ່ອງທ່ຽວ ແຂວງຫລວງພະບາງ ໄດ້ໃຫ້ສໍາພາດເມື່ອບໍ່ດົນນີ້ວ່າ: ສະມາຄົມທ່ອງທ່ຽວ ແຂວງຫລວງພະບາງ ສ້າງຕັ້ງມາແຕ່ປີ 2006 ໃນເບື່ອງຕົ້ນມີ 13 ບໍລິສັດ, ມາຮອດປັດຈຸບັນມີສະມາຊິກ 45 ບໍລິສັດ ໃນຈໍານວນ 123 ບໍລິສັດໃນທົ່ວແຂວງ, ການສ້າງຕັ້ງສະມາຄົມທ່ອງທ່ຽວ ກໍເພື່ອໃຫ້ມີການຄຸ້ມຄອງ ແລະ ມີການຊ່ວຍເຫລື່ອເຊິ່ງກັນ ແລະ ກັນ ລະຫວ່າງພາກລັດ ກັບພາກທຸລະກິດ ໄດ້ຮ່ວມກັນປົກປັກຮັກສາຄວາມສະອາດສວຍງາມ, ຮັກສາສິ່ງ ແວດລ້ອມຕາມສະຖານທີ່ຕ່າງໆ ສົມກັບວ່າເປັນເມືອງທ່ຽວທ່ຽວ, ເມືອງມໍລະດົກໂລກ ເພື່ອໃຫ້ນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວແລ້ວປະທັບໃຈ. ປັດຈຸບັນ, ຢູ່ແຂວງຫລວງພະບາງ ລະດັບການບໍລິການຂອງໂຮງແຮມມີລະດັບ 2 ດາວຈົນຮອດ ລະດັບ 6 ດາວ. ພ້ອມນີ້, ການເດີ່ນທາງຂອງນັກທ່ອງທ່ຽວ ສ່ວນຫລາຍແມ່ນຂີ່ລົດໄຟລາວ-ຈີນ ເຊິ່ງສ້າງຄວາມສະດວກສະບາຍ ໃນການເດີນທາງໄປ-ມາ ລະຫວ່າງນະຄອນຫລວງພະບາງ ຫາ ແຂວງຕ່າງໆ.

ຕາມຂໍ້ມູນຂອງພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ ໃນໄລຍະ 5 ເດືອນຕົ້ນປີ 2025 ຜ່ານມາ, ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແຂວງ ຫລວງພະບາງ ທັງໝົດ 1.740.073 ເທື່ອຄົນ ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 981.678 ເທື່ອຄົນ, ຖ້າທຽບໃສ່ແຜນການປີທີ່ກຳນົດໄວ້ ບັນລຸໄດ້ 60,84% (2.860.269). ໃນນີ້, ມີນັກທ່ອງທ່ຽວພາຍໃນ 685.377 ເທື່ອຄົນ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາເພີ່ມຂຶ້ນ 412.326 ເທື່ອຄົນ, ທຽບໃສ່ແຜນການປີບັນລຸ 66,13% (1.036.331) ແລະ ນັກທ່ອງທ່ຽວສາກົນ 1.054.697 ເທື່ອຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານ ມາເພີ່ມຂຶ້ນ 569.353 ເທື່ອຄົນ, ທຽບໃສ່ແຜນການປີບັນລຸໄດ້ 57,82% (1.823.938).
ຂ່າວ-ພາບ: ວີລະວັນ
KPL