ເວທີປຶກສາຫາລືສຳນັກຂ່າວສານຈີນ-ອາຊີກາງ ຈັດຂຶ້ນຢູ່ອາສຕານາ

24/06/2025 15:08
Email Print 107
KPL ເວ​ທີ​ປຶກ​ສາ​ຫາ​ລື ​ສຳ​ນັກ​ ຂ່າວ​ສານ​ຈີນ-ອາ​ຊີ​ກາງ ​ໄດ້ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ຫລວງ​ອາ​ສ​​ຕາ​ນາ ​ປະ​ເທດ ​ກາ​ຊັກ​ສະ​ຖານ ເມື່ອບໍ່ດົນມານີ້, ເຊິ່ງ​ຖື​ເປັນ​ໜຶ່ງ​ ໃນ​ຜົນ​ງານ ​ຂອງກອງ​ປະ​ຊຸມ​ສຸ​ດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ2

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ,​ ເວ​ທີ​ປຶກ​ສາ​ຫາ​ລື ​ສຳ​ນັກ​ ຂ່າວ​ສານ​ຈີນ-ອາ​ຊີ​ກາງ ​ໄດ້ຈັດ​ຂຶ້ນ ​ຢູ່​ນະ​ຄອນ​ຫລວງ​ອາ​ສ​​ຕາ​ນາ ​ປະ​ເທດ ​ກາ​ຊັກ​ສະ​ຖານ ເມື່ອບໍ່ດົນມານີ້, ເຊິ່ງ​ຖື​ເປັນ​ໜຶ່ງ​ ໃນ​ຜົນ​ງານ ​ຂອງກອງ​ປະ​ຊຸມ​ສຸ​ດຍອດ​ຈີນ-ອາ​ຊີ​ກາງ​ ຄັ້ງ​ທີ2. ເວ​ທີ​ດັ່ງ​ກ່າວ ​ແມ່ນສຳ​ນັກ ​​ຂ່າວ​ສານ ​ຊິນ​ຮ​ວາ​ ຂອງ​ ສປ ຈີນ ​ເປັນ​ຝ່າຍ​ສະ​ເໜີ​ ແລະ ຜູ້​ຈັດ, ຜູ້​ຮັບ​ຜິດ​ຊອບ​ຈາກ​ສຳ​ນັກຂ່າວ​ສານ​ຊິນ​ຮ​ວາ, ວິ​ທະ​ຍຸ​ໂທ​ລະ​ພາບປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ, ​ສຳ​ນັກຂ່າວ​ສານ​ແຫ່ງ​ຊາດ​ຄາ​ບາ​ຂອງ​ກຽກ​ກິດ ​ສະ​ຖານ, ​ສຳ​ນັກຂ່າ​ວ​ສານ​ແຫ່ງ​ຊາດ​​ ໂຄວາ​ຂອງ​ຕາ​ຈິ​ກິດສະ​ຖານ ແລະສຳ​ນັກຂ່າວ​ສານ​ແຫ່ງ​ຊາດ​ອຸ​ດ​ສະ​ເບ​ກິ​ດ​ສະ​ຖານ​ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ດັ່ງ​ກ່າວ.ບັນ​ດາ​ຝ່າຍ​ ທີ່​ຮ່ວມ​ປະ​ຊຸມ​ໄດ້​ເຫັນ​ວ່າ: ໂລກ​ໃນ​ປັດ​ຈຸ​ບັນ​ມີ​ການ​ປ່ຽນ​ແປງ​ແລະ​ຄວາມ​ວຸ້ນ​ວາຍ​ຢ່າງ​ຫຼວງ​ຫຼາຍ, ເມື່ອ​ຜະ​ເຊີນ​ໜ້າ​ກັບ​ ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ເຊັ່ນ: ​ການ​ເຜີຍ​ແຜ່ ຂໍ້​ມູນ​ຂ່າວ​ສານ ​ບໍ່​ມີ​ມູນ​ຄວາມ​ຈິງ​ ເປັນ​ຕົ້ນ, ສື່ມວນ​ຊົນ​ຂອງ​ຈີນ​ ແລະ ​ອາ​ຊີ​ກາງ​ ຄວນ​ສາ​ມັກ​ຄີ​ກັນ​ ຢ່າງ​ແໜ້ນ​ແຟ້ນ ​ເພື່ອສ້າງ​ ສະ​ພາບ​ແວດ​ລ້ອມ ​ດ້ານ​ຄວາມ​ຄິດ​ເຫັນ​ ສາ​ທາ​ລະ​ນະ ​ທີ່​ດີ​ໃຫ້​ແກ່​ ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top