ເປີດວາງສະແດງ ສົ່ງເສີມການທ່ອງທ່ຽວລາວ ໃຫ້ເຂົ້າເຖິງກຸ່ມເປົ້າໝາຍ

24/06/2025 17:23
KPL ຂປລ. ສປປ ລາວ ເປັນເຈົ້າພາບຈັດງານວາງສະແດງ ຜະລິດຕະພັນການທ່ອງທ່ຽວ ໃນໂອກາດ ງານມະຫະກໍາການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໃນລະຫວ່າງວັນທີ 24-27 ມິຖຸນາ 2025 ຢູ່ແຂວງຫລວງພະບາງ ໂດຍມີຮ້ານວາງສະແດງ ຈາກບັນດາປະເທດລຸ່ມແມ່ນໍ້າຂອງ (ລາວ, ໄທ, ຫວຽດ ນາມ, ມຽນມາ, ກໍາປູເຈຍ, ຈີນ) ແລະ ຮ້ານວາງສະແເດງ ຈາກບັນດາຜູ້ປະກອບການດ້ານການທ່ອງທ່ຽວ ເຂົ້າຮ່ວມ.



ຂປລ. ສປປ ລາວ ເປັນເຈົ້າພາບຈັດງານວາງສະແດງ ຜະລິດຕະພັນການທ່ອງທ່ຽວ ໃນໂອກາດ ງານມະຫະກໍາການທ່ອງທ່ຽວ ອະນຸພາກພື້ນແມ່ນໍ້າຂອງ ໃນລະຫວ່າງວັນທີ
24-27 ມິຖຸນາ 2025 ຢູ່ແຂວງຫລວງພະບາງ ໂດຍມີຮ້ານວາງສະແດງ ຈາກບັນດາປະເທດລຸ່ມແມ່ນໍ້າຂອງ (ລາວ, ໄທ, ຫວຽດ ນາມ, ມຽນມາ, ກໍາປູເຈຍ, ຈີນ) ແລະ ຮ້ານວາງສະແເດງ ຈາກບັນດາຜູ້ປະກອບການດ້ານການທ່ອງທ່ຽວ ເຂົ້າຮ່ວມ.

ທ່ານ ພູທອນ ດາລາລົມ ຮອງຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 24 ມິຖຸນາ 2025 ນີ້ວ່າ: ການຈັດງານວາງສະແດງຄັ້ງນີ້, ເປັນການໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວລາວ ໃຫ້ເຂົ້າເຖິງກຸ່ມເປົ້າໝາຍນັກທ່ອງທ່ຽວ ໃນບັນດາປະເທດລຸ່ມແມ່ນໍ້າ ຂອງໃຫ້ຫລາຍຂຶ້ນ ເນື່ອງບັນດາປະເທດແມ່ນໍ້າຂອງ ເປັນຕະ ຫລາດການທ່ອງທ່ຽວສໍາຄັນ ຂອງ ສປປ ລາວ ເຊິ່ງຄາດວ່າຈະສາມາດດຶງດູດ ນັກທ່ອງທ່ຽວໄດ້ຫລາຍ ສົມຄວນຈາກງານໃນຄັ້ງນີ້, ທັງເປັນການເປີດກວ້າງການພົວພັນຮ່ວມມື ດ້ານການທ່ອງທ່ຽວ ໃນພາກພື້ນ ແລະ ສາກົນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ແນໃສ່ຟື້ນຟູ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ອຸດສາຫະກຳ ການທ່ອງທ່ຽວ ໃນປະເທດອະນຸພາກພື້ນແມ່ນໍ້າຂອງ ພາຍຫລັງໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19.




ໃນງານຄັ້ງນີ້
, ຜູ້ປະກອບການດ້ານການທ່ອງທ່ຽວ ໄດ້ນຳເອົາຜະລິດຕະພັນ ດ້ານການທ່ອງທ່ຽວ ຂອງຕົນມາວາງສະແດງ ເປັນຕົ້ນ ແຜນພັບໂຄສະນາສະຖານທີ່ທ່ອງທ່ຽວ, ຂໍ້ມູນການທ່ອງທ່ຽວ, ເຄື່ອງທີ່ລະນຶກ, ລວມທັງອາຫານພື້ນບ້ານ ທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ ແລະ ອື່ນໆ ມາວາງສະ ແດງ. ພ້ອມນີ້, ພາຍໃນງານຍັງເນັ້ນໃສ່ໂຄສະນາການທ່ອງທ່ຽວ ໃນຮູບແບບອະນຸລັກ ປະຊາຊົນມີສ່ວນຮ່ວມ ແລະ ການທ່ອງທ່ຽວສີຂຽວ.



ຢ່າງໃດກໍຕາມ ລັດຖະບານລາວ ໄດ້ຖືເອົາການທ່ອງທ່ຽວ ເປັນໜຶ່ງໃນຂະແໜງບຸລິມະສິດຍຸດທະສາດ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ
ໂດຍໄດ້ກຳນົດນະໂຍບາຍການທ່ອງທ່ຽວ ທາງດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ເປັນທ່າແຮງດຶງດູດນັກທ່ອງທ່ຽວສາກົນ ໃຫ້ເຂົ້າມາທ່ຽວ ສປປ ລາວ ​ໂດຍສະເພາະ ແຂວງຫລວງພະບາງ ເມືອງມໍລະດົກໂລກ ແມ່ນເປັນຈຸດໝາຍປາຍທາງ ດ້ານການທ່ອງທ່ຽວທີ່ສໍາຄັນຂອງ ສປປ ລາວ.

ຂ່າວ-ພາບ: ທະນູທອງ

KPL

ຂ່າວອື່ນໆ


Top