KPL
ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສໍານັກຂ່າວສານຫວຽດນາມ ປະຈໍາລາວ

ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ໃຫ້ສໍາພາດຕໍ່ສໍານັກຂ່າວສານຫວຽດນາມ ປະຈໍາລາວ ໃນໂອກາດ ວັນສື່ມວນຊົນປະຕິວັດຫວຽດນາມ ຄົບຮອບ 100 ປີ(21/6/1925-21/6/2025) ໂດຍໄດ້ຕີລາຄາຕໍ່ບົດບາດຂອງສື່ມວນຊົນ ແລະ ນັກຂ່າວໃນຍຸກຂອງການປະຕິວັດ 4.0 ແລະ ເຕັກໂນໂລຊີ ປັນຍາປະດິດ (AI), ໂອກາດ ແລະ ສິ່ງທ້າທາຍ ສໍາລັບນັກຂ່າວໃນການເຄື່ອນໄຫວວຽກງານວ່າ: “100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມພາລະກິດອັນມີກຽດສະຫງ່າຂອງພັກ ແລະ ຂອງຊົນຊາດ” ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມກັບປະຊາຊົນບັນດາເຜົ່າ ຕໍ່ສູ້ຕ້ານພວກລ່າເມືອງທັງເກົ່າ ແລະ ໃໝ່, ປະກອບສ່ວນສຳຄັນເຂົ້າ ໃນໄຊຊະນະ ໃນການປະຕິວັດຊາດ ປະຊາທິປະໄຕປະຊາຊົນ, ທ້ອນໂຮມປະເທດຊາດ; ຮ່ວມກັບປະຊາຊົນບັນດາເຜົ່າ ກໍ່ສ້າງສັງຄົມນິຍົມ ໃນຂອບເຂດທົ່ວປະເທດ ແລະ ທັງໃນໄລຍະປ່ຽນແປງໃໝ່, ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວວ່າ: ໃນສະພາບການໃໝ່ນີ້, ບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາໃໝ່ ໄດ້ຖືກຍົກຂຶ້ນ ຕໍ່ສື່ມວນຊົນປະຕິວັດຫວຽດນາມ ທີ່ຕ້ອງຜະເຊີນ ຊຶ່ງຕ້ອງມີວິທີການແກ້ໄຂ ກໍ່ສ້າງ ແລະ ພັດທະນາສື່ມວນຊົນປະຕິວັດຫວຽດນາມ ໃນຍຸກໃໝ່. ຕາມທັດສະນະຂອງຂ້າພະ ເຈົ້າແລ້ວ, ຍຸກຂອງການປະຕິວັດອຸດສາຫະກຳ 4.0 ມີການຂະຫຍາຍໂຕຢ່າງໄວວາ ຂອງເຕັກໂນໂລຊີດີຈິຕອນ ແລະ ເຕັກໂນໂລຊີປັນຍາປະດິດ (AI), ຂໍ້ມູນຂະໜາດໃຫຍ່(Big Data), ອິນເຕີເນັດເຊື່ອມຕໍ່ທຸກສິ່ງ (IoT), ເຄື່ອຂ່າຍສັງຄົມອອນລາຍ... ບໍ່ພຽງແຕ່ນໍາມາເຊິ່ງບັນດາໂອກາດ ແຕ່ຍັງມີຫລາຍສິ່ງທ້າຍທາ ຕໍ່ສື່ມວນຊົນປະຕິວັດຫວຽດນາມ. ການປະຕິວັດອຸດສາຫະກຳ 4.0 ໄດ້ປ່ຽນກິດຈະກຳທາງດ້ານເສດຖະ ກິດ ແລະ ສັງຄົມທັງໝົດຂອງມະນຸດ, ນັບທັງຂົງເຂດສື່ມວນຊົນ ກໍບໍ່ສາມາດຫລີກລ່ຽງໄດ້; ສື່ມວນຊົນ ກໍຄື ສື່ມວນຊົນປະຕິວັດຫວຽດນາມ ໃນຖານະຜູ້ຜະລິດຜະລິດຕະພັນ ດ້ານສື່ໂຄສະນາເຜີຍແຜ່ ຂໍ້ມູນ-ຂ່າວສານ ຕ້ອງໄດ້ຫັນປ່ຽນຍຸດທະສາດ ການຜະລິດທີ່ເໝາະສົມ ກັບຄວາມຕ້ອງການ ແລະ ແບບວິທີການເຂົ້າເຖິງ, ລົດນິຍົມຂອງປະຊາຊົນ; ຖ້າບໍ່ດັ່ງນັ້ນ, ບົດບາດຂອງສື່ມວນຊົນ ແລະ ນັກຂ່າວ ໂດຍສະເພາະ ສື່ມວນຊົນປະຕິວັດ ແລະ ນັກຂ່າວ ທີ່ເປັນທາງການຂອງພັກ-ລັດ ກໍຈະຄ່ອຍໆສູນເສຍບົດບາດໄປ.
ປັດຈຸບັນ, ສື່ມວນຊົນ ໄດ້ຫັນມານໍາໃຊ້ສື່ສັງຄົມອອນລາຍ ເຊັ່ນ: facebook, youtube, Zalo, tiktok,…ໃນການເຜີຍແຜ່ຂໍ້ມູນ-ຂ່າວສານ; ຂະນະທີ່ບັນດາເຕັກໂນໂລຊີຕ່າງໆ ເປັນຕົ້ນ AIກໍກໍາລັງພັດທະນາຢ່າງກ້າວກະໂດດ ໂດຍສະເພາະມີເຕັກໂນໂລຊີ ທີ່ສາມາດປະມວນພາບ ແລະ ຂໍ້ຄວາມຕາມທີ່ຜູ້ໃຊ້ປ້ອນຂໍ້ມູນໃຫ້ ຊຶ່ງເປັນປະໂຫຍດໃນການຊ່ວຍເຫລືອໃຫ້ຜູ້ໃຊ້ ລວມທັງຜູ້ທີ່ຢູ່ໃນຂົງເຂດສື່ມວນຊົນ ເຮັດວຽກໄດ້ສະດວກ ແລະ ໄວຂຶ້ນ ເຮັດໃຫ້ AIກໍາລັງແຜ່ຫລາຍໄປຍັງອຸດສາຫະກຳຕ່າງໆ ລວມທັງສື່ມວນຊົນ ແລະ ເປັນກາລະໂອກາດ ໃນການພັດທະນາບຸກຄະລາກອນສື່ມວນຊົນ ທັງເປັນໂອກາດສ້າງສັນຜົນງານໃໝ່ ຕາມຄວາມນິຍົມຂອງສັງຄົມ, ອາດຈະສາມາດຫັນປ່ຽນການໂຄສະນາ ແນວທາງນະໂຍບາຍຂອງພັກ ໄປສູ່ຮູບການໂຄສະນາແບບໃໝ່ ເປັນຊ່ອງທາງທີ່ໄວໜຸ່ມກຳລັງຕິດຕາມ ແລະ ໃຫ້ຄວາມສົນໃຈ. ແຕ່ເຖິງຢ່າງໃດກໍຕາມ, ໃນຫລາຍປະເທດກໍຍັງນໍາໃຊ້ ຢ່າງມີຄວາມລະມັດລະວັງ ເພາະການນໍາເຕັກໂນໂລຊີ AIມາມີສ່ວນໃນການເຮັດວຽກດ້ານສື່ມວນຊົນ ອາດນໍາມາຫລາຍບັນຫາ ທີ່ກະທົບຕໍ່ຈັນຍາບັນນັກຂ່າວ ຊຶ່ງບາງປະເທດທີ່ລະບົບເຕັກໂນໂລຊີ ນີ້ບໍ່ທັນຮອງຮັບພາສາໄດ້ດີ, ເວລາປ້ອນຂໍ້ມູນໃຫ້ລະບົບເຕັກໂນໂລຊີ AIເຮັດວຽກມັກຈະມີຂໍ້ມູນທີ່ຜິດພາດ, ການຄໍານວນໂຕເລກຜິດ ແລະການໃຊ້ພາສາທີ່ບໍ່ເໝາະສົມ, ມີການກ່າຍເນື້ອໃນ ຈາກສຳນັກຂ່າວອື່ນ ຂໍ້ມູນທີ່ໄດ້ມາບໍ່ຈະແຈ້ງ.
ສະນັ້ນ, ເມື່ອເຫັນໄດ້ເຖິງບົດບາດຂອງສື່ມວນຊົນ ແລະ ນັກຂ່າວໃນຍຸກຂອງການປະຕິວັດ 4.0ແລະ ເຕັກໂນໂລຊີປັນຍາປະດິດ ໂອກາດ ແລະ ສິ່ງທ້າທາຍສໍາລັບນັກຂ່າວໃນ ການເຄື່ອນໄຫວວຽກງານ ດ້ານການຂ່າວ ຄືດັ່ງຍົກຂຶ້ນມານັ້ນ, ອົງການສື່ມວນຊົນ ຕ້ອງໄດ້ເອົາໃຈໃສ່ຄຸ້ມຄອງ ແລະ ສ້າງເງື່ອນໄຂໃນການພັດທະນານັກຂ່າວ ໃຫ້ມີຄວາມສຳນານໃນການນໍາໃຊ້ເຕັກໂນໂລຊີ ແລະ ຕິດພັນກັບການກຳແໜ້ນ ແນວທາງນະໂຍບາຍ ຂອງພັກ-ລັດ, ລະບຽບກົດໝາຍ ແລະ ຈັນຍາບັນນັກຂ່າວ, ບໍ່ຄວນອີງໃສ່ແຕ່ເຕັກໂນໂລຊີຈົນຫລາຍເກີນໄປ; ຕິດຕາມຢ່າງໃກ້ຊິດ ບັນດາສື່ສັງຄົມອອນລາຍ ເພື່ອຄົ້ນເຫັນ ແລະ ຕີຖອຍຂໍ້ມູນ-ຂ່າວສານ ທີ່ບິດເບື່ອນໃສ່ຮ້າຍປ້າຍສີ ເພື່ອສ້າງໃຫ້ສັງຄົມເຂົ້າໃຈ ແລະ ທັງເປັນການຍົກສູງບົດບາດຂອງສື່ມວນຊົນ.
ຂໍ້ມູນ-ພາບ: ສໍານັກຂ່າວສານຫວຽດນາມ ປະຈໍາລາວ
KPL