ຮອງປະທານປະເທດ ຕ້ອນຮັບທູດຕີມໍ-ແລັດສະເຕ ເຂົ້າຢ້ຽມອຳລາ

24/06/2025 15:45
Email Print 104
KPL ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (Filomeno Aleixo da Cruz) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ປະຈຳ ສປປ ລາວ ໃນວັນທີ 24 ມິຖຸນາ 2025 ທີ່ສຳນັກງານປະທານປະເທດ ໃນໂອກາດທີ່ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ.



ຂປລ. ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມອຳລາ ຂອງທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ (
Filomeno Aleixo da Cruz) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ປະຈຳ ສປປ ລາວ ໃນວັນທີ 24 ມິຖຸນາ 2025 ທີ່ສຳນັກງານປະທານປະເທດ ໃນໂອກາດທີ່ສໍາເລັດໜ້າທີ່ການທູດຢູ່ ສປປ ລາວ.

ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ແລະ ໄດ້ຮັບຜົນສໍາເລັດຫລາຍດ້ານ, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະ ຫວ່າງ ສປປ ລາວ ແລະ ຕີມໍ-ແລັດສະເຕ ຕະຫລອດໄລຍະ 23 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ (29 ກໍລະກົດ 2002 ຫາ 20 ກໍລະກົດ 2025) ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແມ່ນຢູ່ໃນລະດັບປົກກະຕິດີ ໂດຍສະເພາະ ການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາສູງສຸດ ຂອງສອງປະເທດ. ສຳລັບການຮ່ວມມື ແລະ ຊ່ວຍເຫລືອ ລະຫວ່າງ ສອງລັດຖະບານ ເຫັນວ່າຕະຫລອດໄລຍະການສ້າງຕັ້ງສາຍ ພົວພັນການທູດ ເປັນຕົ້ນມາ ໄດ້ມີການຊ່ວຍເຫລືອເຊິ່ງກັນ ແລະ ກັນ ເປັນຕົ້ນ ຕີມໍ-ແລັດສະເຕ ໃຫ້ການຊ່ວຍເຫລືອຜູ້ຖືກຜົນກະທົບ ຈາກໄພນໍ້າຖ້ວມຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນປີ 2018 ຈໍານວນ 750.000 ໂດລາສະຫະລັດ. ສປ ຕີມໍ-ແລັດສະເຕ ຖືກຮັບຮອງຈາກສະມາຊິກ 10 ປະເທດອາຊຽນ ໃຫ້ເປັນຜູ້ສັງເກດການຂອງອາຊຽນ ໃນວັນທີ 11 ພະຈິກ 2022 ແລະ ຖືເປັນໂອກາດອັນດີ ທີ່ທັງສອງປະເທດ ຈະໄດ້ມີການຮ່ວມມືຫລາຍຂຶ້ນ ໃນກອບສອງຝ່າຍ ແລະ ຫລາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນີ້, ທ່ານຮອງປະທານປະເທດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍຫລັງທີ່ທ່ານທູດ ຟີໂລເມໂນ ອາລີໂຊ ດາ ຄຣູສ ເດີນທາງກັບຄືນປະເທດແລ້ວ, ທ່ານຈະສືບຕໍ່ສົ່ງເສີມຂະແໜງການ ທີ່ກ່ຽວຂ້ອງທັງສອງຝ່າຍ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ, ພ້ອມທັງຊອກຫາຊ່ອງທາງ ໃນການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກໍາ, ການນໍາເຂົ້າ ແລະ ສົ່ງອອກນໍ້າມັນ ແລະ ອາຍແກັສ ແລະ ດ້ານອື່ນໆໃນຊຸມປີຕໍ່ໜ້າ.




ໂອກາດດຽວກັນ
, ທ່ານ ຟີໂລເມໂນ ອາລິໂຊ ດາ ຄຣູສ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ອໍານວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ໃນການເຄື່ອນໄຫວວຽກງານ ແລະ ປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ, ພ້ອມທັງ ຢ້ຳຄືນຄໍາໝາຍໝັ້ນ ຈະສືບຕໍ່ຊຸກຍູ້ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງ ຕີມໍ-ແລັດສະເຕ ໃນການຜັນຂະຫຍາຍບັນດາຂໍ້ຕົກລົງ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ, ເພື່ອປະກອບສ່ວນເຂົ້າໃນ ການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ຂອງສອງປະເທດລາວ ແລະ ຕີມໍ-ແລັດສະເຕ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
KPL

ຂ່າວອື່ນໆ

    • 100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມ ພາລະກິດອັນມີກຽດສະຫງ່າຂອງພັກ-ຂອງຊາດການເມືອງ

      100 ປີ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມ ພາລະກິດອັນມີກຽດສະຫງ່າຂອງພັກ-ຂອງຊາດ

      6/24/2025 5:55:50 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ​ໄດ້​ໃຫ້​ສໍາພາດ​ຕໍ່​ສໍານັກ​ຂ່າວສານ​ຫວຽດນາມ ​ປະ​ຈໍາ​ລາວ

    • ລັດຖະບານ ດໍາເນີນກອງປະຊຸມ ສະໄໝສາມັນ ປະຈຳເດືອນມິຖຸນາ 2025ການເມືອງ

      ລັດຖະບານ ດໍາເນີນກອງປະຊຸມ ສະໄໝສາມັນ ປະຈຳເດືອນມິຖຸນາ 2025

      6/24/2025 5:51:41 PM

      ຂປລ. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມິຖຸນາ 2025 ໄຂຂຶ້ນ ໃນຕອນບ່າຍວັນທີ 24 ມິຖຸນາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງເຂົ້າຮ່ວມ.

    • ສະເໜີຮ່າງກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງການເມືອງ

      ສະເໜີຮ່າງກົດໝາຍວ່າດ້ວຍປ້າຍ ສະບັບປັບປຸງ

      6/24/2025 5:43:14 PM

      ຂປລ. ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກບ່າຍ ວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ

    • ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີການເມືອງ

      ປະກາດການຈັດຕັ້ງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

      6/24/2025 4:24:32 PM

      ຂປລ. ພິທີປະກາດການຈັດຕັ້ງ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ພາຍຫລັງໂຮມວຽກງານຈຳນວນໜຶ່ງ ຂອງກະຊວງພາຍໃນ ມາຂຶ້ນກັບ ຫສນຍ ຈັດ​ຂຶ້ນ​ໃນວັນທີ 23 ມິຖຸນາ 2025 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໃຫ້ທິດຊີ້ນຳຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີ ສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ, ມີບັນດາສະຫາຍກຳມະການສູນກາງພັກ, ລັດຖະມົນຕີປະຈໍາ ສນຍ

    • ສະພາແຫ່ງຊາດພິຈາລະນາ ຮ່າງ ກົດໝາຍ ອາກອນລາຍໄດ້ ສະບັບປັບປຸງການເມືອງ

      ສະພາແຫ່ງຊາດພິຈາລະນາ ຮ່າງ ກົດໝາຍ ອາກອນລາຍໄດ້ ສະບັບປັບປຸງ

      6/24/2025 3:38:26 PM

      ຂປລ. ໃນວາລະດຳເນີນ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກເຊົ້າໃນວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ).


Top