KPL
ຂປລ. ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ວິສາຫະກິດສ່ວນບຸກຄົນ ສ້າງສັນອີເວັນອໍກະໄນເຊີ ໄດ້ຈັດງານວາງສະແດງລົດຍົນ (Motor Fair 2025) ຄັ້ງທີ I ຂຶ້ນໃນວັນທີ 10-16 ກຸມພາ 2025 ທີ່ນາກາມໍ ພາກຊັນ ນະຄອນຫລວງວຽງຈັນ
![](https://kpl.gov.la/Media/Upload/News/Thumb/2025/02/11/134.jpg)
ຂປລ. ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ວິສາຫະກິດສ່ວນບຸກຄົນ ສ້າງສັນອີເວັນອໍກະໄນເຊີ ໄດ້ຈັດງານວາງສະແດງລົດຍົນ (Motor Fair 2025) ຄັ້ງທີ I ຂຶ້ນໃນວັນທີ 10-16 ກຸມພາ 2025 ທີ່ນາກາມໍ ພາກຊັນ ນະຄອນຫລວງວຽງຈັນ ໂດຍໄດ້ ຮວບຮວມຄ້າຍລົດ, ປະກັນໄພ, ສິນເຊື່ອ ເກືອບ 20 ບໍລິສັດ ມາເຂົ້!ຮ່ວມໃນງານ, ປະເພດສິນຄ້າທີ່ນຳມາວາງສະແດງ ປະກອບມີ: ລົດໄຟຟ້າ EV, ລົດທີ່ປະຢັດນໍ້າມັນ, ລົດຈັກ ໄຟຟ້າ, ເຄື່ອງຕົກແຕ່ງລົດ, ອຸປະກອນເສີມລົດ, ບໍລິສັດປະກັນໄພ, ບໍລິສັດສິນເຊື່ອ, ທະນາຄານ.
![](https://kpl.gov.la/Media/Upload/News/Thumb/2025/02/11/136.jpg)
ທ່ານ ວິທູນ ສິດທິມໍລະດາ ຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ອຸດສາຫະກຳລົດ ໄດ້ມີວິວັດທະນາການ ແລະ ພັດທະນາເປັນແຕ່ລະໄລຍະ ຢ່າງບໍ່ຢຸດຢັ້ງ ເພື່ອສາມາດຮອງຮັບຄວາມຕ້ອງການ ຂອງຜູ້ຊົມໃຊ້ລົດ ເຊິ່ງຖືເປັນສິນຄ້າມີມູນຄ່າສູງ, ທັງເປັນສິ່ງຈຳເປັນໃນລະບົບເສດຖະກິດ, ກິດຈະວັດປະຈໍາວັນ, ການເດີນທາງ. ສະນັ້ນ, ຜູ້ຊົມໃຊ້ ກ່ອນຈະຕັດສິນໃຈຊື້ລົດ ຕ້ອງສຶກສາຂໍ້ມູນໃຫ້ລະອຽດ ເຊິ່ງໃນງານວາງສະແດງຄັ້ງນີ້ ມີການບໍລິການໃຫ້ຄຳປຶກສາ ແລະ ແນະນຳກ່ວກັບລົດ ອີກດ້ວຍ. ນອກ ຈາກວາງສະແດງລົດແລ້ວ, ຍັງມີການຂາຍສິນຄ້າໂອດັອບ ຂອງລາວ, ມີຫ້ອງວາງສະແດງ ສຳລັບສິນຄ້າທີ່ເປັນທ່າແຮງ. ທັງນີ້, ກໍເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນຂອງລາວ, ປຸກລະດົມໃຫ້ສັງຄົມຫັນມາຊົມໃຊ້ສິນຄ້າລາວໃຫ້ນັບມື້ຫລາຍຂຶ້ນ.
![](https://kpl.gov.la/Media/Upload/News/Thumb/2025/02/11/137.jpg)
ໂອກາດດຽວກັນ, ທ່ານ ນາງ ວົງວັນ ບົວແພງ ປະທານ ບໍລິສັດສ້າງສັນອີເວັນ ອໍກະໄນເຊີ ໄດ້ໃຫ້ຮູ້ວ່າ: ງານວາງສະແດງລົດ ຈັດຂື້ນເພື່ອເປັນການສົ່ງເສີມ ແລະ ໂຄສະນາການຂາຍ ໂດຍສະເພາະແມ່ນການນຳໃຊ້ລົດ ທີ່ມີຄວາມທັນສະໄໝ ແທດເໝາະກັບເສດຖະກິດ, ແບບປະຢັດນໍ້າມັນ ແລະ ລະບົບໄຟຟ້າ. ພ້ອມນີ້, ຍັງຮວບຮວມເອົາທຸກພາກສ່ວນ ທີ່ຕິດພັນກັບອຸດສະຫະກຳລົດ ເຂົ້າມາວາງສະແດງ ເພື່ອເປັນທາງເລືອກໃຫ້ແກ່ຜູ້ບໍລິໂພກ ໄດ້ຊົມໃຊ້ແລະ ສຳພັດກັບຮູບແບບໃໝ່.
![](https://kpl.gov.la/Media/Upload/News/Thumb/2025/02/11/138.jpg)
![](https://kpl.gov.la/Media/Upload/News/Thumb/2025/02/11/139.jpg)
ຂ່າວ: ກິດຕາ
KPL