KPL
ຂປລ. ຕະຫລອດໄລຍະ 70 ປີ ແຫ່ງການນໍາພາ-ຊີ້ນໍາຂອງພັກ ປະຊາຊົນປະຕິວັດລາວນັ້ນ, ພັກໄດ້ນໍາພາຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ເຊິ່ງເຫັນໄດ້ປະຈັກຕາວ່າ ເວລາໃດປະເທດຊາດຂອງພວກເຮົາ ກໍໄດ້ຮັບການພັດທະນາ
![](https://kpl.gov.la/Media/Upload/News/Thumb/2025/02/11/132.jpg)
ຂປລ. ຕະຫລອດໄລຍະ 70 ປີ ແຫ່ງການນໍາພາ-ຊີ້ນໍາຂອງພັກ ປະຊາຊົນປະຕິວັດລາວນັ້ນ, ພັກໄດ້ນໍາພາຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ເຊິ່ງເຫັນໄດ້ປະຈັກຕາວ່າ ເວລາໃດປະເທດຊາດຂອງພວກເຮົາ ກໍໄດ້ຮັບການພັດທະນາ ເປັນຕົ້ນ ບັນດາໂຄງລ່າງພື້ນຖານທີ່ຈໍາເປັນ ເຊັ່ນ: ໂຮງຮຽນ, ໂຮງໝໍ, ຖະໜົນຫົນທາງ, ໂທລະຄົມມານາຄົມ, ລະບົບໄຟຟ້າ, ນໍ້າປະປາ ແລະ ອື່ນໆ ໄດ້ຮັບການພັດທະນາ ໂດຍສະເພາະ ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ.
ທ່ານ ວຽງພອນ ສຸກຂະວົງ ຜູ້ອຳນວຍການໂຮງຮຽນສິລະປະແຫ່ງຊາດ ໄດ້ໃຫ້ທັດສະນະຕໍ່ວັນ ວັນສ້າງຕັ້ງ ພັກປະຊາຊົນປະ ຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025) ທີ່ຈະມາເຖິງນີ້ວ່າ: ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານລາວ ໄດ້ເອົາໃຈໃສ່ພັດທະນາ ວຽກງານ ຖວທ ໂດຍສະເພາະ ວຽກງານວັດທະນະທຳ ໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເປັນຕົ້ນ ວຽກງານມໍລະດົກ ໄດ້ຮັບການເສີມຂະຫຍາຍ ເຊິ່ງສະຖານທີ່ສຳຄັນຕ່າງໆຫລາຍແຫ່ງ ຂອງ ສປປ ລາວ ໄດ້ຖືກຮັບຮອງ ເປັນມໍລະດົກໂລກ ແລະ ອື່ນໆ. ພ້ອມກັນນີ້, ກໍເຮັດໃຫ້ ໂຮງຮຽນສິລະປະແຫ່ງຊາດ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງແຂງແຮງ ແລະ ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ ເປັນຕົ້ນ ແມ່ນເຮັດໃຫ້ວຽກງານສຶກສາ ແລະ ສິລະປະຂອງ ສປປ ລາວ ມີການເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ, ສາມາດຮັບໃຊ້ໜ້າທີ່ການເມືອງຂອງພັກ-ລັດ, ຮັບໃຊ້ສັງຄົມ ໄດ້ຮັບຜົນສໍາເລັດເປັນກ້າວໆມາ. ຂະນະດຽວກັນ, ໂຮງຮຽນສິລະປະແຫ່ງຊາດ ກໍໄດ້ສຸມໃສ່ພັດທະນາຕົນເອງຢ່າງຮອບດ້ານ ເພື່ອໃຫ້ກາຍເປັນສູນກາງແຫ່ງການບໍາລຸງ, ກໍ່ສ້າງບຸກຄະລາກອນທາງດ້ານສິລະປະ ວັດທະນະທໍາ ໃຫ້ກາຍເປັນນັກສະ ແດງ, ນັກສິລະປິນອາຊີບ ກ້າວສູ່ລະດັບພາກພື້ນ ແລະ ສາກົນ ເທື່ອລະກ້າວ, ທັງໄດ້ສະໜອງນັກສິລະປິນ, ນັກສະ ແດງ, ນັກປະພັນ, ນັກປະດິດຄິດແຕ່ງຕ່າງໆ ໃຫ້ກັບກອງສະແດງ ທັງຢູ່ສູນກາງ ແລະ ທ້ອງຖິ່ນ.
ໃນໂອກາດນີ້, ທ່ານ ວຽງພອນ ສຸກຂະວົງ ຍັງໄດ້ສະແດງຄວາມພາກພູມໃຈ ແລະ ຄວາມກະຕັນຍູຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການນໍາພັັກ-ລັດ ທີ່ໄດ້ສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມຂອງຕົນ ເຂົ້າໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດນັບມື້ນັບກ້າວຂຶ້ນ, ທັງເຮັດໃຫ້ປະເທດຊາດ ມີການເຕີບໃຫຍ່ຂະຫຍາຍຕົວ, ເຮັດໃຫ້ຫລາຍໜ້າວຽກ, ຫລາຍຂະແໜງການ ໄດ້ຮັບການພັດທະນາ ທັງປະລິມານ ແລະ ຄຸນນະພາບ ໂດຍສະເພາະ ວຽກງານວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍຖືເອົາການພັດທະນາ ຊັບພະຍາກອນມະນຸດ ເປັນບຸລິມະສິດສໍາຄັນ, ເຮັດໃຫ້ປະເທດລາວເຮົາ ມີຖັນແຖວນັກ ຮຽນຮູ້, ປັນຍາຊົນ, ຜູ້ຊ່ຽວຊານດ້ານຕ່າງໆ ກໍຄື ແຮງງານທີ່ໄດ້ຮັບການຝຶກສີ ມືນັບມື້ນັບຫລາຍຂຶ້ນ, ຄຸນຄ່າດ້ານສິລະປະ-ວັດທະນະທໍາຂອງຊາດ, ຂອງເຜົ່າ ໄດ້ຮັບການອະນຸລັກຮັກສາ ແລະ ເສີມຂະຫຍາຍໃຫ້ອຸດົມຮັ່ງມີ, ພ້ອມທັງກໍາຈັດ ແລະ ລົບລ້າງວັດທະນະທໍາ ທີ່ເຊື່ອມຊາມ-ຊອດກະຈາ, ການເຊື່ອຖືງົມງວາຍ ໄດ້ຫລຸດລົງເປັນກ້າວໆ. ພ້ອມນັ້ນ, ວຽກງານສິລະປະການສະແດງ ກໍໄດ້ຮັບການສົ່ງເສີມ ໃນການປະດິດຄິດແຕ່ງ ສິລະປະ-ວັນນະຄະດີ ແລະ ລາຍການສະແດງຕ່າງໆໃຫ້ມີຫລາຍສີສັນ ແລະ ອຸດົມສົມບູນ, ໄດ້ເອົາໃຈໃສ່ບໍາລຸງ, ກໍ່ສ້າງຊັບພະຍາກອນມະນຸດ ທາງດ້ານສິລະປະການສະແດງ ນັບມື້ນັບຫລາຍຂຶ້ນ ໄດ້ທັງປະລິມານ ແລະ ຄຸນນະພາບ, ເຮັດໃຫ້ປະເທດລາວເຮົາ ໄດ້ມີຖັນແຖວນັກສະແດງ, ນັກສິລະປິນເປັນອາ ຊີບໃນສາຂາຕ່າງໆ ທີ່ໄດ້ຮັບການຝຶກສີມືນັບມື້ນັບຫລາຍຂຶ້ນ, ສາມາດສ້າງໃຫ້ເປັນກໍາລັງແຮງການຜະລິດຕົ້ນຕໍ ທີ່ສາມາດຕອບສະໜອງ ຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດໃຫ້ໄດ້ຢ່າງໝັ້ນຄົງ, ຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ສາມາດເຊື່ອມໂຍງກັບລະດັບພາກພື້ນ ແລະ ສາກົນ ເທື່ອລະກ້າວ.
ພ້ອມນີ້, ທ່ານ ວຽງພອນ ສຸກຂະວົງ ຍັງໄດ້ອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ ທຸກທ່ານ ຈົ່ງມີພະລານາໄມສົມບູນ, ສືບຕໍ່ນໍາພາປະເທດຊາດ ກໍຄື ນຳພາຊີ້ນຳ ວຽກງານ ຖວທ ໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນແດ່ພະນັກງານສະມາຊິກພັກ, ທະຫານ, ຕໍາຫລວດ ແລະ ປະຊາຊົນທຸກຖ້ວນໜ້າ ຈົ່ງມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ ວຽກງານອັນມີກຽດຂອງແຕ່ລະທ່ານ.
ຂ່າວ: ທະນູທອງ
KPL