ປະກອບຄຳເຫັນໃສ່ຮ່າງແຜນງານຊີວະນາຯພັນແຫ່ງຊາດ ສະບັທີ່ 3

26/08/2026 08:49
KPL ກອງປະຊຸມປຶກສາຫາລືປະກອບຄໍາເຫັນໃສ່ຮ່າງເບື້ອງຕົ້ນ ແຜນງານຊີວະນາໆພັນກະສິກໍາແຫ່ງຊາດ ໄລຍະປີ 2026-2030 ຈັດຂຶ້ນເມື່ອບໍ່ດົນຜ່ານມາ

 ໂດຍການ ເປັນປະທານຂອງທ່ານ ສີລິພົນ ພິທັກສູນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະ ນາຊົນນະບົດ (ສກປພ), ຮ່ວມກັບບັນດາຄະນະກົມທີ່ຂຶ້ນກັບກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີ ຜູ້ຕາງໜ້າສູນຄົ້ນຄວ້າທີ່ຂຶ້ນກັບ ສກປພ ແລະ ພະນັກງານວິຊາການ ກ່ຽວຂ້ອງເຂົ້າຮ່ວມ. ການປະກອບຄຳເຫັນໃສ່ຮ່າງ ເບື້ອງຕົ້ນແຜນງານຊີວະນາໆພັນ ກະສິກໍາແຫ່ງຊາດ ສະບັບ III ຄັ້ງນີ້, ເນັ້ນໃສ່ການທົບທວນຄືນຜົນການ ປະເມີນການຈັດຕັ້ງປະຕິບັດແຜນ ງານຊີວະນາໆພັນກະສິກໍາແຫ່ງ ຊາດ ສະບັບ II ທີ່ຜ່ານມາໃນກອບ ປີ 2015-2025, ກອບວຽກຊີ ວະນາໆພັນສາກົນ, ກອບນິຕິກໍາ ແລະ ນະໂຍບາຍຂອງ ສປປ ລາວ ທີ່ກ່ຽວຂ້ອງ ກັບຊີວະນາພັນກະສິກຳ. ພ້ອມກັນນັ້ນ, ກໍເພື່ອກວດກາຄວາມສອດຄ່ອງຂອງແຜນວຽກຊີວະນາໆພັນ ກະສິກຳທີ່ເຊື່ອມຢູ່ໃນຍຸດທະສາດຊີວະນາໆພັນແຫ່ງ ຊາດ ສະບັບທີ III (2026-2030) ເພື່ອຮັບປະກັນ ວ່າທັງສອງແຜນງານມີການເຊື່ອມສານກັນຢ່າງແໜ້ນ ແຟ້ນ ແລະ ເປັນເອກະພາບກັນໃນພາກປະຕິບັດລວມ ເຖິງວິໄສທັດ ຮອດປີ 2050, ເປົ້າໝາຍລວມ ຮອດປີ 2030, ແຜນວຽກຈຸດສຸມ 2026 ຫາ 2030. ກອງປະຊຸມໄດ້ເປີດກວ້າງສົນທະນາແລກປ່ຽນຂໍ້ມູນ ເຊິ່ງກັນ ແລະ ກັນ ຊຶ່ງເປັນບາດກ້າວສໍາຄັນໃນການສັງລວມຂໍ້ມູນຈາກບັນດາຄູ່ຮ່ວມງານ ເພື່ອມາປັບປຸງບັນດາເນື້ອໃນແຜນງານດັ່ງກ່າວ, ໃຫ້ມີຄວາມຄົບຖ້ວນ, ອຸດົມສົມບູນຂຶ້ນ ແລະ ຜົນໄດ້ຮັບຈາກກອງປະຊຸມຄັ້ງນີ້, ຈະເປັນການປູທາງໃຫ້ແກ່ການເຊື່ອມໂຍງເປົ້າໝາຍ ອັນໜຶ່ງອັນດຽວກັນ ຊຶ່ງຄາດວ່າຈະຖືກຮັບຮອງຢ່າງ ເປັນທາງການໃນທ້າຍປີ 2026 ນີ້. ຂ່າວ-ພາບ: ລຳເງິນ

KPL

ຂ່າວອື່ນໆ

    • ຫາລື ຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ ຢູ່ ສປປ ລາວວັດທະນະທຳ-ສັງຄົມ

      ຫາລື ຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ ຢູ່ ສປປ ລາວ

      8/25/2026 11:40:26 AM

      ກອງປະຊຸມຄະນະຊີ້ນຳ ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫລືອຢູ່ ສປປ ລາວ ເພື່ອ ສະຫລຸບຕີລາຄາການຈັດຕັ້ງປະຕິ ບັດໂຄງການ 6 ເດືອນຕົ້ນປີ 2026 ແລະ ແຜນ 6 ເດືອນທ້າຍປີ 2026, ພ້ອມທັງປຶກສາຫາລືໃນການຄຸ້ມ ຄອງມົນລະພິດ ແລະ ສິ່ງເສດ ເຫລືອ, ຂໍ້ສະດວກ ແລະ ສິ່ງທ້າ ທາຍ, ການປະສານງານຂອງແຕ່ ລະພາກສ່ວນ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດໂຄງການສາມາດ ດໍາເນີນໄປມີປະ ສິດທິພາບ, ສຳເລັດ ຕາມກໍານົດເວລາ ແລະ ບັນລຸຕາມ ຄາດໝາຍທີ່ວາງໄວ້. ກອງປະຊຸມ ດັ່ງກ່າວຈັດຂຶ້ນເມື່ອບໍ່ດົນຜ່ານມາ,

    • ຫາລືກຽມຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກວັດທະນະທຳ-ສັງຄົມ

      ຫາລືກຽມຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

      8/25/2026 11:35:40 AM

      ໃນລະຫວ່າງວັນທີ 24- 26 ສິງຫາ 2026 ນີ້, ກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມ ທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ເອກະພາບ ບັນດາເອກະສານກ່ຽວກັບການ ກະກຽມຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍການເປັນປະທານຂອງທ່ານກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາຫົວໜ້າກົມ, ຮອງກົມ, ກອງເລຂາຊ່ວຍວຽກຄະນະຮັບຜິດຊອບຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ສຳເລັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມຄັ້ງທີ III ຢູ່ແຂວງໄຊຍະບູລີວັດທະນະທຳ-ສັງຄົມ

      ສຳເລັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມຄັ້ງທີ III ຢູ່ແຂວງໄຊຍະບູລີ

      8/25/2026 9:48:09 AM

      ຫ້ອງການຄະນະໂຄສະ ນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊ ຍະບູລີ ຈັດຝຶກອົບຮົມວຽກງານ ສັງລວມ-ຫາງສຽງສັງຄົມ ຄັ້ງທີ III ໃຫ້ແກ່ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານຢູ່ແຂວງໄຊຍະບູລີ ໃນລະຫວ່າງວັນທີ 18-19 ສິງຫາ 2026

    • ປະກາດແຕ່ງຕັ້ງຮອງຫົວໜ້າ ອອປສ ຫົວໜ້າອົງກາໄອຍະການທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ປະກາດແຕ່ງຕັ້ງຮອງຫົວໜ້າ ອອປສ ຫົວໜ້າອົງກາໄອຍະການທະຫານຂັ້ນສູງ

      8/25/2026 9:42:16 AM

      ພິທີປະກາດການນຳຂັ້ນ ສູງອອກພັກການ-ຮັບອຸດໜູນບຳ ນານ ແລະ ແຕ່ງຕັ້ງຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການ ທະຫານຂັ້ນສູງ ຈັດຂຶ້ນໃນວັນທີ 21 ສິງຫາ 2026 ໂດຍການເປັນປະ ທານຂອງທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນຳ, ຜູ້ຕາງໜ້າ ຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍພະນັກງານຫລັກແຫລ່ງ ຂອງອົງການໄອຍະການປະຊາຊົນ ສູງສຸດ ແລະ ອົງການໄອຍະການ ທະຫານຂັ້ນສູງ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາເຂົ້າຢ້ຽມອຳລາວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາເຂົ້າຢ້ຽມອຳລາ

      8/25/2026 9:38:29 AM

      ໃນວັນທີ 21 ສິງຫາ 2026, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນາງ ມາຕິນ ເທເຣີ (Ms. Martine Therer) ຜູ້ຕາງໜ້າອົງການສະ ຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ໃນ ໂອກາດທີ່ຈະສໍາເລັດການປະຕິບັດ ໜ້າທີ່ຢູ່ ສປປ ລາວ ໃນທ້າຍເດືອນ ສິງຫາ 2026.


Top