ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາເຂົ້າຢ້ຽມອຳລາ

25/08/2026 09:38
KPL ໃນວັນທີ 21 ສິງຫາ 2026, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນາງ ມາຕິນ ເທເຣີ (Ms. Martine Therer) ຜູ້ຕາງໜ້າອົງການສະ ຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ໃນ ໂອກາດທີ່ຈະສໍາເລັດການປະຕິບັດ ໜ້າທີ່ຢູ່ ສປປ ລາວ ໃນທ້າຍເດືອນ ສິງຫາ 2026.

ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕ້ອນຮັບການຢ້ຽມ ອໍາລາຢ່າງອົບອຸ່ນ ແລະ ສະແດງ ຄວາມຍິນດີ, ພ້ອມທັງຊົມເຊີຍຕໍ່ ຜົນສໍາເລັດໃນການປະຕິບັດໜ້າທີ່ ເປັນຜູ້ຕາງໜ້າອົງການ UNDP ຢູ່ ສປປ ລາວ. ໃນນັ້ນ, ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ກັບການ ຮ່ວມມືທີ່ດີ ແລະ ການຊ່ວຍເຫລືອ ຂອງອົງການ UNDP ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍ ສະເພາະແມ່ນການສະໜັບສະໜູນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ຂະບວນການຮ່າງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X ແລະ ການ ສະໜັບສະໜູນຂະບວນການໂຕະ ມົນ ກໍຄື ການປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ, ການຫລຸດຜ່ອນຄວາມທຸກຍາກ, ວຽກງານເກັບກູ້ລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ແລະ ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງຢູ່ ສປປ ລາວ. ນອກຈາກນັ້ນ, ທ່ານຮອງນາ ຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມ ເຊີຍຕໍ່ກັບການສ້າງເອກະສານ ແຜນງານຮ່ວມມື (Country Programme Document) ສະ ບັບໃໝ່ ສໍາລັບປີ 2027-2031 ລະຫວ່າງອົງການ UNDP ແລະ ລັດຖະບານ ແຫ່ງ ສປປ ລາວ, ພ້ອມທັງການປະກອບສ່ວນເຂົ້າ ໃນຂະບວນການສ້າງ “ຂອບການ ຮ່ວມມືເພື່ອການພັດທະນາແບບ ຍືນຍົງລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ອົງການສະຫະ ປະຊາຊາດ” ສະບັບໃໝ່ ສໍາລັບ ປີ 2027-2031. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ ສະເໜີຕໍ່ອົງການ UNDP ປະຈໍາ ສປປ ລາວ ໃຫ້ການສືບຕໍ່ຊ່ວຍ ເຫລືອ ແລະ ສະໜັບສະໜູນການ ຈັດຕັ້ງປະຕິບັດແຜນພັດທະນາ ແລະ ບັນດາບຸລິມະສິດຕ່າງຂອງລັດຖະ ບານ ໂດຍສະເພາະຢູ່ໃນໄລຍະ ຂ້າມຜ່ານການຫລຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ໄລຍະປີ 2026-2029. ບົນຈິດໃຈດັ່ງກ່າວ, ເພື່ອເປັນກຽດ ແລະ ເປັນຜົນງານຂອງທ່ານ ນາງ ມາຕິນ ເທເຣີ ໃນການປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມ, ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງປະດັບຫລຽນກາມິດ ຕະພາບໃຫ້ແກ່ຜູ້ກ່ຽວ. ໃນໂອກາດດັ່ງກ່າວນີ້, ທ່ານນາງ ມາຕິນ ເທເຣີ ໄດ້ສະແດງ ຄວາມຂອບໃຈຕໍ່ກັບການຕ້ອນຮັບ ອັນອົບອຸ່ນຂອງທ່ານຮອງນາຍົກລັດ ຖະມົນຕີ ທອງສະຫວັນ ພົມວິຫານ ແລະ ໄດ້ສະແດງຄວາມຂອບໃຈມາ ຍັງລັດຖະບານ ແຫ່ງ ສປປ ລາວ ໃນການຮ່ວມມືທີ່ດີກັບອົງການ UNDP ຕະຫລອດໄລຍະຜ່ານມາ ໂດຍສະເພາະໃນໄລຍະທີ່ທ່ານ ນາງ ມາຕິນ ດໍາລົງຕໍາແໜ່ງເປັນຜູ້ຕາງ ໜ້າອົງການ UNDP ປະຈໍາ ສປປ ລາວ. ທ່ານ ນາງ ມາຕິນ ຍັງໄດ້ ໃຫ້ຄວາມໝາຍໝັ້ນວ່າອົງການ UNDP ຈະສືບຕໍ່ເພີ່ມທະວີການ ຮ່ວມມື ແລະ ສະໜັບສະໜູນການ ຈັດຕັ້ງປະຕິບັດແຜນພັດທະນາ ແລະ ບຸລິມະສິດຕ່າງໆຂອງລັດຖະບານ ຢ່າງຕັ້ງໜ້າ, ພາຍໃຕ້ການນໍາພາ ຂອງຜູ້ຕາງໜ້າອົງການ UNDP ຄົນໃໝ່. ໃນໄລຍະປີ 2022-2026, ການ ຮ່ວມມືລະຫວ່າງອົງການ UNDP ແລະ ລັດຖະບານ ແຫ່ງ ສປປ ລາວ ປະກອບດ້ວຍບັນດາວຽກຈຸດສຸມ ຄື: ວຽກງານບໍລິຫານລັດ ແລະ ການປົກຄອງລັດດ້ວຍກົດໝາຍ, ການຫລຸດຜ່ອນຄວາມທຸກຍາກ, ການຈັດຕັ້ງປະຕິບັດເປົ້າໝາຍພັດ ທະນາແບບຍືນຍົງ, ດ້ານສິ່ງແວດ ລ້ອມ, ການປ່ຽນແປງດິນຟ້າອາ ກາດ ແລະ ການສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບໄພພິບັດທໍາມະຊາດ, ສະໜັບສະໜູນການພັດທະນາ ສປປ ລາວ ເພື່ອໃຫ້ສາມາດຫລຸດ ພົ້ນອອກຈາກສະຖານະພາບດ້ອຍ ພັດທະນາ, ວຽກງານຂະແໜງເກັບ ກູ້ລະເບີດບໍ່ທັນແຕກ ແລະ ວຽກງານ ສົ່ງເສີມບົດບາດ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ ເພດຍິງ ໂດຍການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວຜ່ານແຜນງານ ຮ່ວມມື (Country Programme Document) ແລະ ບັນດາໂຄງ ການຕ່າງໆມີມູນຄ່າທັງໝົດຫລາຍ ກວ່າ 60 ລ້ານໂດລາສະຫະລັດ.

KPL

ຂ່າວອື່ນໆ


Top