KPL
ໃນໂອກາດຕາງໜ້າການນຳຂັ້ນສູງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານຄຸ້ມຄອງ ແລະ ແໄຂໄພພິບັດຢູ່ແຂວງຫລວງພະບາງ ໃນວັນທີ 24 ສິງຫາ 2026, ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ພ້ອມຄະນະໄດ້ຢ້ຽມຢາມ ແລະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫລວງພະບາງ.
ຂປລ. ໂດຍທ່ານໄດ້ເນ້ັນໃຫ້ເອົາໃຈໃສ່ສືບຕໍ່ຍົກສູງຄຸນນະພາບວຽກງານໂຄສະນາ-ອົບຮົມ, ກຳແໜ້ນສະພາບການ, ຕິດຕາມບັນຫາທີ່ສັງຄົມ ສົນໃຈ ແລະ ເສີມສ້າງປະສິດທິຜົນວຽກງານໂຄສະນາ-ເຜີຍແຜ່ແນວທາງຂອງພັກ ໃຫ້ສອດຄ່ອງກັບສະພາບການໃໝ່.
ພ້ອມທັງໃຫ້ສຸມໃສ່ການປັບປຸງ ກົງຈັກ-ການຈັດຕ້ັງ, ຊັບຊ້ອນບຸກຄະລາກອນໃຫ້ເໝາະສົມກັບວຽກ ງານ ໂດຍໝູນທິດນຳໃຊ້ພະນັກງານ ຜູ້ໜຶ່ງເຮັດໄດ້ຫລາຍວຽກ, ສືບຕ່ໍ ປັບປຸງຮັກສາສະຖານີວິທະຍຸ-ໂທລະພາບ ໃຫ້ສາມາດໃຊ້ງານໄດ້ປົກກະຕິ, ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ I ຂອງວຽກງານສື່ມວນຊົນທົ່ວປະເທດໃຫ້ກວ້າງຂວາງເລິກເຊິ່ງ ແລະ ຊຸກຍູ້ໃຫ້ພະນັກງານໃນຂະແໜງໂຄສະນາ-ອົບຮົມເອົາໃຈໃສ່ພັດທະນາຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາສະເພາະ, ປັບປຸງວິທີການເຮັດວຽກໃຫ້ວ່ອງໄວ, ຖືກຕ້ອງ, ທັນເຫດການ ແລະ ສາມາດຕອບສະໜອງຕໍ່ວຽກງານໃນຍຸກດີຈິຕອນ.
ໂອກາດນ້ີ, ທ່ານ ທອງຈັນ ລັດຕະນະປະດິດ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບ ຮົມແຂວງ ກໍໄດ້ລາຍງານສະພາບການຈັດຕັ້ງ-ປະຕິບັດວຽກງານ ຮອບດ້ານຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ. ປັດຈຸບັນ, ທົ່ວຄະນະໂຄສະນາອົບຮົມ ແຂວງມີລັດຖະກອນທັງໝົດ 60 ຄົນ, ຍິງ 17 ຄົນ, ອາສາສະໝັກ 2 ຄົນ, ຍິງ 1 ຄົນ. ໃນໄລຍະຜ່ານມາ ໄດ້ເປັນເຈົ້າການນໍາເອົາແນວທາງ ແລະ ນະໂຍບາຍຂອງພັກ-ລັດ ເຜີຍແຜ່ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ໂດຍຜ່ານການລົງຮາກຖານ, ເກັບກຳຫາງສຽງສັງຄົມ ແລະ ໂຄສະນາຜ່ານລະບົບສື່ມວນຊົນທຸກຮູບແບບ; ພ້ອມທັງໄດ້ຍົກໃຫ້ເຫັນເຖິງບາງຂໍ້ຈຳກັດ ແລະ ບັນຫາທີ່ຍັງຄົງມີຄວາມຫຍຸ້ງຍາກໃນການປະຕິບັດວຽກງານໃນຕ່ໍໜ້າ, ທັງໄດ້ມີຂໍສະເໜີຕ່ໍຄະນະໂຄສະນາອົບຮົມສູນກາງພັກ ຊ່ວຍກໍ່ສ້າງພະ ນັກງານທາງດ້ານທິດສະດີ ແລະ ວຽກງານວິຊາສະເພາະ, ສະໜອງອຸປະກອນ-ພາຫະນະຮັບໃຊ້ວຽກງານສື່ມວນຊົນ ແລະ ຊ່ວຍຊຸກຍູ້ງົບປະມານ ເພື່ອໃຫ້ວຽກງານຄະນະໂຄສະນາອົບຮົມມີຄວາມເຂັ້ມແຂງ.
ພາຍຫລັງສຳເລັດການໂອ້ລົມ, ທ່ານ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍຄະນະກໍໄດ້ໄປຢ້ຽມຢາມສະຖານີເຄື່ອງສົ່ງວິທະຍຸຕັ້ງຢູ່ບ້ານສັງຄະໂລກ ແລະ ສະຖານີຖ່າຍທອດວິທະຍຸ-ໂທລະພາບແຫ່ງຊາດ ຕັ້ງຢູ່ບ້ານຜານົມ ນະຄອນຫລວງພະບາງຕື່ມອີກ.
ຂ່າວ-ພາບ: ທະນູສິນ ອິດທິພົນ
KPL