KPL
ໃນວັນທີ 25 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫລງຂ່າວຕໍ່ສ່ືມວນຊົນກ່ຽວກັບຜົນກອງປະຊຸມ ລັດຖະບານສະໄໝສາມັນ ປະຈຳ ເດືອນສິງຫາ 2026 ວ່າ: ກອງປະຊຸມໄດ້ໄຂຂຶ້ນໃນວັນທີ 24 ແລະ ອັດລົງໃນວັນທີ 25 ສິງຫາ 2026 ທີ່ສຳນັກງານນາຍົກລັດຖະມົນຕີ.
ຂປລ. ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ- ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ, ຜູ້ ຕາງໜ້າຄະນະກຳມະການປົກຄອງນະຄອນຫລວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພ່ືອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນກັນຍາ 2026.
ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທ່ີສໍາຄັນ ຄື:
ວາລະທີ 1: ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຈໍານວນໜຶ່ງຄື: ການປະຕິບັດວຽກຈຸດສຸມພ້ົນເດ່ັນປະຈໍາເດືອນສິງຫາ ແລະ ທິດທາງແຜນການ ປະຈຳເດືອນກັນຍາ 2026 ຂອງລັດຖະບານ; ສະພາບການຄຸ້ມຄອງລາຄາສິນຄ້າ ແລະ ການແກ້ໄຂບັນຫາ ນ້ໍາມັນເຊ້ືອໄຟ; ສະພາບໄພພິບັດທ່ີເກີດຂຶ້ນໃນປີ 2026 ແລະ ແຜນ ການກຽມຄວາມພ້ອມຮັບມືໃນທ້າຍປີ 2026. ໃນນ້ັນ, ຕ່ໍກັບສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນ ສິງຫາ 2026 ຂອງລັດຖະບານ ເຫັນວ່າທົ່ວປະເທດ ສືບຕໍ່ຮັກສາ ໄດ້ສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ; ໄດ້ສືບ ຕໍ່ຫັນລົງກໍ່ສ້າງຮາກຖານການ ເມືອງຢູ່ບັນດາຮາກຖານ ແລະ ຈຸດ ຫລໍ່ແຫລມ; ໄດ້ເອົາໃຈໃສ່ສະກັດ ກັ້ນ ແລະ ແກ້ໄຂປະກົດການຫຍໍ້ທ້ໍ ຕ່າງໆເປັນຕົ້ນເກັບກູ້ອາວຸດ, ວັດຖຸ ລະເບີດ, ແກ້ງສະແກມເມີ, ການ ລັກລອບຄົນເຂົ້າ-ອອກເມືອງ, ການ ນໍາເຂົ້າ ແລະ ນໍາໃຊ້ພາຫະນະບ່ໍ ຖືກຕ້ອງ, ອຸບັດເຫດຕາມທ້ອງ ຖະໜົນ; ມາຮອດປັດຈຸບັນສາມາດ ເກັບລາຍຮັບເຂ້ົາງົບປະມານໄດ້ 72% ຂອງແຜນການປີ, ປະຕິບັດ ແຜນລາຍຈ່າຍງົບປະມານໄດ້ 48% ຂອງແຜນການປີ, ສາມາດຄວບຄຸມ ອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7,6%; ໄດ້ເອົາໃຈໃສ່ສ່ົງເສີມການຜະລິດຮັບໃຊ້ພາຍໃນ ແລະ ເປັນ ສິນຄ້າ ເພ່ືອທົດແທນການນໍາເຂ້ົາ, ທັງໄດ້ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆຢ່າງເປັນເຈົ້າ ການ. ນອກຈາກນັ້ນ, ການກໍ່ສ້າງ- ປັບປຸງໂຄງລ່າງພ້ືນຖານເສັ້ນທາງ- ຂົວ, ວຽກງານປະກັນສັງຄົມ, ການພັດທະນາຫັນເປັນດີຈິຕອນ ແລະ ທັນສະໄໝ, ການສະໜອງນໍ້າມັນ ເຊື້ອໄຟ, ການສົ່ງເສີມນຳໃຊ້ລົດໄຟ ຟ້າ ແລະ ພະລັງງານສະອາດ, ການ ປັບປຸງຄຸນນະພາບການສຶກສາ, ການກະກຽມເປີດສົກຮຽນໃໝ່ ສົກ ຮຽນ 2026-2027, ການສ້າງ ຄອບຄົວວັດທະນະທໍາ, ການປັບປຸງ ພ້ືຶນຖານໂຄງລ່າງ ແລະ ການບໍລິການທ່ອງທ່ຽວ, ການປ້ອງກັນພະ ຍາດຕາມລະດູການ, ການປັບປຸງ ການບໍລິການດ້ານສາທາລະນະ ສຸກ, ການຂະຫຍາຍຕາໜ່າງໄຟຟ້າ ຮັບໃຊ້ປະຊາຊົນ, ການເຄື່ອນໄຫວ ວຽກງານຕ່າງປະເທດ ແລະ ອ່ືນໆລ້ວນແຕ່ໄດ້ຮັບການຈັດຕ້ັງປະຕິ ບັດຢ່າງຄືບໜ້າ. ພ້ອມກັນນ້ັນ, ລັດຖະບານໄດ້ເອົາໃຈໃສ່ຊີ້ນໍາ ແລະ ຊ່ວຍເຫລືອເບື້ອງຕົ້ນໃຫ້ແກ່ປະຊາ ຊົນທີ່ຖືກຜົນກະທົບຈາກໄພພິບັດ ນໍ້າຖ້ວມ-ນໍ້າໄຫລຊຸຢູ່ 8 ແຂວງ ຊຶ່ງ ທ່ານນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານຈໍານວນໜ່ຶງ ກໍໄດ້ລົງຕິດຕາມແກ້ໄຂ ແລະ ມອບການຊ່ວຍເຫລືອໃຫ້ແກ່ປະຊາຊົນທ່ີຖືກຜົນກະທົບຢູ່ພື້ນທີ່ຕົວຈິງໃນທ້ອງ ຖິ່ນຕ່າງໆ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ກໍຍັງມີວຽກງານຈຳນວນໜຶ່ງທ່ີຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ມີປະສິດທິຜົນຫລາຍກວ່າເກົ່າເປັນຕົ້ນບັນຫາສະແກມເມີ, ບັນຫາອຸບັດເຫດ, ການຄ້າຂາຍຢາເສບຕິດ ແລະ ອື່ນໆຍັງເກີດຂຶ້ນຈຳນວນບໍ່ໜ້ອຍ; ການຈັດຕັ້ງປະຕິບັດໂຄງການທ່ີເປັນບຸລິມະສິດຂອງລັດຖະບານ ຍັງມີຄວາມຄືບໜ້າຊ້າ; ການນໍາເຂົ້າສິນຄ້າຟູມເຟືອຍ ແລະ ສິນຄ້າ ທີ່ຜະລິດພາຍໃນໄດ້ແລ້ວແຕ່ຍັງບ່ໍມີ ທ່າອ່ຽງຫລຸດລົງ; ເອົາໃຈໃສ່ການປະຕິບັດນະໂຍບາຍນໍາໃຊ້ລົດໄຟຟ້າ ແລະ ພະລັງງານສະອາດຢ່າງແຂງແຮງ; ການຈັດຕັ້ງປະຕິບັດວຽກ ງານ ແລະ ການແບ່ງຄວາມຮັບຜິດຊອບລະຫວ່າງເມືອງ, ຕາແສງ ແລະ ບ້ານໃຫ້ມີຄວາມຊັດເຈນ, ໂລ່ງລ່ຽນ ແລະ ບໍລິການຮັບໃຊ້ປະຊາຊົນຢ່າງທັນການ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫລັກການຮັບຮອງເອົາຮ່າງນິຕິກໍາ ຈໍານວນ 12 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍຈັດຊື້-ຈັດຈ້າງດ້ວຍທຶນ ຂອງລັດ (ສະບັບປັບປຸງ); ຮ່າງ ກົດໝາຍວ່າດ້ວຍການຄວບຄຸມ ເຄື່ອງດື່ມທີ່ມີທາດເຫລົ້າ (ສະບັບ ປັບປຸງ), ຮ່າງກົດໝາຍວ່າດ້ວຍ ພົນລະເຮືອນ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປະກັນ ສຸຂະພາບ (ສະບັບປັບປຸງ); ຮ່າງ ກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ); ຮ່າງກົດໝາຍວ່າ ດ້ວຍການບິນພົນລະເຮືອນ (ສະບັບ ປັບປຸງ); ຮ່າງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະ ຍາກໍາທາງໄຊເບີ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍກໍາລັງປ້ອງ ກັນຄວາມສະຫງົບປະຊາຊົນລາວ (ສະບັບປັບປຸງ); ຮ່າງຄໍາສັ່ງ ວ່າດ້ວຍການປັບປຸງນະໂຍບາຍ ແລະ ເພ່ີມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໃໝ່; ຮ່າງດໍາລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະ ນາ (ສະບັບປັບປຸງ); ຮ່າງດຳລັດວ່າດ້ວຍນະໂຍບາຍການພັດທະນາ ເສດຖະກິດ-ສັງຄົມ ແຂວງຜົ້ງສາ ລີ ແລະ ແຂວງຫົວພັນ. ໃນນັ້ນ, ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງ- ອົງການສົມທົບກັບພາກສ່ວນກ່ຽວຂ້ອງນຳເອົາຮ່າງນິຕິກຳທ່ີຕິດພັນກັບຂະແໜງການຂອງຕົນໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານໃຫ້ມີເນື້ອໃນຄົບຖ້ວນສົມບູນ, ລະອຽດຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ; ພາຍຫລັງປັບປຸງບັນດາຮ່າງກົດໝາຍສຳເລັດແລ້ວ ຈຶ່ງສະ ເໜີນຳເຂົ້າຜ່ານກອງປະຊຸມສະພາ ແຫ່ງຊາດ ພິຈາລະນາຮັບຮອງ. ສະ ເພາະຮ່າງກົດໝາຍວ່າດ້ວຍການ ປະກັນສຸຂະພາບ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ) ມອບໃຫ້ ຄະນະຮັບຜິດຊອບນໍາໄປປັບປຸງຕ່ືມເພື່ອຄົ້ນຄວ້າໂຮມເຂົ້າເປັນກົດໝາຍ ດຽວໃຫ້ສອດຄ່ອງກັບເງື່ອນໄຂ ສະພາບຕົວຈິງ. ສ່ວນຮ່າງດຳລັດ ວ່າດ້ວຍນະໂຍບາຍການພັດທະ ນາເສດຖະກິດ-ສັງຄົມ ແຂວງຜົ້ງ ສາລີ ແລະ ແຂວງຫົວພັນ ແມ່ນມອບໃຫ້ພາກສ່ວນກ່ຽວຂ້ອງກວດກາຄືນ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ, ພ້ອມທັງຈັດລຽງບຸລິມະສິດແຜນພັດທະນາພືຶ້ນຖານໂຄງລ່າງຕ່າງໆຢ່າງມີຈຸດສຸມ ແລະ ສອດຄ່ອງກັບ ບັນດາທ່າແຮງບົ່ມຊ້ອນຂອງແຕ່ລະ ທ້ອງຖິ່ນ.
ສຳລັບທິດທາງແຜນວຽກຈຸດ ສຸມປະຈຳເດືອນກັນຍາ 2026 ກອງປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນ ດັ່ງນີ້: ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ ແລະ ຮັກສາຄວາມສະຫງົບຕາມຊາຍແດນ; ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນອາຊະຍາກໍາລະບົບຄອມພິວເຕີ, ຢາເສບຕິດ, ການປຸ້ນຈ້ີຊີງຊັບ, ອຸບັດເຫດຕາມທ້ອງຖະໜົນໃຫ້ຫລຸດລົງ;
ສືບຕໍ່ສຸມໃສ່ແກ້ໄຂ ແລະ ຊ່ວຍເຫລືອບັນເທົາທຸກຈາກຜົນກະທົບນ້ໍາຖ້ວມໃຫ້ກັບຄືນສູ່ປົກກະຕິໂດຍ ໄວ; ແກ້ໄຂເສັ້ນທາງທີ່ຖືກນໍ້າເຊາະ ເຈື່ອນ-ຕັດຂາດ ໃຫ້ສາມາດໄປ ມາໄດ້; ກະກຽມຄວາມພ້ອມຮອບ ດ້ານໃນການຮັບມືກັບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ; ໃຫ້ຕິດ ຕາມຄວາມປອດໄພຂອງເຂື່ອນ, ລວມທັງການຈັດການປະລິມານ ນ້ຳໃນເຂື່ອນໃຫ້ດີ; ສຸມໃສ່ກະກຽມ ບັນດາເນື້ອໃນທີ່ຕິດພັນກັບຄວາມ ຮັບຜິດຊອບຂອງລັດຖະບານໃຫ້ ພ້ອມ ແລະ ເຂົ້າຮ່ວມລາຍງານຕ່ໍກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ປະຈຳເດືອນສິງຫາ 2026;ຮີບຮ້ອນຜັນຂະຫຍາຍມະຕິ 34/ສພຊ ວ່າດ້ວຍການຮັບຮອງ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະການສ້າງແຜນງານ, ໂຄງການລະອຽດ ແລະ ແຜນງົບປະມານທ່ີຈະຈັດຕ້ັງປະຕິ ບັດບັນດາວຽກຈຸດສຸມຂອງວາລະ ແຫ່ງຊາດ ແລ້ວລາຍງານຕໍ່ກອງ ປະຊຸມລັດຖະບານໃນເດືອນກັນຍາ ຫລື ເດືອນຕຸລາ ກ່ອນຈະນຳສະເໜີ ຜ່ານກອງປະຊຸມສະພາແຫ່ງຊາດ ໃນທ້າຍປີນີ້; ໃຫ້ບັນດາກະຊວງ- ອົງການທຽບເທົ່າຮີບຮ້ອນແບ່ງ ພາລະບົດບາດ, ຄວາມຮັບຜິດຊອບລະຫວ່າງເມືອງ, ຕາແສງ ແລະ ບ້ານ ໃນການປະຕິບັດວຽກງານ ຂອງຂະແໜງການຕ່າງໆໃຫ້ສຳ ເລັດໃນເດືອນກັນຍາ 2026; ສຸມ ໃສ່ເກັບລາຍຮັບງົບປະມານຈາກ ແຫລ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ຂະຫຍາຍຖານອາກອນມູນຄ່າເພີ່ມໃຫ້ໄດ້ຫລາຍ, ທັງສຸມໃສ່ການເຊື່ອມໂຍງຂໍ້ມູນການຈັດເກັບ ລາຍຮັບກັບບັນດາຂະແໜງການທ່ ກ່ຽວຂ້ອງ; ສືບຕໍ່ຊຸກຍູ້ການຜະລິດ ເປັນສິນຄ້າ ເພື່ອສົ່ງອອກ ແລະ ທົດ ແທນການນຳເຂ້ົາ, ໄປຄຽງຄູ່ກັບ ການຈຳກັດການນຳເຂົ້າສິນຄ້າ ຟູມເຟືອຍ ແລະ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ ໂດຍສະເພາະ ຊີ້ນໝູແຊ່ແຂງຈາກຕ່າງປະເທດ ທ່ີ ມີລາຄາຕໍ່າ ແລະ ບໍ່ຮັບປະກັນດ້ານ ຄຸນນະພາບ, ພ້ອມທັງໃຫ້ລົງຊ່ວຍ ແຂວງໄຊຍະບູລີ ໃນການຄວບຄຸມ ການລະບາດພະຍາດອະຫິວາໝູ; ສືບຕໍ່ກະກຽມເປີດສົກຮຽນໃໝ່ສົກປີ 2026-2027 ທຸກຊັ້ນຮຽນ ແລະ ເປີດມະຫາວິທະຍາໄລສ້າງ ຄູແຫ່ງຊາດ; ສືບຕໍ່ຕິດຕາມຊຸກຍູ້, ກວດກາຂໍ້ມູນ ແລະ ຈັດແບ່ງງົບ ປະມານ ເພື່ອແກ້ໄຂນະໂຍບາຍຕໍ່ຜູ້ ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ; ສືບຕໍ່ຕິດຕາມ, ເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂພະ ຍາດລະບາດຕາມລະດູການ; ສືບຕໍ່ຄຸ້ມຄອງ ແລະ ກວດກາເຂັ້ມງວດຕໍ່ຄຸນນະພາບ, ມາດຕະຖານຂອງອາຫານ, ຢາ ແລະ ຜະລິດຕະພັນການແພດໃຫ້ໄດ້ມາດຕະຖານ ແລະ ຮັບປະກັນຄວາມປອດໄພ.
ສືບຕ່ໍກະກຽມຈັດງານສັບປະດາວັດທະນະທໍາ ລາວ-ກຳປູເຈຍ, ລວມທັງລາຍການສະແດງ ເພື່ອຮັບໃຊ້ການເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຮອບວຽນທີ 3 ໃຫ້ດີ ໂດຍຖືເປັນໂອກາດດຶງດູດ ແລະ ສົ່ງເສີມການທ່ອງທ່ຽວລາວ; ສືບຕໍ່ຂະຫຍາຍເຄືອຂ່າຍໂທລະຄົມ, ສັນຍານອິນເຕີເນັດ ໄປສູ່ເຂດຫ່າງໄກສອກຫລີກທີ່ຍັງບໍ່ທັນມີສັນຍານ, ຊຸກຍູ້ການນຳໃຊ້ລະບົບ (G-Chat) ແລະ ລະບົບບໍລິຫານດີຈິຕອນ ເພ່ືອຫັນເປັນລັດດີຈິຕອນໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນ; ສືບຕໍ່ປັບປຸງກົນໄກ ແລະ ວິທີການໃນການຈັດຕັ້ງປະຕິບັດຄຳ ຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດ ຂາດໃຫ້ໄວ ແລະ ໄດ້ຫລາຍຂ້ຶນ, ທັງສຸມໃສ່ແກ້ໄຂວັດຖຸມີຄ່າ ແລະ ຊັບສິນທີ່ຢຶດໄດ້ຈາກຄະດີຕ່າງໆໃຫ້ໄວຂຶ້ນ; ສືບຕໍ່ກະກຽມການເຄື່ອນໄຫວຕ່າງປະເທດ ຂອງການນຳຂັ້ນສູງ ແລະ ຕ້ອນຮັບການມາຢ້ຽມຢາມລາວ ຢ່າງເປັນທາງການຂອງການນຳຂັ້ນສູງປະເທດເພື່ອນມິດໃຫ້ໄດ້ຮັບຜົນດີ.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກລັດຖະບານຈົ່ງນໍາເອົາແຜນວຽກຈຸດສຸມປະຈຳເດືອນກັນຍາ 2026 ທີ່ກອງປະຊຸມໄດ້ເອກະພາບກັນໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມ ຮັບຜິດຊອບໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການຈັດຕັ້ງ ກໍຄື ບຸກຄະລາກອນແຕ່ລະຂ້ັນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ.
ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.
KPL