KPL
ຫ້ອງການຄະນະໂຄສະ ນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊ ຍະບູລີ ຈັດຝຶກອົບຮົມວຽກງານ ສັງລວມ-ຫາງສຽງສັງຄົມ ຄັ້ງທີ III ໃຫ້ແກ່ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານຢູ່ແຂວງໄຊຍະບູລີ ໃນລະຫວ່າງວັນທີ 18-19 ສິງຫາ 2026
ຜ່ານມາຢູ່ຫ້ອງວ່າການແຂວງ, ພາຍໃຕ້ການເປັນປະທານ
ຂອງສະຫາຍ ເພັງນິລັນ ຄຳພັນເພັງ
ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານ
ສະພາປະຊາຊົນແຂວງ, ສະຫາຍ
ບຸນເພັງ ຈັນທະດາລາ ກໍາມະການພັກ, ຫົວໜ້າຫ້ອງການຄະນະໂຄ
ສະນາອົບຮົມສູນກາງພັກ ພ້ອມ
ດ້ວຍທີມງານເປັນວິທະຍາກອນ, ມີກຳມະການພັກແຂວງ, ຄະນະປະຈໍາ
ສະພາປະຊາຊົນແຂວງ, ຫົວໜ້າຮອງຫົວໜ້າພະແນກການ, ຫົວໜ້າຮອງຫົວໜ້າກອງບັນຊາການ ປກສ-ປກຊ ແຂວງ,
ບັນດາຮອງເລຂາຄະນະບໍລິຫານພັກເມືອງ, ຫົວໝ້າ
ຄະນະໂຄສະນາອົບຮົມ 11 ເມືອງພາຍໃນແຂວງໄຊຍະ
ບູລີ ແລະ ພະນັກງານຫລັກແຫລ່ງຂອງຄະນະໂຄສະນາ
ອົບຮົມແຂວງເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້, ຖືເປັນການຍົກລະດັບຄວາມ
ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງໃຫ້ແກ່ຖັນແຖວພະນັກງານ
ການເມືອງ-ແນວຄິດ ໂດຍສະເພາະການເພີ່ມຂີດຄວາມ
ສາມາດໃຫ້ແກ່ພະນັກງານຜູ້ທີ່ຮັບຜິດຊອບວຽກງານ
ຄົ້ນຄວ້າສັງລວມ ແລະ ວຽກງານຕິດຕາມ, ເກັບກໍາ
ສະພາບແນວຄິດ-ຫາງສຽງສັງຄົມ ເພື່ອນໍາໄປໝູນໃຊ້
ເຂົ້າໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບຢ່າງມີປະສິດທິ
ພາບ. ຕະຫລອດໄລຍະການຝຶກອົບຮົມ, ສໍາມະນາກອນ
ໄດ້ຮັບຟັງການບັນຍາຍເນື້ອໃນເອກະສານ ຈໍານວນ 4 ບົດ
ຄື: ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ;
ວິທີການຕິດຕາມ, ເກັບກໍາ ແລະ ນໍາໃຊ້ຫາງສຽງສັງຄົມ
ເຂົ້າໃນວຽກງານການເມືອງ-ແນວຄິດ; ຕາໜ່າງເພື່ອນ
ຮ່ວມງານ ແລະ ວຽກງານຄົ້ນຄວ້າ-ສັງລວມ.
ນອກຈາກຮັບຟັງການບັນຍາຍເນື້ອໃນທິດສະດີແລ້ວ,
ສໍາມະນາກອນຍັງໄດ້ເຮັດທົດລອງຕົວຈິງ ໂດຍຈັດຕັ້ງ
ເປັນກຸ່ມ ເພື່ອພ້ອມກັນການຄົ້ນຄວ້າ, ໄຈ້ແຍກຄວາມແຕກ
ຕ່າງລະຫວ່າງຫາງສຽງສັງຄົມ, ຂ່າວລື ແລະ ຖ້ອຍທໍາ
ນອງບິດເບືອນ, ພ້ອມກັນນັ້ນ ກໍໄດ້ວິເຄາະ, ວິໄຈສາເຫດ
ຕົ້ນຕໍ ແລະ ຄາດຄະເນທ່າອ່ຽງຜົນກະທົບຂອງຫາງສຽງ
ສັງຄົມໃນຕໍ່ໜ້າຕິດພັນກັບການຄົ້ນຄວ້າວິທີການ ແລະ
ມາດຕະການປັບປຸງແກ້ໄຂຢ່າງລະອຽດໃນແຕ່ລະໄລຍະ.
ນອກຈາກນັ້ນ, ສໍາມະນາກອນຍັງໄດ້ຜັດປ່ຽນກັນຂຶ້ນປະ
ກອບຄວາມຄິດຄວາມເຫັນ, ຕັ້ງຄໍາຖາມ ແລະ ແລກປ່ຽນ
ບົດຮຽນຢ່າງກົງໄປກົງມາກັບວິທະຍາກອນ ເຮັດໃຫ້ຊຸດ
ຝຶກອົບຮົມໃນຄັ້ງນີ້ ມີບັນຍາກາດຟົດຟື້ນ, ມີເນື້ອໃນຄວາມ
ໝາຍເລິກເຊິ່ງ ແລະ ສອດຄ່ອງກັບສະພາບຕົວຈິງໃນ
ເງື່ອນໄຂປັດຈຸບັນ.
ຂ່າວ-ພາບ: ຄອນສະໄໝ ກາວັນ
KPL