KPL
ພິທີປະກາດການນຳຂັ້ນ ສູງອອກພັກການ-ຮັບອຸດໜູນບຳ ນານ ແລະ ແຕ່ງຕັ້ງຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການ ທະຫານຂັ້ນສູງ ຈັດຂຶ້ນໃນວັນທີ 21 ສິງຫາ 2026 ໂດຍການເປັນປະ ທານຂອງທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນຳ, ຜູ້ຕາງໜ້າ ຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍພະນັກງານຫລັກແຫລ່ງ ຂອງອົງການໄອຍະການປະຊາຊົນ ສູງສຸດ ແລະ ອົງການໄອຍະການ ທະຫານຂັ້ນສູງ ເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ກັນຍາ ແສງ
ແກ້ວວົງພະຈັນ ຮອງຫົວໜ້າກົມ
ຄຸ້ມຄອງພະນັກງານ, ຄະນະຈັດຕັ້ງ
ສູນກາງພັກ ໄດ້ຜ່ານລັດຖະດຳລັດ
ວ່າດ້ວຍການອະນຸມັດໃຫ້ພະນັກ
ງານການນຳຂັ້ນສູງອອກພັກການຮັບອຸດໜູນບຳນານ ສະບັບເລກທີ 168/ປປທ, ລົງວັນທີ 4 ສິງຫາ 2026 ຄື: ທ່ານ
ພົນຈັດຕະວາ ອຳເພັດ ພົມມະກອນ ຮອງຫົວໜ້າອົງການ
ໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະ
ການທະຫານຂັ້ນສູງອອກພັກການ-ຮັບອຸດໜູນບຳນານ.
ພ້ອມນັ້ນ, ກໍໄດ້ຜ່ານລັດຖະດຳລັດວ່າດ້ວຍການແຕ່ງຕັ້ງ
ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຫົວ
ໜ້າອົງການໄອຍະການທະຫານຂັ້ນສູງ ສະບັບເລກທີ
167/ປປທ, ລົງວັນທີ 4 ສິງຫາ 2026 ໂດຍໄດ້ແຕ່ງຕັ້ງ
ທ່ານ ພັນເອກ ລັດສະໝີ ຂັນອາສາ ເປັນຮອງຫົວໜ້າ
ອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການ
ໄອຍະການທະຫານຂັ້ນສູງ.
ໂອກາດນີ້, ທ່ານ ນາງ ລີວົງ ລາວລີ ໄດ້ສະແດງ
ຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜູ້ທີ່ໄດ້ຮັບ
ນະໂຍບາຍອອກພັກການ-ຮັບອຸດໜູນບຳນານ ແລະ
ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ໃນຄັ້ງນີ້ ຊຶ່ງໄດ້ມີຜົນງານອັນ
ໃຫຍ່ຫລວງຫລາຍດ້ານ ກໍຄື ພາລະກິດປົກປັກຮັກສາ
ແລະ ສ້າງສາພັດທະນາປະເທດຊາດ, ຕະຫລອດຮອດ
ຄຸນງາມຄວາມດີ, ຄຸນສົມບັດສິນທຳປະຕິວັດ, ຄວາມ
ຮູ້-ຄວາມສາມາດ, ຄວາມເປັນແບບຢ່າງ, ນໍ້າໃຈເສຍ
ສະລະ ແລະ ຄວາມຮັບຊອບສູງຕໍ່ໜ້າທີ່ການເມືອງທີ່ພັກລັດ ແລະ ປະຊາຊົນມອບໝາຍໃຫ້ ຊຶ່ງຄົນຮຸ່ນໜຸ່ມ ກໍຄື
ພະນັກງານຮຸ່ນສືບທອດຕ້ອງໄດ້ຖອດຖອນບົດຮຽນເອົາ
ເປັນແບບຢ່າງ ເພື່ອໝູນໃຊ້ເຂົ້າໃນການປະຕິບັດວຽກ
ງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມກັນ
ນັ້ນ, ກໍເຊື່ອໝັ້ນວ່າເມື່ອໄດ້ອອກພັກການ-ຮັບບຳນານ
ແລ້ວ, ບັນດາທ່ານຍັງສືບຕໍ່ປະກອບສ່ວນຊ່ວຍພັກ-ລັດ
ດ້ວຍຮູບການຕ່າງໆ ແລະ ສືບຕໍ່ເປັນແບບຢ່າງທີ່ດີ ຊຶ່ງ
ສະແດງໃຫ້ເຫັນວ່າທັງສອງທ່ານແມ່ນໄດ້ຮັບຄວາມ
ເຊື່ອໝັ້ນໄວ້ວາງໃຈ ແລະ ມີຄວາມຮັບຜິດຊອບສູງຕໍ່ການ
ນຳຂັ້ນເທິງ ຊຶ່ງຕ້ອງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ
ໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າ
ເກົ່າ, ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານ
ຮອບດ້ານ ແລະ ທີ່ສຳຄັນຕ້ອງເປັນແກນກາງຮັກສາ
ຄວາມສາມັກຄີພາຍໃນ, ປັບປຸງແບບແຜນການນໍາພາ-ຊີ້
ນໍາໃຫ້ມີຜົນສໍາເລັດໃນໜ້າທີ່ວຽກງານໃນຕໍ່ໜ້າ.
ຂ່າວ-ພາບ ສຸກ ອອປສ
KPL