ຫາລື ຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ ຢູ່ ສປປ ລາວ

25/08/2026 11:40
KPL ກອງປະຊຸມຄະນະຊີ້ນຳ ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫລືອຢູ່ ສປປ ລາວ ເພື່ອ ສະຫລຸບຕີລາຄາການຈັດຕັ້ງປະຕິ ບັດໂຄງການ 6 ເດືອນຕົ້ນປີ 2026 ແລະ ແຜນ 6 ເດືອນທ້າຍປີ 2026, ພ້ອມທັງປຶກສາຫາລືໃນການຄຸ້ມ ຄອງມົນລະພິດ ແລະ ສິ່ງເສດ ເຫລືອ, ຂໍ້ສະດວກ ແລະ ສິ່ງທ້າ ທາຍ, ການປະສານງານຂອງແຕ່ ລະພາກສ່ວນ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດໂຄງການສາມາດ ດໍາເນີນໄປມີປະ ສິດທິພາບ, ສຳເລັດ ຕາມກໍານົດເວລາ ແລະ ບັນລຸຕາມ ຄາດໝາຍທີ່ວາງໄວ້. ກອງປະຊຸມ ດັ່ງກ່າວຈັດຂຶ້ນເມື່ອບໍ່ດົນຜ່ານມາ,

ໂດຍການເປັນປະທານຂອງທ່ານ ເດດສົງຄາມ ທຳມະວົງ ຮອງລັດ ຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະ ກຳມະການປົກຄອງນະຄອນຫລວງ ວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫລືອຢູ່ ສປປ ລາວ (PWMP), ມີໄລຍະຈັດຕັ້ງປະຕິ ບັດໂຄງການ 6 ປີ ແຕ່ປີ 2025- 2031 ໂດຍມີກະຊວງໂຍທາທິການ ແລະ ຂົນສົ່ງ ກັບ ກະຊວງກະສິກຳ ແລະ ສີ່ງແວດລ້ອມ ເປັນຜູ້ຈັດຕັ້ງປະຕິບັດໂຄງການ. ໂຄງການດັ່ງກ່າວ, ເປັນໜຶ່ງ ໃນໂຄງການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ແຜນພັດທະນາ 5 ປີ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ຊຶ່ງໄດ້ວາງເປົ້າໝາຍກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງດ້ານການຄຸ້ມຄອງສິ່ງ ເສດເຫລືອ ແລະ ສະໜາມຂີ້ເຫຍື້ອທີ່ໄດ້ມາດຕະຖານ ແລະ ເປັນມິດກັບສິ່ງແວດລ້ອມ, ເປົ້າໝາຍຂອງໂຄງການ ແມ່ນສອດຄ່ອງກັບແຜນດຳເນີນງານແຫ່ງຊາດ ກ່ຽວກັບ ການຄຸ້ມຄອງປລາສຕິກ (2024-2030) ຊຶ່ງໄດ້ວາງ ເປົ້າໝາຍຫລຸດຜ່ອນປະລິມານຂີ້ເຫຍື້ອປລາສຕິກ, ພ້ອມທັງຍຸດທະສາດ ແລະ ແຜນດໍາເນີນງານການ ຄຸ້ມຄອງຂີ້ເຫຍື້ອແບບຍືນຍົງຂອງນະຄອນຫລວງ ວຽງຈັນ (2021-2030) ແລະ ແຜນພັດທະນາຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນແຕ່ລະໄລຍະ. ໂຄງການດັ່ງກ່າວ, ຈະຊ່ວຍເພີ່ມທະວີຄວາມເຂັ້ມແຂງໃນ ການຈັດການ-ຄຸ້ມຄອງສິ່ງເສດເຫລືອ ແລະ ມົນລະພິດ, ທັງ ເປັນການວາງຮາກຖານດ້ານພື້ນຖານໂຄງລ່າງການຄຸ້ມຄອງ ສິ່ງເສດເຫລືອ, ລະບຽບການ-ມາດຕະການ ແລະ ການດໍາເນີນ ການປັບປຸງການຈັດການສິ່ງເສດເຫລືອໄປສູ່ການຄຸ້ມຄອງທີ່ ນຳໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝ ເພື່ອຍົກລະດັບການ ຕິດຕາມ, ການເຂົ້າເຖິງບໍລິການຈັດເກັບຂີ້ເຫຍື້ອ ແລະ ການເພີ່ມ ຂີດຄວາມສາມາດໃນການກຸ້ມຕົນເອງດ້ານງົບປະມານ-ການ ເງິນຂອງໜ່ວຍງານຄຸ້ມຄອງສິ່ງເສດເຫລືອໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ. ທັງໝົດນີ້, ກໍເພື່ອເຮັດໃຫ້ຕົວເມືອງຂອງ ນະຄອນຫລວງວຽງຈັນ ມີຄວາມໜ້າຢູ່ມີຄວາມສະອາດ ແລະ ສວຍງາມ.

KPL

ຂ່າວອື່ນໆ

    • ຫາລືກຽມຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກວັດທະນະທຳ-ສັງຄົມ

      ຫາລືກຽມຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

      8/25/2026 11:35:40 AM

      ໃນລະຫວ່າງວັນທີ 24- 26 ສິງຫາ 2026 ນີ້, ກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມ ທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຄົ້ນຄວ້າ, ປຶກສາຫາລື ແລະ ເອກະພາບ ບັນດາເອກະສານກ່ຽວກັບການ ກະກຽມຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍການເປັນປະທານຂອງທ່ານກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາຫົວໜ້າກົມ, ຮອງກົມ, ກອງເລຂາຊ່ວຍວຽກຄະນະຮັບຜິດຊອບຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ສຳເລັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມຄັ້ງທີ III ຢູ່ແຂວງໄຊຍະບູລີວັດທະນະທຳ-ສັງຄົມ

      ສຳເລັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມຄັ້ງທີ III ຢູ່ແຂວງໄຊຍະບູລີ

      8/25/2026 9:48:09 AM

      ຫ້ອງການຄະນະໂຄສະ ນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊ ຍະບູລີ ຈັດຝຶກອົບຮົມວຽກງານ ສັງລວມ-ຫາງສຽງສັງຄົມ ຄັ້ງທີ III ໃຫ້ແກ່ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານຢູ່ແຂວງໄຊຍະບູລີ ໃນລະຫວ່າງວັນທີ 18-19 ສິງຫາ 2026

    • ປະກາດແຕ່ງຕັ້ງຮອງຫົວໜ້າ ອອປສ ຫົວໜ້າອົງກາໄອຍະການທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ປະກາດແຕ່ງຕັ້ງຮອງຫົວໜ້າ ອອປສ ຫົວໜ້າອົງກາໄອຍະການທະຫານຂັ້ນສູງ

      8/25/2026 9:42:16 AM

      ພິທີປະກາດການນຳຂັ້ນ ສູງອອກພັກການ-ຮັບອຸດໜູນບຳ ນານ ແລະ ແຕ່ງຕັ້ງຮອງຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການ ທະຫານຂັ້ນສູງ ຈັດຂຶ້ນໃນວັນທີ 21 ສິງຫາ 2026 ໂດຍການເປັນປະ ທານຂອງທ່ານ ນາງ ລີວົງ ລາວລີ ກໍາມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກ, ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນຳ, ຜູ້ຕາງໜ້າ ຈາກຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍພະນັກງານຫລັກແຫລ່ງ ຂອງອົງການໄອຍະການປະຊາຊົນ ສູງສຸດ ແລະ ອົງການໄອຍະການ ທະຫານຂັ້ນສູງ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາເຂົ້າຢ້ຽມອຳລາວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນຕີ ຕ້ອນຮັບຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາເຂົ້າຢ້ຽມອຳລາ

      8/25/2026 9:38:29 AM

      ໃນວັນທີ 21 ສິງຫາ 2026, ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນາງ ມາຕິນ ເທເຣີ (Ms. Martine Therer) ຜູ້ຕາງໜ້າອົງການສະ ຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ໃນ ໂອກາດທີ່ຈະສໍາເລັດການປະຕິບັດ ໜ້າທີ່ຢູ່ ສປປ ລາວ ໃນທ້າຍເດືອນ ສິງຫາ 2026.

    • ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງທ່າແຕງ ໄດ້ຮັບອຸປະກອນສັດຕະວະແພດວັດທະນະທຳ-ສັງຄົມ

      ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງທ່າແຕງ ໄດ້ຮັບອຸປະກອນສັດຕະວະແພດ

      8/25/2026 1:50:44 AM

      ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຫ້ອງການກະສິກໍາ ແລະ ສິ່ງແວດ ລ້ອມເມືອງທ່າແຕງ ແຂວງເຊກອງ ໄດ້ຮັບອຸປະກອນສັດຕະວະແພດ ຈາກພະແນກກະສິກໍາ ແລະ ສິ່ງ ແວດລ້ອມແຂວງ ເຊກອງ ຕາງໜ້າ ມອບໂດຍ ທ່ານ ໄພສະໝອນ ໄອ່ ແກ້ວ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງເຊກອງ ແລະ ຕາງໜ້າຮັບຂອງທ່ານ ສີຫາ ບຸດດາວົງ ວ່າການຫົວໜ້າຫ້ອງ ການກະສິກໍາ ແລະ ສິ່ງແວດລ້ອມເມືອງທ່າແຕງ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.


Top