KPL
ເລີ່ມແຕ່ ວັນທີ 1 ພຶດສະພາ 2026 ເປັນຕົ້ນໄປ, ນະໂຍບາຍ ຍົກເວັ້ນພາສີ ຢ່າງຮອບດ້ານທີ່ ສປ ຈີນ ຈະປະຕິບັດຕໍ່ 53 ປະເທດ ອາຟຣິກາ ທີ່ໄດ້ສ້າງຕັ້ງສາຍພົວພັນ ທາງການທູດກັບ ສປ ຈີນ ຈະມີຜົນບັງຄັບໃຊ້ ຢ່າງເປັນທາງການ, ເສດຖະກິດ ອາຟຣິກາ ກໍຈະມີຄວາມໝັ້ນທ່ຽງ ແລະ ຄາດຄະເນ ໄດ້ຫລາຍຂຶ້ນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ເລີ່ມແຕ່ ວັນທີ 1 ພຶດສະພາ 2026 ເປັນຕົ້ນໄປ, ນະໂຍບາຍ ຍົກເວັ້ນພາສີ ຢ່າງຮອບດ້ານທີ່ ສປ ຈີນ ຈະປະຕິບັດຕໍ່ 53 ປະເທດ ອາຟຣິກາ ທີ່ໄດ້ສ້າງຕັ້ງສາຍພົວພັນ ທາງການທູດກັບ ສປ ຈີນ ຈະມີຜົນບັງຄັບໃຊ້ ຢ່າງເປັນທາງການ, ເສດຖະກິດ ອາຟຣິກາ ກໍຈະມີຄວາມໝັ້ນທ່ຽງ ແລະ ຄາດຄະເນ ໄດ້ຫລາຍຂຶ້ນ. ຜົນການສຳຫລວດ ຄວາມຄິດເຫັນ ຂອງຊາວເນັດທົ່ວໂລກ ທີ່ຈັດໂດຍ ໂທລະພາບສາກົນຈີນ ຫລື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫລື CMG ສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມ 87,3% ໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ທັດສະນະການຄ້າແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຂອງຈີນ, ເຫັນວ່າພາຍໃຕ້ສະພາບການທີ່ລະບຽບການຄ້າໂລກພວມຜະເຊີນກັບສິ່ງທ້າທາຍ, ມາດຕະການຂອງຈີນໃນຄັ້ງນີ້ຈະຊ່ວຍຫຼຸດຜ່ອນຄວາມຫຍຸ້ງຍາກດ້ານການພັດທະນາ ແລະ ການປະຕິບັດຢ່າງບໍ່ເປັນທຳທີ່ບັນດາປະເທດອາຟຣິກາພວມຜະເຊີນ, ພ້ອມທັງໄດ້ປົກປັກຮັກສາຄວາມຍຸດຕິທຳ ແລະ ຄວາມເປັນທຳໃນສາກົນ.ປີ 2025, ມູນຄ່າການຄ້າລະຫວ່າງ ສປ ຈີນ-ອາຟຣິກາ ບັນລຸ 348 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 17,7% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2024. ສປ ຈີນ ເປັນຄູ່ການຄ້າໃຫຍ່ ອັນດັບ 1 ຂອງອາຟຣິກາເປັນເວລາ 16 ປີລຽນຕິດ. ໃນຈຳນວນ ຜູ້ຕອບແບບສອບຖາມ, 87,4% ເຫັນວ່າການຍົກເວັ້ນພາສີ ຈະເລັ່ງລັດໃຫ້ຜະລິດຕະພັນຈາກ ອາຟຣິກາ ເຊື່ອມເຂົ້າກັບ ຕະຫລາດຈີນ; 85,2% ເຫັນວ່າ ຈະປັບປຸງຊີວິດ ການເປັນຢູ່ ແລະ ການປະກອບອາຊີບ ຂອງປະຊາຊົນ; 87,8% ເຫັນວ່າ ຈະຊ່ວຍຍົກສູງ ຄວາມສາມາດ ດ້ານການແຂ່ງຂັນ ຂອງຜະລິດຕະພັນອາຟຣິກາ; 84,5% ເຫັນວ່າ ຈະຊຸກຍູ້ການຍົກລະດັບ ອຸດສາຫະກຳ; 83,8% ເຫັນວ່າ ຈະຍົກສູງຄວາມສາມາດດ້ານລະບົບຄ້ຳປະກັນ ຜະລິດຕະພັນກະສິກຳ. 86,2% ໄດ້ຍ້ອງຍໍຊົມເຊີຍ ຕໍ່ຄວາມຮັບຜິດຊອບຂອງ ສປ ຈີນ ໃນຖານະເປັນປະເທດໃຫຍ່, 78% ສະໜັບສະໜູນ ຄວາມສາມັກຄີ ຂອງປະເທດ “ເຂດໂລກໃຕ້”, 78,3% ຍ້ອງຍໍຊົມເຊີຍຈີນທີ່ຊຸກຍູ້ການພັດທະນາຮ່ວມກັນ ຂອງບັນດາປະເທດ ດ້ອຍພັດທະນາທີ່ສຸດ. ການສຳ ຫລວດຄັ້ງນີ້ ໄດ້ຖືກເຜີຍແຜ່ຜ່ານເວທີ ພາສາອັງກິດ, ແອັດສະປາຍ, ຝຣັ່ງ, ອາຣັບ ແລະ ຣັດເຊຍ, ພາຍໃນ 24 ຊົ່ວໂມງ. ມີຊາວເນັດທັງໝົດ 7.665 ຄົນເຂົ້າຮ່ວມການຕອບແບບສອບຖາມ ແລະ ສະແດງຄວາມຄິດເຫັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL