ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບຊີພີ ອໍລ ລາວ ຈັດກິດຈະກໍາຍົກລະດັບຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

30/04/2026 11:34
Email Print 183
KPL ໃນວັນທີ 29 ເມສາ 2026 ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງພະບາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບບໍລິສັດ ຊີພີ ອໍລ ລາວ ຈໍາກັດ ຈັດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026.

ຂປລ. ໃນວັນທີ 29 ເມສາ 2026 ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫລວງພະບາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບບໍລິສັດ ຊີພີ ອໍລ ລາວ ຈໍາກັດ ຈັດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1ປີ 2026. ໂດຍມີທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ, ທ່ານ ນາງ ສົມຍາ ລັດສະໝີ ຜູ້ອໍານວຍການຝ່າຍບໍລິຫານ ຂອງບໍລິສັດ ຊີພີ ອໍລ ລາວ ຈໍາກັດ ພ້ອມດ້ວຍຜູ້ດໍາເນີນທຸລະກິດຮ້ານສະດວກຊື້ 7-Eleven ໃນ ສປປ ລາວ, ຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫລາຍ.

ໃນໂອກາດນີ້, ຜູ້ເຂົ້າຮ່ວມມີໂອກາດໄດ້ຮັບຮູ້ຂໍ້ມູນທີ່ເປັນປະໂຫຍດຕໍ່ການພັດທະນາສິນຄ້າ ແລະ ທຸລະກິດ ທັງໃນເລື່ອງການເຂົ້າເຖິງແຫລ່ງທຶນສໍາຫລັບ SME ການນໍາສະເໜີສິນຄ້າເຂົ້າມາຈໍາໜ່າຍ ແລະ ການເຮັດການຕະຫລາດຂອງ 7-Eleven ແລະ ຍັງຮຽນຮູ້ຈາກປະສົບການໂດຍກົງ ຂອງຜູ້ປະກອບການທີ່ເປັນຄູ່ຄ້າ ຂອງ 7-Eleven ປະສົບຄວາມສໍາເລັດອີກດ້ວຍ. ກິດຈະກໍານີ້, ເປັນສ່ວນໜຶ່ງຂອງການສົ່ງເສີມນະໂຍບາຍສະໜັບສະໜູນການຜະລິດພາຍໃນປະເທດ ໂດຍສະເພາະກຸ່ມຜູ້ປະກອບການຂະໜາດນ້ອຍໃຫ້ສາມາດເຂົ້າເຖິງແຫລ່ງທຶນ ພັດທະນາສິນຄ້າໃຫ້ມີມາດຕະຖານ ເຂົ້າເຖິງຕະຫລາດໃໝ່ໆ ແລະ ທຸລະກິດມີຄວາມຍືນຍົງ ຕາມແນວຄິດ ເສດຖະກິດເອກະລາດເປັນເຈົ້າຕົນເອງ ແລະສອດຄ່ອງກັບຄ່ານິຍົມ 3 ປະໂຫຍດ ເພື່ອປະເທດ ປະຊາຊົນ ແລະ ອົງກອນ ຂອງເຄືອຈະເລີນໂພກກະພັນ (CP Group) ທີ່ ຊີພີ ອໍລ ຢຶດໝັ້ນມາໂດຍຕະຫລອດ ໂດຍສະເພາະການສ້າງອາຊີບຜ່ານການສະໜັບສະໜູນສິນຄ້າທ້ອງຖິ່ນ ເຊິ່ງໄດ້ເປີດພື້ນທີ່ສົ່ງເສີມຜະລິດຕະພັນທ້ອງຖິ່ນຂອງຄົນລາວ ມາຕັ້ງແຕ່ຮ້ານ 7-Eleven ສາຂາທໍາອິດເປີດໃຫ້ບໍລິການເມື່ອປີ 2023.

KPL

ຂ່າວອື່ນໆ


Top