KPL
*ໃນປະຫວັດສາດແຫ່ງການກຳເນີດເຕີບໃຫຍ່ຂອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ 1886 ຄົບຮອບ 140 ປີ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນ ໄດ້ເຕົ້າໂຮມ ແລະ ສາມັກຄີກັນ ລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງພົນລະເມືອງ ແລະ ຜົນປະໂຫຍດ ອັນຊອບທຳຂອງຕົນ ຈາກພວກນາຍທຶນ.

*ໃນປະຫວັດສາດແຫ່ງການກຳເນີດເຕີບໃຫຍ່ຂອງວັນກຳມະກອນສາກົນ ວັນທີ 1 ພຶດສະພາ 1886 ຄົບຮອບ 140 ປີ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນ ໄດ້ເຕົ້າໂຮມ ແລະ ສາມັກຄີກັນ ລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງພົນລະເມືອງ ແລະ ຜົນປະໂຫຍດ ອັນຊອບທຳຂອງຕົນ ຈາກພວກນາຍທຶນ. ໃນທ້າຍສະຕະວັດທີ 18 ຫາ ຕົ້ນສະຕະວັດທີ 19 ມີຫລາຍປະເທດໃນເອີຣົບ ແລະ ອາເມລິກາໄດ້ສໍາເລັດການໂຄ່ນລົ້ມ ລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ບັນດາປະເທດເຫລົ່ານັ້ນ ຈຶ່ງໄດ້ກ້າວເຂົ້າສູ່ການຜະລິດແບບອຸດສາຫະກໍາ, ກໍ່ສ້າງ ແລະ ຂະຫຍາຍໂຮງຈັກ, ໂຮງງານຂຶ້ນຫລາຍແຫ່ງ. ຈາກນັ້ນ,ຈໍານວນກຳມະກອນ ແລະ ຊາວຜູ້ອອກແຮງງານ ກໍໄດ້ເຕີບໃຫຍ່ຂະຫຍາຍຕົວໄປຄຽງຄູ່ກັບການຜະລິດໃນສັງຄົມ. ຢູ່ພາຍໃຕ້ການປົກຄອງ ຂອງພວກນາຍທຶນ ຊົນຊັ້ນກໍາມະກອນ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ຊີວິດການເປັນຢູ່ ນັບມື້ນັບທຸກຍາກ, ລຳບາກ. ພວກນາຍທຶນ ໄດ້ບັງຄັບໃຫ້ກຳມະກອນອອກແຮງງານ 14 ຫາ 15 ຊົ່ວໂມງຕໍ່ມື້ ແຕ່ໄດ້ຄ່າແຮງງານຕໍ່າ. ຍ້ອນສາເຫດດັ່ງກ່າວ ຈຶ່ງມີຫລາຍຂະບວນການຂອງກຳມະກອນລຸກຂຶ້ນຕໍ່ສູ້ເຊັ່ນ: ຂະບວນການຕໍ່ສູ້ລຸກຮືຂຶ້ນ ຂອງກຳມະກອນເກີດຂຶ້ນ ຄັ້ງທຳອິດແມ່ນຢູ່ ປະເທດອັງກິດ ໃນປີ 1764 ເພື່ອປົກປ້ອງເອົາສິດ ແລະ ຜົນປະໂຫຍດອັນຊອບທໍາມາສູ່ຕົນເອງ, ຊົນຊັ້ນກໍາມະກອນຈຶ່ງໄດ້ຈັດຕັ້ງ “ ອົງການກໍາມະບານ “ ເປັນຕົວແທນຂອງຕົນຂຶ້ນ ຈຶ່ງເຮັດໃຫ້ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານ ນັບມື້ມີການຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ, ໃນປີ 1830 ຊຶ່ງເປັນຂະບວນການຕໍ່ສູ້ ທີ່ກວ້າງຂວາງທົ່ວປະເທດ ຂອງຊົນຊັ້ນກຳມະກອນ. ຕໍ່ມາຂະບວນການລຸກຮືຂຶ້ນຂອງກຳມະກອນ ຢູ່ປະເທດຝຣັ່ງ ເມືອງ ລີອົງ, ໃນປີ 1831 ໃນເບື້ອງຕົ້ນຂະບວນປະທ້ວງແບບສັນຕິ ຮຽກຮ້ອງໃຫ້ເຈົ້າຂອງໂຮງຈັກ, ໂຮງງານເພີ່ມເງິນເດືອນ, ປັບປຸງເງື່ອນໄຂສະຖານທີເຮັດວຽກ ແຕ່ຖືກຊົນຊັ້ນນາຍທຶນປາບປາມ ດ້ວຍການໃຊ້ປືນຍິງໃສ່ມວນຊົນ. ຕໍ່ເຫດການດັ່ງກ່າວ, ກຳມະກອນຈຶ່ງຕ້ອງຈັບປືນລຸກຂຶ້ນຕ້ານຄືນ ແລະ ຢຶດໄດ້ຕົວເມືອງເປັນເວລາສາມວັນ. ຕໍ່ມາຂະບວນການດັ່ງກ່າວ ໄດ້ຖືກສະຫລາຍຕົວ ຍ້ອນພວກນາຍທຶນປາບປາມ ຢ່າງຮຸນແຮງ. ໃນເດືອນ ພະຈິກ ປີ 1884 ຢູ່ເມືອງຫລວງ ຊີກາໂກ້ ຂອງ ປະເທດສະຫະລັດອາເມລິກາ ຊົນຊັ້ນກຳມະກອນ ໄດ້ມີການຕໍ່ສູ້ກັບພວກນາຍທຶນຢ່າງຮຸນແຮງ ເພື່ອທວງໃຫ້ມີການເພີ່ມເງິນເດືອນ, ຫລຸດຜ່ອນຊົ່ວໂມງເຮັດວຽກ, ຮຽກຮ້ອງໃຫ້ກໍາມະກອນ ແລະ ຊາວຜູ້ອອກແຮງງານລຸກຂຶ້ນຕໍ່ສູ້ທວງເອົາສິດຂອງຕົນ. ຂະບວນກຳມະກອນ ຢູ່ ປະເທດເຢຍລະມັນ ໃນປີ 1884 ໄດ້ມີການລຸກຮືຂຶ້ນ ໃນຂະບວນການປະທ້ວງຂອງກຳມະກອນຕໍ່າແຜ່ນ ເຮັດໃຫ້ມີຫລາຍຄົນຖືກຈັບ. ຕໍ່ຂະບວນການດັ່ງກ່າວ ໄດ້ເປັນເຫດການທາງດ້ານປະຫວັດສາດ ທີ່ຍິ່ງໃຫຍ່ຂອງຂະບວນການກຳມະກອນ ປະເທດເຢຍລະມັນ ແລະ ສົ່ງຜົນກະທົບຕໍ່ຂະບວນການຕໍ່ສູ້ ຂອງກໍາມະກອນ ຢູ່ບັນດາປະເທດ ເອີຣົບ ແລະ ອາເມລິກາ ໃນສັດຕະວັດ ທີ 19.
ມາຮອດວັນທີ 1 ພຶດສະພາ 1886 ໄດ້ມີເຫດການ ທີ່ມີຄວາມໝາຍທາງດ້ານປະຫວັດສາດຂອງຂະບວນການກຳມະກອນ ປະເທດອາເມລິກາ ແມ່ນການເດີນປະທ້ວງໃຫຍ່ທີ່ສຸດ. ຂະບວນການດັ່ງກ່າວ, ໄດ້ຮຽກຮ້ອງເອົາສິດທິໃນການອອກແຮງງານ ມື້ໜຶ່ງ 8 ຊົ່ວໂມງ (8 ຊົ່ວໂມງເຮັດ ວຽກ, 8 ຊົ່ວໂມງພັກຜ່ອນ, 8 ຊົ່ວໂມງໃຫ້ໄດ້ມີໂອກາດໄດ້ຮໍ່າຮຽນ). ໃນມື້ນັ້ນໄດ້ມີກໍາມະກອນພາກັນນັດຢຸດງານ ເຖິງ 5.000 ແຫ່ງ ໃນຕົວເມືອງໃຫຍ່ຂອງປະເທດສະຫະລັດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ, ແລະ ອື່ນໆ, ໄດ້ດຶງດູດກຳມະກອນ ຈຳນວນ 340.000 ພັນຄົນ ພ້ອມກັນແຫ່ປະທ້ວງຕາມເສັ້ນທາງ, ພາຍໃຕ້ການນໍາພາຂອງສະຫະພັນແຮງງານອາເມລິກາ ເຖິງວ່າ ການປະທ້ວງຈະຖືກປາບປາມ, ກຳມະກອນຖືກລົ້ມຕາຍ, ຖືກບາດເຈັບ, ແຕ່ສຸດທ້າຍຂະບວນການດັ່ງກ່າວ ກໍໄດ້ຮັບໄຊຊະນະ ຢູ່ບ່ອນວ່າ: ໄດ້ມີກຳມະກອນ ຈຳນວນ 182.000 ຄົນ ໄດ້ເຮັດວຽກ ມື້ໜຶ່ງ 8 ຊົ່ວໂມງ ຫລາຍກວ່າໝູ່ແມ່ນ ກຳມະກອນໃນຂະແໜງກໍ່ສ້າງ. ຈາກຂະບວນການຕໍ່ສູ້ດັ່ງກ່າວ, ໃນກອງປະຊຸມໃຫຍ່ພັກຄອມມູນິດສາກົນ ຄັ້ງທີ 2 ທີ່ຈັດຂຶ້ນຢູ່ນະຄອນຫລວງປາຣີ, ປະເທດຝຣັ່ງ ໃນວັນທີ 14 ພຶດສະພາ ປີ 1889 ຈຶ່ງໄດ້ຮັບຮອງເອົາ ວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ ຈົນມາເຖິງປັດຈຸບັນນີ້. ນັບແຕ່ນັ້ນມາ, ວັນທີ 1 ພຶດສະພາ ໄດ້ກາຍເປັນວັນບຸນໃຫຍ່ ທີ່ມີຄວາມໝາຍສຳຄັນຢ່າງຍິ່ງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນບຸນມະຫາສາມັກຄີ ທີ່ຊົນຊັ້ນກຳມະກອນ ທີ່ໄດ້ສະແດງພະລັງແຮງ ທີ່ເຂັ້ມແຂງຂອງຕົນ ແລະ ມີການສະເຫລີມສະຫລອງຢ່າງຄຶກຄື້ນ ໃນແຕ່ລະປີຢູ່ຫລາຍປະເທດທົ່ວໂລກ.
ສະເພາະຢູ່ ສປປ ລາວຂອງພວກເຮົາກໍໄດ້ມີການຈັດຕັ້ງສະເຫລີມສະຫລອງ ດ້ວຍການຈັດກິດຈະກໍາຕ່າງໆ ຢ່າງເປັນຂະບວນຟົດຟື້ນ, ເຕັມໄປດ້ວຍເນື້ອໃນເລິກເຊິ່ງ, ສະທ້ອນໃຫ້ເຫັນມູນເຊື້ອ ການກໍາເນີດຂອງວັນກໍາມະກອນສາກົນ, ມູນເຊື້ອ-ຜົນງານຂອງຊົນຊັ້ນກໍາມະກອນລາວໃນແຕ່ລະປະຫວັດສາດ, ກໍ່ຄືຜົນງານຂອງອົງການກໍາມະບານລາວຕະຫລອດໄລຍະຜ່ານມາ. ຕະຫລອດໄລຍະຜ່ານມາ ພາຍໃຕ້ການຊີ້ນຳໂດຍກົງຂອງພັກປະຊາຊົນປະຕິວັດລາວ, ອົງການກຳມະບານລາວແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ກຳມະກອນໃນການສືບຕໍ່ເສີມຂະຫຍາຍທາດແທ້, ລັກສະນະດີເລີດຂອງຊົນຊັ້ນກຳມະກອນ ແລະ ມູນເຊື້ອປະຕິວັດອັນດີງາມຂອງຊາດ, ປະຕິບັດສິດ ແລະ ພັນທະເຂົ້າໃນພາລະກິດປະຕິວັດໃນໄລຍະໃໝ່ຢ່າງຖືກຕ້ອງ. ປັດຈຸບັນຊົນຊັ້ນກຳມະກອນລາວຢູ່ຕາມຫົວໜ່ວຍແຮງງານ, ໂຮງຈັກ, ໂຮງງານ, ຮາກຖານຕ່າງໆໄດ້ເປັນເຈົ້າການປະກອບສ່ວນທາງສະຕິປັນຍາ ແລະ ກຳລັງແຮງໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການເຕີບໃຫຍ່ເຂັ້ມແຂງ ເປັນຕົ້ນ: ການກໍ່ສ້າງຖະໜົນຫົນທາງ, ຂົວ, ອາຄານ, ການຂຸດຄົ້ນແຮ່ທາດ, ນ້ຳປະປາ, ກົນຈັກ, ສ້ອມແປງ, ບໍລິການປຸ່ງແຕ່ງ, ການຄົມມະນາຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອື່ນໆ ລ້ວນແຕ່ມີການປະກອບສ່ວນຢ່າງຕັ້ງໜ້າຂອງກຳມະກອນ ແລະ ຊາວຜູ້ອອກແຮງງານເຮັດໃຫ້ພື້ນຖານໂຄງລ່າງ ແລະ ເສດຖະກິດ-ສັງຄົມຂອງຊາດມີຄວາມໜັກ
ແໜ້ນເຂັມແຂງ ຕາມຂວັນທີ່ວ່າ: “ກຳມະບານລາວເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນແລະນໍ້າໃຈສາກົນກໍາມະຊີບ”.
ແນວໃດກໍຕາມ, ສູນກາງສະຫະພັນກໍາມະບານລາວ ຮຽກຮ້ອງມາຍັງການ ນໍາພັກ, ລັດ ແຕ່ລະຂັ້ນ ເອົາໃຈໃສ່ ນໍາພາ-ຊີ້ນຳການຈັດຕັ້ງກໍາມະບານໃນຂັ້ນຂອງຕົນ ໃຫ້ສາມາດປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ຖືກຕ້ອງ ແລະ ປະກົດຜົນເປັນຈິງ; ຮຽກຮ້ອງມາຍັງອົງການຈັດຕັ້ງກໍາມະບານຢູ່ແຕ່ລະຂັ້ນ, ແຕ່ລະບ່ອນ ຈົ່ງເປັນເຈົ້າການຈັດຕັ້ງປະຕິບັດຕາມສິດ ແລະ ໜ້າທີ່ຂອງຕົນ ໃຫ້ຖືກຕ້ອງ, ເຂັ້ມງວດ ແລະ ມີປະສິດຕິຜົນສູງ; ຮຽກຮ້ອງໃຫ້ບັນດາສະມາຊິກກໍາມະບານລາວ ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ຖືກຕ້ອງ ແລະ ມີປະສິດຕິຜົນ; ບັນດາກໍາມະກອນ, ຊາວຜູ້ອອກແຮງງານ ຈົ່ງຕັ້ງໜ້າປະຕິ ບັດໜ້າທີ່, ສິດ ແລະ ພັນທະຂອງຕົນ ໃຫ້ຖືກຕ້ອງ, ມີຜົນສໍາເລັດ ແລະ ມີປະສິດຕິຜົນສູງ.
KPL