KPL
ທ່ານ ເຢ້ຊ້ຽວຢາງ ຮອງຜູ້ອຳນວຍການໃຫຍ່ ໂຄງການກໍ່ສ້າງເສັ້ນທາງລົດໄຟ ແຄມທະເລຕາເວັນອອກ ມາເລເຊຍ ເຊິ່ງຮັບເໝົາກໍ່ສ້າງ ໂດຍບໍລິສັດການກໍ່ສ້າງຄົມມະນາຄົມຈີນ ຫຸ້ນສ່ວນຈຳກັດ ໄດ້ຢືນຢັນຢູ່ນະຄອນຫລວງ ກົວລາລຳເປີ ຂອງມາເລເຊຍວ່າ: ນັບມາຮອດທ້າຍເດືອນມີນາປີນີ້, ໂດຍລວມແລ້ວ ໂຄງການດັ່ງກ່າວໄດ້ສຳເລັດ ການກໍ່ສ້າງ 93% ເຊິ່ງຢູ່ໃນໄລຍະສຳຄັນຂອງໂຄງການເພື່ອໃຫ້ສຳເລັດຢ່າງຮອບດ້ານ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 29 ເມສານີ້, ທ່ານ ເຢ້ຊ້ຽວຢາງ ຮອງຜູ້ອຳນວຍການໃຫຍ່ ໂຄງການກໍ່ສ້າງເສັ້ນທາງລົດໄຟ ແຄມທະເລຕາເວັນອອກ ມາເລເຊຍ ເຊິ່ງຮັບເໝົາກໍ່ສ້າງ ໂດຍບໍລິສັດການກໍ່ສ້າງຄົມມະນາຄົມຈີນ ຫຸ້ນສ່ວນຈຳກັດ ໄດ້ຢືນຢັນຢູ່ນະຄອນຫລວງ ກົວລາລຳເປີ ຂອງມາເລເຊຍວ່າ: ນັບມາຮອດທ້າຍເດືອນມີນາປີນີ້, ໂດຍລວມແລ້ວ ໂຄງການດັ່ງກ່າວໄດ້ສຳເລັດ ການກໍ່ສ້າງ 93% ເຊິ່ງຢູ່ໃນໄລຍະສຳຄັນຂອງໂຄງການເພື່ອໃຫ້ສຳເລັດຢ່າງຮອບດ້ານ. ເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍ ມີຄວາມຍາວ ທັງໝົດ 665 ກິໂລແມັດ, ທິດຕາເວັນອອກເລີ່ມຈາກນະຄອນໂກຕາ ບາຣູ ແລະ ທິດຕາເວັນຕົກໄປຮອດທ່າກຳປັ່ນກລາງ, ຜ່ານທິດເໜືອຫາໃຕ້ຂອງແຫຼມມາເລ ເຊິ່ງຈະຜ່ານ 4 ລັດຂອງມາເລເຊຍ ຄື: ລັດເກລັນຕັນ, ລັດເຕເຣງການູ, ລັດປາຮາງ ແລະ ລັດເຊລັນກໍ. ໃນຖານະເປັນໂຄງການຮ່ວມມືດ້ານເສດຖະກິດການຄ້າທີ່ໃຫຍ່ທີ່ສຸດລະຫວ່າງຈີນກັບມາເລເຊຍ, ໂຄງການດັ່ງກ່າວແມ່ນໂຄງການສັນຍະລັກຂອງສອງປະເທດໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ແມ່ນໂຄງການດ່ຽວແຫ່ງການກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມທີ່ມີຂະໜາດໃຫຍ່ທີ່ສຸດທີ່ກຳລັງກໍ່ສ້າງຢູ່ຕ່າງປະເທດຂອງວິສາຫະກິດຈີນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL