KPL
ມີປະຊາຊົນ 1,2 ລ້ານກວ່າຄົນຢູ່ ລີບັງ ຄາດວ່າ ຕ້ອງປະເຊີນໜ້າກັບ ສະພາບຂາດຄວາມໝັ້ນຄົງ ດ້ານສະບຽງອາຫານ ຢູ່ລະດັບວິກິດການ, ໃນໄລຍະເວລາແຕ່ເດືອນ ເມສາ ຫາເດືອນ ສິງຫາ ປີ 2026

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ ,ໃນບົດລາຍງານໂດຍ ສະຫະ ປະຊາຊາດ(ສປຊ) ໜູນຫຼັງ ເມື່ອວັນທີ 29 ເມສາ ໃຫ້ຮູ້ວ່າ: ມີປະຊາຊົນ 1,2 ລ້ານກວ່າຄົນຢູ່ ລີບັງ ຄາດວ່າ ຕ້ອງປະເຊີນໜ້າກັບ ສະພາບຂາດຄວາມໝັ້ນຄົງ ດ້ານສະບຽງອາຫານ ຢູ່ລະດັບວິກິດການ, ໃນໄລຍະເວລາແຕ່ເດືອນ ເມສາ ຫາເດືອນ ສິງຫາ ປີ 2026. ສິ່ງດັ່ງກ່າວສ້າງຂີດໝາຍ ໃຫ້ແກ່ ການຊຸດໂຊມຫລາຍພໍສົມຄວນ ເມື່ອທຽບໃສ່ໄລຍະກ່ອນເກີດການປະທະກັນລະຫວ່າງ ອິດສະຣາແອັນ - ເຮັກໂບລາ ເກີດຂຶ້ນຄືນໃໝ່ໃນວັນທີ 2 ມີນາ, ດ້ວຍການຄາດຄະເນກ່ອນໜ້ານັ້ນແມ່ນປະມານ 874.000 ຄົນ ປະເຊີນໜ້າກັບ ສະພາບຂາດຄວາມໝັ້ນຄົງ ດ້ານສະບຽງອາຫານ ຢ່າງຮ້າຍແຮງ. ບົດລາຍງານ ໄດ້ຕີລາຄາສາຍເຫດຂອງການຊຸດໂຊມນີ້ ແມ່ນຍ້ອນການປະທະກັນ, ການອົບພະຍົບ ແລະ ຄວາມກົດດັນດ້ານເສດຖະກິດ. ສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານຢ່າງຮ້າຍແຮງຈະໜັກໜ່ວງຂຶ້ນຕື່ມຖ້າບໍ່ມີການຊ່ວຍເຫຼືອມະນຸດສະທຳ ແລະ ວິທີຫາເງິນລ້ຽງຊີບຢ່າງທັນການ ແລະ ຍືນຍົງ.ເຖິງວ່າຄຳສັ່ງຢຸດຍິງຢູ່ ລີບັງ ບັນລຸໄດ້ໃນວັນທີ 16 ເມສາ ແລ້ວກໍຕາມ, ແຕ່ ອິດສະຣາແອນ ແລະ ເຮັກໂບລາ ຍັງຄົງສືບຕໍ່ປະຕິບັດບັນດາບັ້ນບຸກໂຈມຕີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL