ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

30/04/2026 17:29
KPL ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ. ໃນ​ວາ​ລະ​ປະ​ຊຸມ​ທຳ​ອິດ ​ຂອງ​ຄະ​ນະ​ບໍ​ລິ​ຫານ​ໂຄງ​ການ ບ້ວງ​ເງິນ​ເຊື່ອມ​ຕໍ່​ແບບ​ຍືນ​ຍົງລະ​ຫວ່າງ ອາ​ຊຽນ - ອີ​ຢູ ກ່ຽວ​ກັບ​ດ້ານ​ການ​ຄ້າ (SCOPE Trade) ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 29 ເມ​ສາ, ຢູ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ ອາ​ຊຽນ (ຈາ​ກາ​ຕາ, ອິນ​ໂດ​ເນ​ເຊຍ), ທ່ານ ຫງວຽນ​ແອັງ​ດຶກ, ທີ່​ປຶກ​ສາ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ເສດ​ຖະ​ກິດ ຫວຽດ​ນາມ ປະ​ຈຳ ອາ​ຊຽນ ພ້ອມ​ດ້ວຍ​ທ່ານ Jerome Pons ຫົວ​ໜ້າ​ຄະ​ນະ​ຮ່ວມ​ມື, ຄະ​ນະ​ຜູ້​ແທນ EU ປະ​ຈຳ ອາຊຽນ ເປັນ​ປະ​ທານ​ຮ່ວມ.ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025 – 2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ແບບ​ຍືນ​ຍົງ​ລະ​ຫວ່າງ ອາ​ຊຽນ-EU, ເພື່ອ​ແນ​ໃສ່​ຊຸກ​ຍູ້ ​ການ​ເຊື່ອມ​ໂຍງ ​ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ​ ລະ​ຫວ່າງ​ ສອງ​ພາກ​ພື້ນ. ໂຄງ​ການ​ໄດ້​ສຸມ​ໃສ່ 3 ເສົາ​ຄ້ຳຫຼັກ, ລວມ​ມີ: ປັບ​ປຸງ​ນະ​ໂຍ​ບາຍ ​ໃຫ້​ສົມ​ບູນ​ແບບ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ ດ້ານ​ການ​ຄ້າ; ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ດີ​ຈີ​ຕອນ; ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ແບບ​ຍືນ​ຍົງ.ຢູ່ ສສ ຫວຽດ​ນາມ, ໂຄງ​ການ​ນີ້​ ໄດ້​ໜູນ​ຊ່ວຍ​ການ​ສຳຫລວດກວດ​ຄືນ​ ບັນ​ຊີ​ລາຍ​ຊື່​ຄຳ​ໝັ້ນ​ສັນ​ຍາ​ລົງ​ທຶນ ​ຕາມສົນ​ທິ​ສັນ​ຍາ​ຮ່ວມ​ມື ​ຮອບ​ດ້ານ ອາ​ຊຽນ (ACIA) ແລະ ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ໃຊ້ ​ການ​ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ກອບ​ ເສດ​ຖະ​ກິດ​ ເຕັກ​ນິກ​ ດີ​ຈີ​ຕອນ ອາ​ຊຽນ (DEFA)./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.

    • ປະຊາຊົນ 1,2 ລ້ານກວ່າຄົນຢູ່ ລີບັງ ຈະຜະເຊີນໜ້າກັບ ໄພອຶດຫິວຢ່າງຮ້າຍແຮງຂ່າວຕ່າງປະເທດ

      ປະຊາຊົນ 1,2 ລ້ານກວ່າຄົນຢູ່ ລີບັງ ຈະຜະເຊີນໜ້າກັບ ໄພອຶດຫິວຢ່າງຮ້າຍແຮງ

      4/30/2026 5:29:49 PM

      ມີ​ປະ​ຊາ​ຊົນ​ 1,2 ລ້ານ​ກວ່າຄົນ​ຢູ່ ລີ​ບັງ ຄາດ​ວ່າ ​ຕ້ອງ​ປະ​ເຊີນ​ໜ້າ​ກັບ ​ສະ​ພາບ​ຂາດ​ຄວາມ​ໝັ້ນ​ຄົງ ​ດ້ານ​ສະ​ບຽງ​ອາ​ຫານ ​ຢູ່​ລະ​ດັບ​ວິ​ກິດ​ການ, ໃນ​ໄລ​ຍະ​ເວ​ລາ​ແຕ່​ເດືອນ ເມ​ສາ ຫາ​ເດືອນ ສິງ​ຫາ ປີ 2026


Top