KPL
ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປະທານາທິບໍດີ ຣັດເຊຍ ຢັ້ງຢືນວ່າ: ດ້ວຍຖານະ ເປັນປະເທດ ເຂົ້າຮ່ວມ ທີ່ມີຄວາມຮັບຜິດຊອບ ຕໍ່ສົນທິສັນຍາ ແຜ່ຂະຫຍາຍອາວຸດນິວເຄຼຍ (NPT), ຣັດເຊຍ ຍາມໃດກໍປະຕິບັດ ບັນດາຂໍ້ກຳນົດ ແລະ ເນື້ອໃນຈິດໃຈ ຂອງສົນທິສັນຍາດັ່ງກ່າວ ຢ່າງເຂັ້ມງວດ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 29 ເມສາ, ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປະທານາທິບໍດີ ຣັດເຊຍ ຢັ້ງຢືນວ່າ: ດ້ວຍຖານະ ເປັນປະເທດ ເຂົ້າຮ່ວມ ທີ່ມີຄວາມຮັບຜິດຊອບ ຕໍ່ສົນທິສັນຍາ ແຜ່ຂະຫຍາຍອາວຸດນິວເຄຼຍ (NPT), ຣັດເຊຍ ຍາມໃດກໍປະຕິບັດ ບັນດາຂໍ້ກຳນົດ ແລະ ເນື້ອໃນຈິດໃຈ ຂອງສົນທິສັນຍາດັ່ງກ່າວ ຢ່າງເຂັ້ມງວດ. ໃນສານທີ່ຝາກເຖິງ ກອງປະຊຸມສຳຫຼວດກວດຄືນ ສົນທິສັນຍາ ບໍ່ແຜ່ຂະຫຍາຍອາວຸດ ນິວເຄຼຍ (NPT) ຄັ້ງທີ 11, ທ່ານ ວາລາດີເມຍ ປູຕິນ ຊີ້ແຈ້ງວ່າ: “ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ໃນສະພາບ ການສາກົນສັບສົນຄືໃນປັດຈຸບັນ, ຕ້ອງມີບັນດາຄວາມມານະພະຍາຍາມ ຫລາຍຝ່າຍຕື່ມອີກ ເພື່ອແນໃສ່ສ້າງເງື່ອນໄຂ ໃຫ້ແກ່ ບັນດາຄວາມກ້າວໜ້າຕໍ່ໄປໃນເສັ້ນທາງສ້າງໂລກ ປອດອາວຸດນິວເຄຼຍ, ພ້ອມທັງ ປະຕິບັດຫຼັກການບໍ່ກໍ່ຜົນເສຍຫາຍຕໍ່ຄວາມໝັ້ນຄົງ ຂອງບໍ່ວ່າ ຝ່າຍໃດ ຢ່າງເຂັ້ມງວດ”.ໄປຄຽງຄູ່ກັນນັ້ນ, ການນຳ ລັດເຊຍ ຖືວ່າ ບັນດາປະເທດປະຕິບັດພັນທະຕາມສົນທິສັນຍາຢ່າງເຂັ້ມງວດນັ້ນ ມີສິດສຳຜັດກັບພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ ຫາກບໍ່ຖືກຈຳກັດຫຼາຍເກີນໄປ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL