ອາຊຽນບວກ3 ປຶກສາຫາລືຮັບມືຜົນກະທົບ ດ້ານເສດຖະກິດ ໃນເຂດຕາເວັນອອກກາງ

12/04/2026 16:26
Email Print 1943
KPL ບັນດາປະເທດ ອາຊຽນ ພ້ອມກັບ ຍີ່ປຸ່ນ, ຈີນ ແລະ ສ.ເກົາຫລີ (ອາຊຽນ+3) ໄດ້ແລກປ່ຽນ ຕີລາຄາ ແລະ ປຶກສາຫາລື ຫລາຍມາດຕະການ ເພື່ອຮັບມືກັບ ເສດຖະກິດ ໃນສະພາບການ ທີ່ຂາດສະຖຽນລະພາບ ເພີ່ມຂຶ້ນ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນ​ທີ 9 ເມ​ສາ, ບັນ​ດາ​ປະ​ເທດ ອາ​ຊຽນ ພ້ອມ​ກັບ ຍີ່​ປຸ່ນ, ຈີນ ແລະ ສ.ເກົາ​ຫລີ (ອາ​ຊຽນ+3) ໄດ້​ແລກ​ປ່ຽນ ​ຕີ​ລາ​ຄາ ແລະ ປຶກ​ສາ​ຫາ​ລື ​ຫລາຍ​ມາດ​ຕະ​ການ​ ເພື່ອຮັບ​ມື​ກັບ ​ເສດ​ຖະ​ກິດ ໃນ​ສະ​ພາບ​ການ​ ທີ່ຂາດ​ສະ​ຖຽນ​ລະ​ພາບ​ ເພີ່ມ​ຂຶ້ນ​. ຍ້​ອນ​ການ ​ປະ​ທະ​ກັນ​ ຢູ່ ເຂດຕາ​ເວັນ​ອອກ​ກາງ, ເມື່ອ​ຫລາຍ​ອົງ​ການ​ສາ​ກົນ​ກ່າວ​ເຕືອນ ​ຄວາມ​ສ່ຽງ ​ເສດ​ຖະ​ກິດ​ທົ່ວ​ໂລກ ​ໄດ້ຖືກ​ຊຸດ​ໂຊມ.

          ກ​ອງ​ປ​ະ​ຊຸມ ດັ່ງກ່າວ ລະບຸວ່າ:  ກອງ​ທຶນ​ເງິນ​ຕາ ​ສາ​ກົນ (IMF) ແລະ ທະ​ນາ​ຄານ ​ພັດ​ທະ​ນາ ອາ​ຊີ (ADB) ກ່າວ​ເຕືອນ​ວ່າ: ເສດ​ຖະ​ກິດ ​ທົ່ວ​ໂລກ ​ພວມ​ຜະ​ເຊີນ​ໜ້າ​ກັບ​ ຄວາມ​ສ່ຽງ​ຊຸດ​ໂຊມລົງ ຈາກສະພາບ​ຄວາມ​ເຄັ່ງ​ຕຶງ​ ດ້ານ​ພູມ​ມີ​ສາດ​ ການ​ເມືອງ ​ທີ່​ເພີ່ມ​ຂຶ້ນ​ ຢູ່​ເຂດຕາ​ເວັນ​ອອກ​ກາງ.

ບັນ​ດາ​ອົງ​ການນີ້ ​ໄດ້ຮຽກ​ຮ້ອງ​​ໃຫ້ ຜັນ​ຂະ​ຫຍາຍ ​ບັນ​ດາ ​ມາດ​ຕະ​ການ​ ໜູນ​ຊ່ວຍ ​ປີ​ການ​ເງິນ ​ຢ່າງ​ທັນ​ການ, ໂດຍມີ ​ເປົ້າ​ ໝາຍ, ສົມ​ທົບ​ກັບ ​ນະ​ໂຍ​ບາຍ​ເງິນ​ຕາ ແລະ ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ ຕ້ານ​ທານ​ຂອງ​ພື້ນ​ຖານ ​ເສດ​ຖະ​ກິດ.ໂດຍຄາດ​ວ່າ, ໝາກ​ຜົນ​ຂອງ​ ກອງ​ປະ​ຊຸມ ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ ໃນຄັ້ງ​ນີ້ ຈະ​ສ້າງ​ສຳ​ເລັດ​ ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ເງິນ ແລະ ຜູ້​ວ່າ​ການ ​ທະ​ນາ​ຄານ ​ສູນ​ກາງ ອາ​ຊຽນ+3 ໃນ​ເດືອນພຶດ​ສະ​ພາ​ ທີ່ຈະ​ມາ​ເຖິງນີ້./

KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູຂ່າວຕ່າງປະເທດ

      ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

      4/30/2026 5:29:57 PM

      ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.


Top