ປະທານປະເທດ ຫວຽດນາມ ລົງນາມຂໍ້ຕົກລົງໃຫ້ສັດຕະຍາບັນສົນທິສັນຍາ ຮ່າໂນ້ຍ

09/04/2026 17:25
Email Print 1520
KPL ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ລົງນາມ ຂໍ້ຕົກລົງ ໃຫ້ສັດຕະຍາບັນ ສົນທິສັນຍາ ຂອງ ສະຫະ ປະຊາຊາດ ວ່າດ້ວຍ ການຕ້ານ ອາຊະຍາກຳ ທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ).

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນ​ທີ 07 ເມ​ສາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້ລົງນາມ ​ຂໍ້​ຕົກ​ລົງ ໃຫ້​ສັດ​ຕະ​ຍາ​ບັນ​ ສົນ​ທິ​ສັນ​ຍາ ຂອງ​ ສະ​ຫະ​ ປະ​ຊາ​ຊາດ​ ວ່າ​ດ້ວຍ ​ການ​ຕ້ານ​ ອາຊະ​ຍາ​ກຳ ​ທາງ​ໄຊ​ເບີ​ (ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ). ຫວຽດ​ນາມ ​ແມ່ນປະ​ເທດ​ທຳ​ອິດ ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ແມ່ນ​ປະ​ເທດ ​ທີ 2 ໃນ​ໂລກ ​ໃຫ້​ສັດ​ຕະ​ຍາ​ບັນ ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ, ຖັດ​ຈາກ ກາ​ຕ​າ.

           ຫວຽດ​ນາມ ໄດ້ປະ​ຕິ​ບັດ​ ສຳ​ເລັດ​ ລະ​ບຽບ​ການ ​ໃຫ້​ສັດ​ຕະ​ຍາ​ບັນ ​ຢ່າງວ່ອງ​ໄວ​, ຜ່ານນັ້ນ​ ໄດ້​ກາຍ​ເປັນ ​ປະ​ເທດ​ທຳ​ອິດ ​ຢູ່ອາ​ຊີ​ ຕ​າ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ແມ່ນ​ປະ​ເທດ​ທີ 2 ໃນ​ໂລກ ແມ່​ນ​ສະ​ມາ​ຊິກ​ ທາງ​ການ​ ຂອງ ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ. ໂດຍ​ແຖວ​ໜ້າ​ ແມ່ນ​ສະ​ມາ​ຊິກ​ທາງ​ການ, ຫວຽດ​ນາມ ສາ​ມາດ​ ປະ​ກອບ​ສ່ວນ ​ຢ່າງ​ແທ້​ຈິງກວ່າ ​ເຂົ້າ​ໃນ​ວິ​ວັດ​ການ​ສ້າງ ແລະ ພັດ​ທະ​ນາ​ ຂອບ​ນິ​ຕິ​ກຳ​ ສາ​ກົນ​ທາງ​ໄຊ​ເບີ.

          ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ ແມ່ນ​ພື້ນ​ຖານ​ ນິ​ຕິ​ກຳ​ ສາ​ກົນ​ສຳ​ຄັນ ​ເພື່ອ​ໃຫ້ ຫວຽດ​ນາມ ເພີ່​ມ​ທະ​ວີ ການ​ປ້ອງ​ກັນ, ກວດ​ພົບ, ​ສືບ​ສວນ ແລະ ​ປັບ​ໄໝ​ ລົງ​ໂທດ ​ອາ​ຊະ​ຍາ​ກຳ ​ທາງ​ໄຊ​ເບີ​ ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຕອບ​ສະ​ໜອງ ​ຄວາມ​ຮຽກ​ຮ້ອງ​ ຮັບ​ປະ​ກັນ​ ຄວາມ​​ໝັ້ນ​ຄົງ ​ແຫ່ງ​ຊາດ, ຄວາມເປັນ​ ລະ​ບຽບ​ຮຽບ​ຮ້ອຍ ​​ທາງ​ສັງ​ຄົມ ໃນ​ສະ​ພາບ​ກາ​ນ​ ຫັນ​ເປັນ​ດີ​ຈີ​ຕອນ ແລະ ເຊື່ອມ​ໂຍງ​ ເຂົ້າ​ກັບ ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂ​ວາງ.

          ສົນ​ທິ​ສັນຍາ ດັ່ງ​ກ່າວ ໄດ້​ລົງນາມ​ຄັ້ງ​ທຳ​ອິດ ​ຢູ່ ຮ່າ​ໂນ້ຍ ໃນ​ເດືອນ ຕຸ​ລາ 2025. ສົນ​ທິ​ສັນ​ຍານີ້​ ໄດ້​ໃສ່​ຊື່​ຕາມ​ສະ​ຖານ​ທີ່​​ແຫ່ງ​ໜຶ່ງ ຂອງ ຫວຽດ​ນາມ, ເປັນຂີດ​ໝາຍ ດ້ານ​ປະ​ຫວັດ​ສາດ ​ໃນ​ວິ​ວັດ​ການ ​ເຊື່ອມ​ໂຍງ ​ເຂົ້​າ​ກັບ​ສາ​ກົນ​ ຂອງ ຫວຽດ​ນາມ, ເຊິ່ງສະ​ແດງ​ໃຫ້​ເຫັນ ກຳ​ລັງ​ ຄວາມ​ສາ​ມາດ ແລະ ທີ່​ຕັ້ງ​ ຂອງ ຫວຽດ​ນາມ ໃນ​ການ​ ແກ້​ໄຂ​ ບັນ​ດາ​ ບັນ​ຫາ​ລວມ ​ຂອງ ​ປະ​ຊາ​ຄົມ​ສາ​ກົນ./

KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູຂ່າວຕ່າງປະເທດ

      ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

      4/30/2026 5:29:57 PM

      ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.


Top