ຝຶກອົບຮົມການວິເຄາະ ແລະ ພັດທະນາ ການຈັດຕັ້ງ ໃຫ້ພະນັກງານຂັ້ນກົມ

11/02/2025 21:48
Email Print 190
KPL ຂປລ. ກະຊວງພາຍໃນ ຈັດຝຶກອົບຮົມຫລັກສູດວິເຄາະ ແລະ ພັດທະນາການຈັດຕັ້ງ ໃຫ້ພະນັກງານຫລັກແຫລ່ງຂັ້ນກົມ ໃນວັນທີ 10 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ມີຫົວໜ້າກົມ-ຮອງກົມ, ຫ້ອງການ, ສະຖາບັນ ແລະ ສູນ ທີ່ສັງກັດກະຊວງພາຍໃນເຂົ້າຮ່ວມ.



ຂປລ. ກະຊວງພາຍໃນ ຈັດຝຶກອົບຮົມຫລັກສູດວິເຄາະ ແລະ ພັດທະນາການຈັດຕັ້ງ ໃຫ້ພະນັກງານຫລັກແຫລ່ງຂັ້ນກົມ ໃນວັນທີ 10 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ
, ມີຫົວໜ້າກົມ-ຮອງກົມ, ຫ້ອງການ, ສະຖາບັນ ແລະ ສູນ ທີ່ສັງກັດກະຊວງພາຍໃນເຂົ້າຮ່ວມ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານຫລັກແຫລ່ງຂອງກະຊວງພາຍໃນ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ທາງດ້ານການວິເຄາະງານຫລາຍຂຶ້ນ.



ທ່ານ ນາງ ລີວົງ ລາວລີ ໄດ້ໃຫ້ຮູ້ວ່າ: ການຈັດສໍາມະນາຄັ້ງນີ້,
  ກໍເພື່ອສ້າງຄວາມເຂັ້ມແຂງ ດ້ານວຽກງານວິເຄາະ ແລະ ພັດທະນາ ການຈັດຕັ້ງໃຫ້ພະນັກງານ ຫລັກແຫລ່ງຂອງກະຊວງພາຍໃນ, ທັງເປັນການຈັດຕັ້ງຜັນຂະຫຍາຍ ບັນດາແນວທາງ-ນະໂຍບາຍ
, ມະຕິ, ຄໍາສັ່ງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ປະກົດຜົນເປັນຈິງໃນແຕ່ລະໄລຍະ. ພ້ອມກັນນັ້ນ, ກໍເພື່ອກຽມຄວາມພ້ອມດ້ານຕ່າງໆ ທີ່ຈະຜະເຊີນໜ້າກັບສິ່ງທ້າທາຍໃໝ່ ທາງດ້ານເສດຖະກິດ-ການເງິນ, ການປ່ຽນແປງທາງດ້ານ ວັດທະນະທໍາ-ສັງຄົມ ແລະ ຄວາມໝັ້ນຄົງທາງດ້ານປ້ອງກັນຊາດ-ປ້ອງກັນຄວາມະຫງົບ ທັງພາຍໃນ, ພາກພື້ນ ແລະ ສາກົນ.

ສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມທີ່ມີພາລະບົດບາດ ໃນການຄົ້ນຄວ້າ, ສ້າງ ແລະ ພັດທະນາຫລັກສູດຝຶກອົບຮົມ ກ່ຽວກັບການບໍລິຫານຄຸ້ມຄອງລັດ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດ ທິພາບ ໄດ້ຮ່ວມກັບກົມພັດທະນາ ການບໍລິຫານລັດ ຄົ້ນຄວ້າຫລັກສູດການວິເຄາະ ແລະ ພັດທະນາການຈັດຕັ້ງຂຶ້ນ ຊຶ່ງຫລັກສູດດັ່ງກ່າວ ແນໃສ່ການສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ມີຄວາມເຂົ້າໃຈ ຕໍ່ວຽກງານການປັບປຸງກົງຈັກການຈັດຕັ້ງ ຂອງບັນດາກະຊວງ-ອົງການ ເຮັດໃຫ້ກົງຈັກມີຄວາມເຂັ້ມແຂງ, ກະທັດຮັດ ສົມເຫດສົມຜົນ, ມີຄວາມສອດຄ່ອງກັບລະບົບການເມືອງ ແລະ ເງື່ອນໄຂສະພາບຕົວຈິງ ສປປ ລາວ ໃນແຕ່ລະໄລຍະ.




ຊຸດຝຶກອົບຮົມຄັ້ງນີ້, ເປັນຄັ້ງທີ 2 ໃນຫລັກສູດປະກອບມີ 3 ບົດໃຫຍ່ຄື: ບົດທີ 1 ຄວາມຮູ້ພື້ນຖານ ກ່ຽວກັບການພັດທະນາອົງການຈັດຕັ້ງ
, ບົດທີ 2 ການພັດທະນາກົງຈັກການຈັດຕັ້ງ ຂອງ ສປປ ລາວ ແລະ ບົດທີ 3 ການກຳນົດຕໍາແໜ່ງງານ. ການຈັດຊຸດຝຶກອົບຮົມຄັ້ງນີ້, ມີຄວາມສຳຄັນຫລາຍ ໃນການຊ່ວຍໃຫ້ຄະນະຮັບຜິດຊອບສ້າງ ແລະ ພັດທະນາຫລັກສູດ ໄດ້ຕິດຕາມ ແລະ ເກັບກຳຄຳຄິດເຫັນ ເພື່ອເປັນຂໍ້ມູນທີ່ສໍາຄັນ ໃນການປັບປຸງເນື້ອໃນ ແລະ ວິທີການດຳເນີນການຝຶກອົບຮົມ ໃຫ້ມີປະສິດທິພາບສູງຂຶ້ນ, ທັງເປັນການສືບຕໍ່ ແລະ ຢັ້ງຢືນເຖິງໝາກຜົນຂອງການສ້າງ ແລະ ພັດທະນາຫລັກສູດ ນໍາໄປສູ່ການຝຶກອົບຮົມດັ່ງກ່າວໃຫ້ສົມບູນຍິ່ງຂຶ້ນ.

KPL

ຂ່າວອື່ນໆ

    • ຊາວໜຸ່ມກະຊວງ ຮສສ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIIການເມືອງ

      ຊາວໜຸ່ມກະຊວງ ຮສສ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII

      2/12/2025 2:57:39 PM

      ຂປລ. ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສົງຄົມ(ຮສສ) ຄັ້ງທີ VII ຈັດ​ຂຶ້ນ​ໃນ​ວັນ​ທີ 11 ກຸມພາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໄຊ ເຊ່ຍ ຢິ້ງຢ່າງ ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິ ວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມກະຊວງ ຮສສ

    • ພັກປະຊາຊົນປະຕິວັດລາວ ນໍາພາ ພາລະກິດປົດປ່ອຍຊາດຢ່າງສົມບູນການເມືອງ

      ພັກປະຊາຊົນປະຕິວັດລາວ ນໍາພາ ພາລະກິດປົດປ່ອຍຊາດຢ່າງສົມບູນ

      2/12/2025 2:50:06 PM

      ຂປລ. ພາລະກິດປົດປ່ອຍຊາດ ແມ່ນຜົນງານ ແລະ ມູນເຊື້ອອັນສະຫງ່າງາມ ຂອງພັກປະຊາຊົນ ປະຕິວັດລາວ ທີ່ນຳພາປະຊາຊົນລາວບັນດາເຜົ່າ ສ້າງໜ້າປະຫວັດສາດໃໝ່ ທີ່ສະຫວ່າງສະໄຫວທີ່ສຸດໃຫ້ແກ່ຊາດລາວ ເຊິ່ງສາມາດຢັ້ງຢືນໄດ້ວ່າ: “ພັກເປັນປັດໄຈພື້ນຖານ ທີ່ຕັດສິນຊີ້ຂາດກ່ອນໝູ່ ແລະ ຮັບ ປະກັນທຸກໄຊຊະນະ ຂອງພາລະກິດປະຕິວັດ ຂອງປະຊາຊົນເຮົາ.

    • ເປີດງານວາງສະແດງຜະລິດຕະພັນຍີ່ປຸ່ນ ຢູ່ ນວການເມືອງ

      ເປີດງານວາງສະແດງຜະລິດຕະພັນຍີ່ປຸ່ນ ຢູ່ ນວ

      2/12/2025 2:33:24 PM

      ຂປລ. ອົງການເຈໂຕຣ ຫລື ອົງການສົ່ງເສີມການຄ້າຍີ່ປຸ່ນ ຈັດງານວາງສະແດງຜະລິດຕະພັນຍີ່ ປຸ່ນ ໃນລະຫວ່າງ ວັນທີ 11-12 ກຸມພາ 2025 ທີ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ ເຊິ່ງ ບັນດາບໍລິສັດ ຈາກປະເທດຍີ່ປຸ່ນ ໄດ້ນຳເອົາຜະລິດຂອງຕົນມາວາງຈຳໜ່າຍ ເຊິ່ງປະກອບມີ 4 ປະເພດຫລັກຄື: ເຄື່ອງສຳອາງ, ອາຫານ ແລະ ເຄື່ອງດື່ມ, ເຄື່ອງໃຊ້ຄົວເຮືອນ ​ແລະ ເຄື່ອງໃຊ້ອຸດສາຫະກຳ.

    • ລັດຖະມົນຕີຕ່າງປະເທດ ລາວ-ອົດສະຕຣາລີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍການເມືອງ

      ລັດຖະມົນຕີຕ່າງປະເທດ ລາວ-ອົດສະຕຣາລີ ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ

      2/12/2025 2:10:51 PM

      ຂປລ. ໃນວັນທີ 10 ກຸມພາ 2025 ຜ່ານ​ມາ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະຜ່ານລະບົບທາງໄກກັບ ທ່ານ ນາງ ເພັນນີ ວອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ໃນການເສີມ ຂະຫຍາຍສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ.

    • ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025ການເມືອງ

      ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສຸດຍອດລັດຖະບານທົ່ວໂລກ ປະຈໍາປີ 2025

      2/12/2025 2:02:10 PM

      ຂປລ. ວັນທີ 11 ກຸມພາ 2025, ທີ່ ນະຄອນດູໄບ, ສະຫະນະຄອນ ເອເມຣັດ ອາຣັບ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດ ລັດຖະບານທົ່ວໂລກ ປະຈໍາປີ 2025 ພາຍໃຕ້ຄໍາຂວັນ: “ຮູບແບບຂອງລັດຖະບານ ໃນອະນາຄົດ ພາຍໃຕ້ ການເປັນປະທານຂອງ ສົມເດັດ ເຊັກ ໂມຮາມັດ ບິນ ລາຊິດ ອໍ ມາກຕຸມ ຮອງປະທານາທິບໍດີ, ນາຍົກລັດຖະມົນຕີ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ໂດຍມີການນໍາຂັ້ນສູງ ຈາກບັນດາປະເທດໃນພາກພື້ນ ແລະ ສາກົນ ຫລາຍກວ່າ 140 ປະເທດ


Top