KPL
ຂປລ. ຕອນເຊົ້າວັນທີ 12 ກຸມພາ 2025 ກົງກັບວັນພຸດ, ເພັງ 15 ຄໍ່າເດືອນສາມ (ວັນບຸນມາຄະບູຊາ) ພສ 2566, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍການນໍາພັກ-ລັດທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮ່ວມກັບຊາວພຸດພາຍໃນແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ຮ່ວມກັນທຳບຸນຕັກບາດຖວາຍເຄື່ອງໄຊຍະທານຕ່າງໆ ທີ່ສະຖານບູຮານວັດພູຈຳປາສັກ ມໍລະລົກໂລກ ແຫ່ງທີ 2 ຂອງລາວ.
![](https://kpl.gov.la/Media/Upload/News/Thumb/2025/02/12/109.jpg)
ຂປລ. ຕອນເຊົ້າວັນທີ 12 ກຸມພາ 2025 ກົງກັບວັນພຸດ, ເພັງ 15 ຄໍ່າເດືອນສາມ (ວັນບຸນມາຄະບູຊາ) ພສ 2566, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍການນໍາພັກ-ລັດທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮ່ວມກັບຊາວພຸດພາຍໃນແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ຮ່ວມກັນທຳບຸນຕັກບາດຖວາຍເຄື່ອງໄຊຍະທານຕ່າງໆ ທີ່ສະຖານບູຮານວັດພູຈຳປາສັກ ມໍລະລົກໂລກ ແຫ່ງທີ 2 ຂອງລາວ.
![](https://kpl.gov.la/Media/Upload/News/Thumb/2025/02/12/110.jpg)
ໃນພິທີ, ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ໄຕ້ທຽນໄຊ ໄຫວ້ພະລັດຕະນະໄຕ ແລະ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ກໍໄດ້ລັ່ນຄ້ອງ 9 ບາດ, ພະອາຈານໄດ້ນຳພາຄະນະສົງຈຳນວນ 390 ກວ່າອົງ ແລະ ອອກຕົນຍາດໂຍມທັງຫລາຍ ດຳເນີນພິທີທາງສາສະໜາ ໄຫວ້ພະຣັດຕະນະໄຕ, ກ່າວຄຳຖວາຍປັດໄຈ, ລາດທະນາສິນ, ຢາດນໍ້າໃຫ້ພອນແກ່ອອກຕົນຍາດຍົມ. ຈາກນັ້ນ, ອອກຕົນຍາດໂຍມ ກໍໄດ້ໃສ່ບາດຖວາຍປັດໄຈທານ ແດ່ພະສົງ, ຂຶ້ນກາບໄຫວ້ຂໍພອນ ທີ່ສະຖານບູຮານວັດພູ ແລະ ບາສີສູ່ຂວັນຕາມຄວາມເຊື່ອ ຕາມຈິດໃຈໃສສັດທາຂອງຕົນ.
![](https://kpl.gov.la/Media/Upload/News/Thumb/2025/02/12/111.jpg)
ການໃສ່ບາດຢູ່ສະຖານບູຮານວັດພູຈຳປາສັກ ນອກຈາກເປັນການສືບທອດ ຮີດຄອງປະເພນີວັດ ທະນະທຳອັນດີງາມຂອງຊາດ ທີ່ຊາວເມືອງ ກໍຄື ແຂວງ ຈຳປາສັກ ສືບທອດມາແຕ່ບູຮານນະການ ໃຫ້ຄຽງຄູ ຢູ່ກັບຄົນລາວຕະຫລອດໄປແລ້ວ, ຍັງເປັນການສະເຫລີມສະຫລອງ ເປີດປີທ່ອງທ່ຽວລາວ ແລະ ເປັນການອຸທິດສ່ວນບຸນ ສ່ວນກຸສົນ ແລະ ເປັນສີລິມົງຄຸນໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ຢູ່ດີມີສຸກ, ທັງເປັນການເຜີຍແຜ່ວັດທະນະທຳ ແລະ ດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວຊົມວັດພູຈໍປາສັກ ມໍລະດົກໂລກແຫ່ງທີ 2 ຂອງລາວໃຫ້ນັບມື້ຫລາຍຂຶ້ນ.
![](https://kpl.gov.la/Media/Upload/News/Thumb/2025/02/12/112.jpg)
KPL