ສຳມະນາວິທະຍາສາດ 70 ປີພາຍໃຕ້ ການນຳພາຂອງພັກ ທີ່ມີກຽດສະຫງ່າ

12/02/2025 14:25
KPL ຂປລ. ສຳມະນາວິທະຍາສາດ ສະຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້" 70 ປີ ພາຍໃຕ້ການນຳພາຂອງພັກ ທີ່ມີກຽດສະຫງ່າ" ຈັດຂຶ້ນໃນວັນທີ 12 ກຸມພາ 2025 ໃຫ້ກຽດເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກຳມະການເນື້ອໃນ 3 ວັນປະຫວັດສາດ, ມີບັນດາກະຊວງອົງການອ້ອມຂ້າງ ເຂົ້າຮ່ວມ.

ຂປລ. ສຳມະນາວິທະຍາສາດ ສະຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້" 70 ປີ ພາຍໃຕ້ການນຳພາຂອງພັກ ທີ່ມີກຽດສະຫງ່າ" ຈັດຂຶ້ນໃນວັນທີ 12 ກຸມພາ 2025 ໃຫ້ກຽດເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກຳມະການເນື້ອໃນ 3 ວັນປະຫວັດສາດ, ມີບັນດາກະຊວງອົງການອ້ອມຂ້າງ ເຂົ້າຮ່ວມ.

ສະຫາຍ ກິແກ້ວ ໄຂຄຳພິທູນ ໄດ້​ໃຫ້​ຮູ້ວ່າ: ການສຳມະນາຄັ້ງນີ້, ມີຄວາມໝາຍທາງດ້ານທິດສະດີ ແລະ ພຶດຕິກຳ, ເປັນການຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ຜົນງານອັນຍິ່ງໃຫຍ່ແຫ່ງ ການນຳ ພາຂອງ ພັກປະຊາຊົນປະຕິວັດລາວ ຕະຫລອດ 70 ປີ ແຫ່ງການກໍ່່ຕັ້ງ ແລະ ນຳພາພາລະກິດປະຕິວັດຢູ່ປະເທດເຮົາ.  ການສ້າງຕັ້ງພັກປະຊາຊົນລາວ ເປັນເຫດການການເມືອງອັນຍິ່ງໃຫຍ່ ໃນປະຫວັດສາດຂອງຊາດລາວ, ມັນບົ່ງບອກວ່າແຕ່ນີ້ຕໍ່ໄປ ພັກປະຕິວັດລາວ ເປັນຜູ້ຮັບເອົາພາລະກຳປະຫວັດສາດ ອັນສະກະລະບູຊາ ແຫ່ງການນຳພາການປະຕິວັດລາວກ້າວຂຶ້ນ. ການກຳເນີດຂອງ ພັກປະຊາຊົນລາວ ເປັນການສົບທົບລະຫວ່າງ ຂະບວນການຕໍ່ສູ້ຮັກຊາດ ຂອງປະຊາຊົນລາວບັນດາເຜົ່າ ແລະ ລັດທິມາກ-ເລນິນ ທີ່ປະທານໂຮ່ຈີ່​ມິ​ງ ນຳມາເຜີຍແຜ່ເຂົ້າສູ່ອິນດູຈີນ, ເປັນການສືບທອດພາລະກິດ ທີ່ມີກຽດສະຫງ່າ ຂອງພັກກອມມູນິດອິນດູຈີນ, ຮັບເອົາພາລະກຳປະຫວັດສາດ ອັນແສນຫຍຸ້ງຍາກ ແຕ່ສະຫງ່າລາສີແຫ່ງການ ນຳພາການຕໍ່ສູ້ຂອງປະຊາຊົນລາວ ເປັນຂີດໝາຍແຫ່ງການຂະຫຍາຍຕົວໃໝ່ ແລະ ເປັນບາດລ້ຽວທີ່ສໍາຄັນຍິ່ງໃນປະຫວັດສາດຂອງການປະຕິວັດລາວ.

ນັບແຕ່ປີ 1975 ເປັນຕົ້ນມາ, ພັກໄດ້ກາຍເປັນພັກກຳອຳນາດ ແລະ ສ້າງຕັ້ງອໍານາດການປົກ ຄອງໃໝ່ຂຶ້ນ, ພັກເຮົາໄດ້ເອົາໃຈໃສ່ນໍາພາແກ້ໄຂ ແລະ ຟື້ນຟູເສດຖະກິດ-ສັງຄົມ ໂດຍສຸມໃສ່ແກ້ໄຂຜົນຮ້າຍຂອງສົງຄາມ ແລະ ຂອງສັງຄົມທີ່ລະບອບເກົ່າປະໄວ້, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນ ຄ່ອຍໆ ກ້າວເຂົ້າສູ່ສະພາບປົກກະຕິ, ທັງໄດ້ເອົາໃຈໃສ່ຂະຫຍາຍການສຶກສາ, ລົບລ້າງຄວາມບໍ່ຮູ້ໜັງສື, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ, ຂອງເຜົ່າ ມີຜົນສຳເລັດເປັນກ້າວໆ; ສືບຕໍ່ນຳພາຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 1 (1981-1985) ສຳເລັດໂດຍພື້ນຖານ ອັນໄດ້ປະກອບສ່ວນສ້າງປະຖົມປັດໄຈ ແລະ ເງື່ອນໄຂສະດວກໃຫ້ແກ່ການສືບຕໍ່ກ້າວຂຶ້ນຂອງປະເທດຊາດ. ໃນໄລຍະຕົ້ນແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພັກເຮົາໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ ແລະ ໄດ້ວາງໜ້າທີ່ ແລະ ທິດນຳຂອງການກໍ່ສ້າງພັກໃນໄລຍະໃໝ່ອອກ, ພັກໄດ້ເອົາໃຈໃສ່ປັບປຸງຕົນເອງ ໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ ການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນວິທີນຳພາ, ການກວດກາ, ການຄຸ້ມຄອງ-ປ້ອງກັນພັກ ແລະ ໄດ້ສ້າງການຫັນປ່ຽນຢ່າງແຂງ ແຮງ, ເລິກເຊິ່ງ, ຮອບດ້ານກ່ຽວກັບວຽກງານພະນັກງານໃນໄລຍະໃໝ່.

ໂອກາດຽວກັນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ການນຳສະເໜີ ຫົວຂໍ້ກ່ຽວກັບການກຳເນີດ ຂອງພັກປະຊາຊົນລາວ ເປັນບາດລ້ຽວປະຫວັດສາດ ຕັດສິນໄຊຊະນະຂອງການປະຕິວັດລາວ, ພັກປະຊາຊົນປະຕິວັດລາວ ນໍາພາພາລະກິດປົດປ່ອຍຊາດ ຢ່າງສົມບູນ, ພັກກໍ່ສ້າງ-ປັບປຸງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໄຊຊະນະ  , ພັກນຳພາສ້າງລັດຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ,  ພັກນໍາພາພັດທະນາເສດຖະກິດຕະຫລາດ ຕາມທິດສັງຄົມນິຍົມ, ພັກນໍາພາພັດທະນາວັດທະນະທຳ-ສັງຄົມ ເພື່ອຄວາມຢູ່ດີກິນດີຂອງປະຊາຊົນບັນດາເຜົ່າ, ພັກນຳພາເຕົ້າໂຮມຄວາມສາມັກ ຄີ ເປັນປຶກແຜ່ນທົ່ວປວງຊົນລາວທັງຊາດ, ພັກນຳພາວຽກງານປ້ອງກັນຊາດ ບົນເສັ້ນທາງກ້າວສູ່ຈຸດໝາຍສັງຄົມນິຍົມ, ພັກນຳພາກໍ່ສ້າງກຳລັງປ້ອງກັນຄວາມສະຫງົບເຂັ້ມແຂງ, ມີແບບແຜນທັນສະໄໝ ​ແລະ  ພັກນໍາພາເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ອ່ານກາວີ ສົ່ງເສີມສິລະປະ-ວັດທະນະທຳ ຂອງຊາດວັດທະນະທຳ-ສັງຄົມ

      ອ່ານກາວີ ສົ່ງເສີມສິລະປະ-ວັດທະນະທຳ ຂອງຊາດ

      2/12/2025 2:31:37 PM

      ຂປລ. ງານອ່ານກາວີ ແລະ ເທສະການ “ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານ” ຈັດຂຶ້ນໃນວັນທີ 11 ກຸມພາ 2025 ຢູ່ວັດຕົ້ນຕະກູນສີຊົມຊື່ນ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ​ເຊິ່ງເປັນເຈົ້າການຈັດໂດຍ ພະອາຈານ ໄພວັນ ມາລາວົງ ເຈົ້າອະທິການວັດ ຕົ້ນຕະກູນສີຊົມຊື່ນ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ມີພະເຖຣາ-ນຸເຖຣະ, ປະທານສະມາຄົມນັກປະພັນລາວ, ນັກຂຽນ, ນັກປະພັນ, ນັກກາວີ, ພ້ອມດ້ວຍພຸດທະສາສະນິກະຊົນລາວ ບັນດາເຜົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແຫ່ຜາສາດເຜິ້ງ ບຸນພະທາດສີໂຄດຕະບອງວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແຫ່ຜາສາດເຜິ້ງ ບຸນພະທາດສີໂຄດຕະບອງ

      2/12/2025 2:23:35 PM

      ຂປລ. ພິທີແຫ່ຜາສາດເຜິ້ງ ໃນບຸນນະມັດສະການພຣະທາດ ສີໂຄດຕະບອງ ປະຈຳປີ 2025 ໄດ້ຈັດຂຶ້ນໃນ ວັນທີ 11 ກຸມພາ ກົງກັບມື້ຂື້ນ 14 ຄໍ່າ ເດືອນ 3 ລາວ ພສ 2567 ​ໂດຍ​ມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນໍາຂັ້ນແຂວງ, ເມືອງ, ພະແນກການ ແລະ ມວນຊົນແຂວງຄໍາມ່ວນ ເຂົ້າຮ່ວມຢ່າງເປັນຂະບວນ.

    • ການນໍາພັກ-ລັດ ແລະ ມວນຊົນຮ່ວມ ໃສ່ບາດ ຢູ່ຜາສາດຫີນ ວັດພູຈໍາປາສັກວັດທະນະທຳ-ສັງຄົມ

      ການນໍາພັກ-ລັດ ແລະ ມວນຊົນຮ່ວມ ໃສ່ບາດ ຢູ່ຜາສາດຫີນ ວັດພູຈໍາປາສັກ

      2/12/2025 2:17:07 PM

      ຂປລ. ຕອນເຊົ້າວັນທີ 12 ກຸມພາ 2025 ກົງກັບວັນພຸດ, ເພັງ 15 ຄໍ່າເດືອນສາມ (ວັນບຸນມາຄະບູຊາ) ພສ 2566, ທ່ານ ພົນ​ເອກ​ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍການນໍາພັກ-ລັດທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮ່ວມກັບຊາວພຸດພາຍໃນແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ຮ່ວມກັນທຳບຸນຕັກບາດຖວາຍເຄື່ອງໄຊຍະທານຕ່າງໆ ທີ່ສະຖານບູຮານວັດພູຈຳປາສັກ ມໍລະລົກໂລກ ແຫ່ງທີ 2 ຂອງລາວ.

    • ທົບທວນໂຄງການສ້າງຄວາມເຂັ້ມແຂງ ວຽກງານສຸຂະພາບຕາວັດທະນະທຳ-ສັງຄົມ

      ທົບທວນໂຄງການສ້າງຄວາມເຂັ້ມແຂງ ວຽກງານສຸຂະພາບຕາ

      2/12/2025 2:07:15 PM

      ຂປລ. ກອງປະຊຸມທົບທວນການຈັດຕັ້ງປະຕິບັດ ວຽກງານໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບວຽກງານສຸຂະພາບຕາ ປະຈຳປີ 2024 ແລະ ວາງທິດທາງແຜນການ 2025 ຢູ່ ສປປ ລາວ ຈັດຂຶ້ນວັນທີ 11 ກຸມພາ 2025 ທີ່ນະຄອນຫລວງວຽງ ເປັນປະທານຮ່ວມຂອງທ່ານ ຄຳໃສ ເດດລືຊາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ອາມັນດາ ຮວງ ຫົວໜ້າມູນນິທິເຟຣສ ໂຮໂລ ປະຈຳພາກພື້ນ, ມີຄະນະກຳມະການຄຸ້ມຄອງໂຄງການຂັ້ນສູນກາງ, ຂັ້ນ​ແຂວງ ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ເປີດຮ້ານຈຳໜ່າຍ ຜະລິດຕະພັນ ປຸ໋ຍ-ຢາ ສຳລັບຖົ່ວລຽນວັດທະນະທຳ-ສັງຄົມ

      ເປີດຮ້ານຈຳໜ່າຍ ຜະລິດຕະພັນ ປຸ໋ຍ-ຢາ ສຳລັບຖົ່ວລຽນ

      2/11/2025 9:58:47 PM

      ຂປລ. ບໍລິສັດລາວຖົ່ວລຽນ ໂກເດິນຟຣຸດ ຈຳກັດ ເປີດຮ້ານຈຳໜ່າຍຜະລິດຕະພັນ ປຸ໋ຍ ແລະ ຢາ ສຳລັບ ຖົ່ວລຽນ ຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃນວັນທີ 10 ກຸມພາ 2025 ໂດຍໄດ້ນຳເອົາ ປຸ໋ຍ-ຢາ ທຸກສະນິດ ທີ່ໃຊ້ສຳລັບ ຖົ່ວລຽນ ແລະ ໄມ້ໃຫ້ໝາກທຸກຊະນິດ, ພ້ອມອຸປະກອນການກະເສດ ມາຈຳໜ່າຍ ໂດຍມີບັນດາບໍລິສັດ ປຸ໋ຍ-ຢາ ຈາກປະເທດເພື່ອນບ້ານ (ໄທ) ເຂົ້າຮ່ວມ.


Top