ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແຫ່ຜາສາດເຜິ້ງ ບຸນພະທາດສີໂຄດຕະບອງ

12/02/2025 14:23
KPL ຂປລ. ພິທີແຫ່ຜາສາດເຜິ້ງ ໃນບຸນນະມັດສະການພຣະທາດ ສີໂຄດຕະບອງ ປະຈຳປີ 2025 ໄດ້ຈັດຂຶ້ນໃນ ວັນທີ 11 ກຸມພາ ກົງກັບມື້ຂື້ນ 14 ຄໍ່າ ເດືອນ 3 ລາວ ພສ 2567 ​ໂດຍ​ມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນໍາຂັ້ນແຂວງ, ເມືອງ, ພະແນກການ ແລະ ມວນຊົນແຂວງຄໍາມ່ວນ ເຂົ້າຮ່ວມຢ່າງເປັນຂະບວນ.




ຂປລ. ພິທີແຫ່ຜາສາດເຜິ້ງ ໃນບຸນນະມັດສະການພຣະທາດ ສີໂຄດຕະບອງ ປະຈຳປີ
2025 ໄດ້ຈັດຂຶ້ນໃນ ວັນທີ 11 ກຸມພາ ກົງກັບມື້ຂື້ນ 14 ຄໍ່າ ເດືອນ 3 ລາວ ພສ 2567 ​ໂດຍ​ມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນໍາຂັ້ນແຂວງ, ເມືອງ, ພະແນກການ ແລະ ມວນຊົນແຂວງຄໍາມ່ວນ ເຂົ້າຮ່ວມຢ່າງເປັນຂະບວນ.




ພິທີແຫ່ຜາສາດເຜິ້ງ ແມ່ນພິທີກໍາອັນສໍາຄັນ ທາງພຸດທະສາສະໜາ ແລະ ແມ່ນໜຶ່ງໃນກິດຈະກຳສໍາຄັນ ໃນບຸນນະມັດສະການ ພຣະທາດສີໂຄດຕະບອງ
ເຊິ່ງເປັນຮີດຄອງປະເພນີອັນດີງາມທາງດ້ານວັດ ທະນະທຳ ຂອງຊາວພຸດ ທີ່ໄດ້ສືບທອດກັນມາແຕ່ບູຮານນະການ ເພື່ອເປັນການບູຊາພະຣັດຕະນະໄຕ ແລະ ເປັນການບູຊາພະທາດສີ ໂຄດຕະບອງ ເຊິ່ງຂະບວນແຫ່ຜາສາດເຜິ້ງ ແມ່ນໄດ້ເລີ່ມເຕົ້້າໂຮມ ຢູ່ເດີ່ນຫ້ອງວ່າການເມືອງທ່າແຂກ ແລ້ວເຄື່ອນຂະບວນເຂົ້າສູ່ພະທາດສີໂຄດຕະບອງ ເພື່ອທຳພິທີແຫ່ອ້ອມຮອບພະທາດ ຈໍານວນ 3 ຮອບ. ຈາກນັ້ນ, ກໍນໍາເອົາຜາສາດເຜິ້ງ ພ້ອມທັງຕົ້ນກະລະພຶກ ແລະ ວັດຖຸທານອື່ນໆ ຕາມສັດທາຂອງຜູ້ເຂົ້າຮ່ວມ ຖວາຍແດ່ ພະສົງຕາມພິທີກໍາທາງສາສະໜາ. ທັງນີ້, ກໍເພື່ອເປັນການອະນຸລັກຮັກສາຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງ ຊາດລາວເຮົາ ກໍຄືປະຊາ ຊົນແຂວງຄຳມ່ວນ ໄວ້ຄົງຢູ່ຕະຫລອດໄປ.




ໂອກາດດຽວກັນ, ບັນດາທ່ານການນໍາ
, ບໍລິສັດ, ຫົວໜ່ວຍທຸລະກິດຕ່າງໆ ຍັງໄດ້ປະກອບສ່ວນ ຖວາຍວັດຖຸ ແລະ ປັດໄຈ ເພື່ອເຮັດໃຫ້ງານດັ່ງກ່າວ ສຳເລັດໄປດ້ວຍດີ ແລະ ເປັນການຕໍ່ຍອດໃນການບູລະນະ ປະຕິສັງຂອນ ແລະ ພັດທະນາ ພະທາດສີໂຄດຕະບອງ ໃຫ້ມີຄວາມຮຸ່ງເຮືອງເຫລື​ອງເຫລື້ອມ ຄົງຢູ່ຄູ່ບ້ານຄູ່ເມືອງ, ເປັນສັນຍາລັກ, ເປັນສູນລວມທາງດ້ານຈິດໃຈ ແລະ ເປັນມິ່ງຂວັນຂອງຊາວພຸດທະສາສະນິກະຊົນ, ປະຊາຊົນລາວບັນດາເຜົ່າ ພາຍ​ໃນແຂວງຄໍາມ່ວນຕະຫລອດໄປ.




ພ້ອມ​ກັນ​ນີ້, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ຕິດຕາມກິດຈະກຳຕ່າງໆພາຍໃນງານ ໂດຍສະເພາະການແຂ່ງຂັນ ກອງແຕ້-ກອງຈິງ
ເຊິ່ງເປັນກິລາທີ່ເປັນເອກະລັກຂອງ ແຂວງຄໍາມ່ວນ ແລະ ຊົມຮ້ານວາງສະແດງ ແລະ ຈໍາໜ່າຍສິນຄ້າພາຍໃນງານ ຕື່ມ​ອີກ.

ຂ່າວ-ພາບ: ​ແຂວງ​ຄໍາ​ມ່ວນ

KPL

ຂ່າວອື່ນໆ

    • ອ່ານກາວີ ສົ່ງເສີມສິລະປະ-ວັດທະນະທຳ ຂອງຊາດວັດທະນະທຳ-ສັງຄົມ

      ອ່ານກາວີ ສົ່ງເສີມສິລະປະ-ວັດທະນະທຳ ຂອງຊາດ

      2/12/2025 2:31:37 PM

      ຂປລ. ງານອ່ານກາວີ ແລະ ເທສະການ “ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານ” ຈັດຂຶ້ນໃນວັນທີ 11 ກຸມພາ 2025 ຢູ່ວັດຕົ້ນຕະກູນສີຊົມຊື່ນ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ​ເຊິ່ງເປັນເຈົ້າການຈັດໂດຍ ພະອາຈານ ໄພວັນ ມາລາວົງ ເຈົ້າອະທິການວັດ ຕົ້ນຕະກູນສີຊົມຊື່ນ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ມີພະເຖຣາ-ນຸເຖຣະ, ປະທານສະມາຄົມນັກປະພັນລາວ, ນັກຂຽນ, ນັກປະພັນ, ນັກກາວີ, ພ້ອມດ້ວຍພຸດທະສາສະນິກະຊົນລາວ ບັນດາເຜົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສຳມະນາວິທະຍາສາດ  70 ປີພາຍໃຕ້ ການນຳພາຂອງພັກ ທີ່ມີກຽດສະຫງ່າວັດທະນະທຳ-ສັງຄົມ

      ສຳມະນາວິທະຍາສາດ 70 ປີພາຍໃຕ້ ການນຳພາຂອງພັກ ທີ່ມີກຽດສະຫງ່າ

      2/12/2025 2:25:47 PM

      ຂປລ. ສຳມະນາວິທະຍາສາດ ສະຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້" 70 ປີ ພາຍໃຕ້ການນຳພາຂອງພັກ ທີ່ມີກຽດສະຫງ່າ" ຈັດຂຶ້ນໃນວັນທີ 12 ກຸມພາ 2025 ໃຫ້ກຽດເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກຳມະການເນື້ອໃນ 3 ວັນປະຫວັດສາດ, ມີບັນດາກະຊວງອົງການອ້ອມຂ້າງ ເຂົ້າຮ່ວມ.

    • ການນໍາພັກ-ລັດ ແລະ ມວນຊົນຮ່ວມ ໃສ່ບາດ ຢູ່ຜາສາດຫີນ ວັດພູຈໍາປາສັກວັດທະນະທຳ-ສັງຄົມ

      ການນໍາພັກ-ລັດ ແລະ ມວນຊົນຮ່ວມ ໃສ່ບາດ ຢູ່ຜາສາດຫີນ ວັດພູຈໍາປາສັກ

      2/12/2025 2:17:07 PM

      ຂປລ. ຕອນເຊົ້າວັນທີ 12 ກຸມພາ 2025 ກົງກັບວັນພຸດ, ເພັງ 15 ຄໍ່າເດືອນສາມ (ວັນບຸນມາຄະບູຊາ) ພສ 2566, ທ່ານ ພົນ​ເອກ​ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍການນໍາພັກ-ລັດທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮ່ວມກັບຊາວພຸດພາຍໃນແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ຮ່ວມກັນທຳບຸນຕັກບາດຖວາຍເຄື່ອງໄຊຍະທານຕ່າງໆ ທີ່ສະຖານບູຮານວັດພູຈຳປາສັກ ມໍລະລົກໂລກ ແຫ່ງທີ 2 ຂອງລາວ.

    • ທົບທວນໂຄງການສ້າງຄວາມເຂັ້ມແຂງ ວຽກງານສຸຂະພາບຕາວັດທະນະທຳ-ສັງຄົມ

      ທົບທວນໂຄງການສ້າງຄວາມເຂັ້ມແຂງ ວຽກງານສຸຂະພາບຕາ

      2/12/2025 2:07:15 PM

      ຂປລ. ກອງປະຊຸມທົບທວນການຈັດຕັ້ງປະຕິບັດ ວຽກງານໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບວຽກງານສຸຂະພາບຕາ ປະຈຳປີ 2024 ແລະ ວາງທິດທາງແຜນການ 2025 ຢູ່ ສປປ ລາວ ຈັດຂຶ້ນວັນທີ 11 ກຸມພາ 2025 ທີ່ນະຄອນຫລວງວຽງ ເປັນປະທານຮ່ວມຂອງທ່ານ ຄຳໃສ ເດດລືຊາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ອາມັນດາ ຮວງ ຫົວໜ້າມູນນິທິເຟຣສ ໂຮໂລ ປະຈຳພາກພື້ນ, ມີຄະນະກຳມະການຄຸ້ມຄອງໂຄງການຂັ້ນສູນກາງ, ຂັ້ນ​ແຂວງ ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ເປີດຮ້ານຈຳໜ່າຍ ຜະລິດຕະພັນ ປຸ໋ຍ-ຢາ ສຳລັບຖົ່ວລຽນວັດທະນະທຳ-ສັງຄົມ

      ເປີດຮ້ານຈຳໜ່າຍ ຜະລິດຕະພັນ ປຸ໋ຍ-ຢາ ສຳລັບຖົ່ວລຽນ

      2/11/2025 9:58:47 PM

      ຂປລ. ບໍລິສັດລາວຖົ່ວລຽນ ໂກເດິນຟຣຸດ ຈຳກັດ ເປີດຮ້ານຈຳໜ່າຍຜະລິດຕະພັນ ປຸ໋ຍ ແລະ ຢາ ສຳລັບ ຖົ່ວລຽນ ຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃນວັນທີ 10 ກຸມພາ 2025 ໂດຍໄດ້ນຳເອົາ ປຸ໋ຍ-ຢາ ທຸກສະນິດ ທີ່ໃຊ້ສຳລັບ ຖົ່ວລຽນ ແລະ ໄມ້ໃຫ້ໝາກທຸກຊະນິດ, ພ້ອມອຸປະກອນການກະເສດ ມາຈຳໜ່າຍ ໂດຍມີບັນດາບໍລິສັດ ປຸ໋ຍ-ຢາ ຈາກປະເທດເພື່ອນບ້ານ (ໄທ) ເຂົ້າຮ່ວມ.


Top