KPL
ຂປລ. ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສົງຄົມ(ຮສສ) ຄັ້ງທີ VII ຈັດຂຶ້ນໃນວັນທີ 11 ກຸມພາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໄຊ ເຊ່ຍ ຢິ້ງຢ່າງ ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິ ວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມກະຊວງ ຮສສ
![](https://kpl.gov.la/Media/Upload/News/Thumb/2025/02/12/124.jpg)
ຂປລ. ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມ ປະຊາຊົນປະຕິວັດລາວ ກະຊວງແຮງງານ ແລະ ສະຫວັດດີການສົງຄົມ(ຮສສ) ຄັ້ງທີ VII ຈັດຂຶ້ນໃນວັນທີ 11 ກຸມພາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ຄໍາໄຊ ເຊ່ຍ ຢິ້ງຢ່າງ ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິ ວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມກະຊວງ ຮສສ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ໃບຄໍາ ຂັດທິຍະ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຮສສ, ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຜູ້ແທນ ແລະ ແຂກຖືກເຊີນ ຈາກຄະນະບໍລິຫານງານຊາວໜຸ່ມບັນດາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ ໄດ້ລົງປະຊາມະຕິ ເປັນເອກະສັນຮັບຮອງເອົາ ບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້: ກອງປະຊຸມ ໄດ້ພ້ອມກັນຄົ້ນຄ້ວາ ແລະ ປະກອບຄຳຄິດຄໍາເຫັນຕໍ່ຮ່າງລາຍງານການເມືອງ, ທິດທາງຄາດໝາຍສູ້ຊົນ ແຕ່ລະດ້ານກ່ຽວກັບວຽກງານພັດທະນາຊາວໜຸ່ມ ແລະ ບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານ ງານຊາວໜຸ່ມກະຊວງຊຸດເກົ່າ. ໃນນັ້ນ, ໄດ້ຕີລາຄາຈຸດດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ສາ ເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຈາກ ການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ໃນໄລຍະ 5 ປີຜ່ານມາ(2020-2024); ເປັນເອກະສັນຮັບຮອງເອົາທິດທາງ, ແຜນການ ແລະ ຄາດໝາຍສູ້ຊົນ ເຊິ່ງໄດ້ກໍານົດ 8 ແຜນວຽກຈຸດສຸມໃນ 5 ປີຕໍ່ໜ້າ (2025-2029) ເປັນຕົ້ນ ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ວຽກງານປັບປຸງການຈັດຕັ້ງ, ການກໍ່ສ້າງພະນັກງານ ແລະ ຂະຫຍາຍສະມາຊິກຊາວໜຸ່ມ, ວຽກງານສ້າງຂະບວນການ, ວຽກງານປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ, ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ວຽກງານກໍ່ສ້າງຮາກຖານ, ວຽກງານພົວພັນ-ຮ່ວມມືພາຍໃນ ແລະ ຕ່າງປະເທດ ແລະ ວຽກງານກວດກາຂອງຄະນະຊາວໜຸ່ມ; ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາເຫັນ ຈາກຜູ້ຕາງໜ້າໜ່ວຍຊາວໜຸ່ມອ້ອມຂ້າງ.
![](https://kpl.gov.la/Media/Upload/News/Thumb/2025/02/12/126.jpg)
ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານ ຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊຸດໃໝ່ ບົນພື້ນຖານຫລັກ ການລວມສູນປະຊາທິປະໄຕ ທັງຖືກຕ້ອງ ແລະ ສອດຄ່ອງກັບມາດຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້, ເຊິ່ງມີຜູ້ສະໝັກເລືອກຕັ້ງ 15 ສະຫາຍ, ຍິງ 5 ສະຫາຍ ແລະ ເລືອກຕັ້ງ ໄດ້ 13 ສະຫາຍ, ຍິງ 3 ສະຫາຍ ເພື່ອນໍາພາວຽກງານຊາວໜຸ່ມພາຍໃນກະຊວງ 5 ປີ ຕໍ່ໜ້າ, ກອງປະຊຸມຄັ້ງປະຖົມມະລືກໄດ້ຕົກລົງແຕ່ງຕັ້ງ ສະຫາຍ ຄອນສີ ມະຫາວົງ ເປັນເລຂາ, ສະຫາຍ ສຸລິວົງ ຫລ້າໜໍ່ສະຫວັນ ເປັນຮອງ ເລຂາ, ທັງເປັນປະທານກວດກາ ແລະ ສະຫາຍ ນາງ ແອງນີ ໄຊຍາສຸບັດ ເປັນຮອງເລຂາ, ພ້ອມທັງແຕ່ງຕັ້ງຮອງປະທານກວດກາ 1 ສະຫາຍ ແລະ ກຳມະການຄະນະກວດກາ 1 ສະຫາຍ. ຈາກນັ້ນ,ກອງປະຊຸມຍັງໄດ້ຄັດ ເລືອກຜູ້ແທນສົມບູນ 3 ສະຫາຍ, ຍິງ 1 ສະຫາຍ ແລະ ສຳຮອງ 2 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຕື່ມອີກ.
ໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດການ ນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານຊາວໜຸ່ມ ກະຊວງ ຮສສ ຊຸດເກົ່າ ໃນການນໍາພາຈັດຕັ້ງປະຕິບັດ ໜ້າທີ່ການເມືອງ ທີ່ມະຕິກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີການສັງ ຄົມຄັ້ງທີ VI ວາງໄວ້ດ້ວຍຜົນສໍາເລັດຫລາຍດ້ານ. ພ້ອມນັ້ນ, ສະຫາຍຍັງໄດ້ສະແດງຄວາມ ເປັນຫ່ວງເປັນໄຍຕໍ່ດ້ານອ່ອນ-ຂໍ້ຄົງຄ້າງ ໂດຍໄດ້ຮຽກຮ້ອງໃຫ້ຄະນະບໍລິຫານງານ ຊາວໜຸ່ມກະຊວງຊຸດໃໝ່ຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ແລະ ໄດ້ໃຫ້ທິດຊີ້ນຳອັນສຳຄັນ ແລະ ລໍ້າຄ່າໃນທາງທີ່ສ້າງສັນ ໃຫ້ແກ່ການຫັນເອົາເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີສັງຄົມ ຄັ້ງທີ VII ເຂົ້າສູ່ການນໍາພາ-ຊີ້ນຳຈັດຕັ້ງປະຕິບັດໃນຂົງເຂດວຽກງານຂອງ ຊາວໜຸ່ມທົ່ວ ຮສສ ໃນຕໍ່ໜ້າໃຫ້ມີຜົນສໍາເລັດໃຫ່ຍຫລວງກວ່າເກົ່າ.
ຂໍ້ມູນ-ພາບ: ຂ່າວສານ ຮສສ
KPL