KPL
ຂປລ. ພາລະກິດປົດປ່ອຍຊາດ ແມ່ນຜົນງານ ແລະ ມູນເຊື້ອອັນສະຫງ່າງາມ ຂອງພັກປະຊາຊົນ ປະຕິວັດລາວ ທີ່ນຳພາປະຊາຊົນລາວບັນດາເຜົ່າ ສ້າງໜ້າປະຫວັດສາດໃໝ່ ທີ່ສະຫວ່າງສະໄຫວທີ່ສຸດໃຫ້ແກ່ຊາດລາວ ເຊິ່ງສາມາດຢັ້ງຢືນໄດ້ວ່າ: “ພັກເປັນປັດໄຈພື້ນຖານ ທີ່ຕັດສິນຊີ້ຂາດກ່ອນໝູ່ ແລະ ຮັບ ປະກັນທຸກໄຊຊະນະ ຂອງພາລະກິດປະຕິວັດ ຂອງປະຊາຊົນເຮົາ.
ຂປລ. ພາລະກິດປົດປ່ອຍຊາດ ແມ່ນຜົນງານ ແລະ ມູນເຊື້ອອັນສະຫງ່າງາມ ຂອງພັກປະຊາຊົນ ປະຕິວັດລາວ ທີ່ນຳພາປະຊາຊົນລາວບັນດາເຜົ່າ ສ້າງໜ້າປະຫວັດສາດໃໝ່ ທີ່ສະຫວ່າງສະໄຫວທີ່ສຸດໃຫ້ແກ່ຊາດລາວ ເຊິ່ງສາມາດຢັ້ງຢືນໄດ້ວ່າ: “ພັກເປັນປັດໄຈພື້ນຖານ ທີ່ຕັດສິນຊີ້ຂາດກ່ອນໝູ່ ແລະ ຮັບ ປະກັນທຸກໄຊຊະນະ ຂອງພາລະກິດປະຕິວັດ ຂອງປະຊາຊົນເຮົາ.
ທ່ານ ກຸຢ່າງ ສີສົມພົງ ຮອງຫົວໜ້າຄະນະກໍ່ສ້າງພັກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ກ່າວໃນການສຳມະນາວິທະຍາສາດ ສະຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິ ວັດລາວ ຄົບຮອບ 70 ປີ ພາຍໃຕ້ຫົວຂໍ້" 70 ປີ ພາຍໃຕ້ການນຳພາຂອງພັກທີ່ມີກຽດສະຫງ່າ" ໃນວັນທີ 12 ກຸມພາ 2025 ນີ້ວ່າ: ໜ້າທີ່ພື້ນຖານຂອງການປະຕິວັດ ໃນພາລະກິດປົດປ່ອຍຊາດ ແມ່ນສາ ມັກຄີປະຊາຊົນບັນດາເຜົ່າ ໂຄ່ນລົ້ມຈັກກະພັດຜູ້ຮຸກຮານ, ກຸ່ມນາຍທຶນ ອາດຍາສິດຂຸນເສິກ ແລະ ຊົນຊັ້ນສັກດີນາ, ສຳເລັດການປະຕິວັດຊາດ ປະຊາທິປະໄຕ ໃນທົ່ວປະເທດ, ກຽມເງື່ອນໄຂທຸກຢ່າງທີ່ຈຳເປັນ ເພື່ອກ້າວຂຶ້ນສັງຄົມນິຍົມໂດຍກົງ ໂດຍບໍ່ຜ່ານເສັ້ນທາງຂະຫຍາຍຕົວແບບທຶນນິຍົມ, ເຮັດໃຫ້ປະເທດລາວ ກາຍເປັນປະເທດສັນຕິພາບ ເອກະລາດ ປະຊາທິປະໄຕເອກະພາບ ແລະ ວັດທະນະຖາວອນ; ຕັ້ງໜ້າປະກອບສ່ວນເຂົ້າໃນການຕໍ່ສູ້ ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ສັງຄົມນິຍົມໃນອິນດູຈີນ ໃນອາຊີອາຄະເນ ແລະ ໃນໂລກ.
ທ່ານ ກຸຢ່າງ ສີສົມພົງ ຍັງຍົກໃຫ້ເຫັນບົດຮຽນຕົ້ນຕໍ ຂອງພັກປະຊາຊົນປະຕິວັດລາວ ໃນພາລະກິດປົດປ່ອຍຊາດຢ່າງສົມບູນ ເຊິ່ງຈາກພາກປະຕິບັດຕົວຈິງອັນອຸດົມຮັ່ງມີ ແຫ່ງການຕໍ່ສູ້ມີໄຊ ຂອງການປະຕິວັດຊາດ, ພັກສາມາດຖອດຖອນບາງບົດຮຽນເຊັ່ນ: ເຊີດຊູຄັນທຸງຊາດ-ປະຊາທິປະໄຕ, ແກ້ໄຂເນື້ອໃນ ແລະ ສາຍພົວພັນລະຫວ່າງ ສອງໜ້າທີ່ປະຕິວັດຊາດ ກັບປະຊາທິປະໄຕ; ກໍ່ສ້າງກ້ອນກຳລັງພັນທະພາບ ກຳມະກອນ-ຊາວນາ ອັນແໜ້ນແກ່ນ ພາຍໃຕ້ການນຳພາຂອງພັກ; ສ້າງແນວໂຮມເອກະພາບແຫ່ງຊາດ ບົນພື້ນຖານພັນທະພາບກຳມະກອນ-ຊາວນາ ພາຍໃຕ້ການນໍາພາຂອງພັກ; ກຳແໜ້ນທັດສະນະກຳລັງຮຸນແຮງປະຕິວັດ, ສົມທົບສອງກຳລັງ ແລະ ສອງຮູບການຕໍ່ສູ້ຄື: ຕໍ່ສູ້ດ້ວຍອາວຸດ ກັບຕໍ່ສູ້ການເມືອງຢ່າງແໜ້ນແຟ້ນ ເພື່ອຕີເອົາຊະນະສັດຕູ; ໝູນໃຊ້ຍຸດໂທບາຍ “ປະນິປະນອມ”ທີ່ມີຫລັກ ການກັບຝ່າຍກົງກັນຂ້າມ; ສ້າງກາລະໂອກາດ, ກຳແໜ້ນກາລະໂອກາດ, ເສີມຂະຫຍາຍກຳລັງແຮງສັງ ລວມ ຂອງການປະຕິວັດ, ທັບມ້າງຢ່າງສິ້ນເຊີງກົງ ຈັກປົກຄອງປະຕິການ ຍາດເອົາໄຊຊະນະສົມບູນ; ສົມທົບນໍ້າໃຈຮັກຊາດອັນດູດດື່ມ ກັບນ້ຳໃຈສາກົນກຳມະຊີບອັນແທ້ຈິງຢ່າງຖືກຕ້ອງ.
ພ້ອມກັນນີ້, ທ່ານ ກຸຢ່າງ ສີສົມພົງ ກໍໄດ້ຍົກໃຫ້ເຫັນ ບາງວິທີການເສີມຂະຫຍາຍ ບົດຮຽນການນຳພາຂອງພັກ ໃນພາລະກິດປົດປ່ອຍຊາດຢ່າງສົມບູນ ຕ້ອງສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງເຜີຍແຜ່, ເຊື່ອມ ຊຶມບົດຮຽນອັນລໍ້າຄ່າຂອງພັກ ໃນພາລະກິດປົດປ່ອຍຊາດ ໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ເປັນປະຈໍາ; ຍົກສູງຄວາມສາມາດ ໃນການຫັນເອົາບົດຮຽນ ການນໍາພາຂອງພັກ ໃນພາລະກິດປົດປ່ອຍຊາດ ເຂົ້າໃນການກໍານົດແນວທາງ, ແຜນນະໂຍບາຍຂອງພັກ ທີ່ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ບົນພື້ນຖານຄວາມຖືກຕ້ອງ, ຄົບຖ້ວນ ແລະ ຍຸຕິທຳ; ພະນັກງານ, ສະມາຊິກພັກທຸກສະຫາຍ ຄວນເປັນແບບ ຢ່າງຕັ້ງໜ້າຄົ້ນຄວ້າ, ຮ່ຳຮຽນ ແລະ ນຳເອົາບົດຮຽນການນໍາພາຂອງພັກ ໃນພາລະກິດປົດປ່ອຍຊາດ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ ການເມືອງຂອງຕົນຢ່າງປະດິດສ້າງ ແນໃສ່ຍົກສູງຄວາມຮູ້-ຄວາມສາມາດຮອບດ້ານຂອງຕົນ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານ ໂດຍສະເພາະ ການນຳເອົາຄວາມເປັນແບບຢ່າງນຳໜ້າ ຂອງພະນັກງານ, ສະມາຊິກພັກ ໃນໄລຍະນໍາພາຕໍ່ສູ້ປົດປ່ອຍຊາດ; ປຸກລະດົມປະຊາຊົນລາວບັນດາເຜົ່າ ໃຫ້ເຊີດຊູນໍ້າໃຈຮັກຊາດ, ຮັກຄວາມສາມັກຄີປອງດອງຊາດ; ສ້າງທຸກເງື່ອນໄຂໃຫ້ປະຊາຊົນລາວບັນດາເຜົ່າ ມີສ່ວນຮ່ວມໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແນໃສ່ສ້າງປະເທດລາວ, ສັງຄົມລາວ ກ້າວສູ່ສັງຄົມນິຍົມ; ເອົາໃຈໃສ່ຕິດຕາມ, ກວດກາ, ສະຫລຸບຖອດຖອນບົດຮຽນ ໃນການໝູນໃຊ້ບົດຮຽນ ການນຳພາຂອງພັກ ໃນພາລະກິດປົດປ່ອຍຊາດ ໃນແຕ່ລະໄລຍະໃຫ້ເປັນປົກກະຕິ. ພ້ອມນັ້ນ, ກໍເພີ່ມຄວາມສາມາດໃນການຕ້ານ ແລະ ສະກັດກັ້ນການໝູນໃຊ້ບົດຮຽນທີ່ຜິດເຂວຈາກມູນເຊື້ອອັນດີງາມຂອງພັກ ທີ່ນໍາໄປສູ່ການເກີດ ປາກົດການຫຍໍ້ທໍ້ ໃນຖັນແຖວພະນັກງານ-ສະມາຊິກພັກ ຢ່າງທັນການ.
ສັງຮວມແລ້ວ, ໃນສະໄໝດຳເນີນການ ປະຕິວັດປົດປ່ອຍຊາດ ໂດຍພາຍໃຕ້ການນຳພາຂອງພັກ, ປະຊາຊົນລາວບັນດາເຜົ່າ ໄດ້ສາມັກຄີກັນເປັນຈິດໜຶ່ງໃຈດຽວ ເຂົ້າຮ່ວມໃນແນວໂຮມກູ້ຊາດອັນກວ້າງ ຂວາງ ດຳເນີນການຕໍ່ສູ້ອັນລະອິດລະອ້ຽວ, ຍືດເຍື້ອຍາວນານ ພາຍໃຕ້ຄັນທຸງຊາດ-ປະຊາທິປະໄຕ ໄດ້ຜາບແພ້ພວກຮຸກຮານ ແລະ ລູກແຫລ່ງຕີນມື, ປະຕິບັດຄວາມຖືກຕ້ອງປອງດອງຊາດ, ກໍ່ສ້າງປະເທດລາວ ສັນຕິພາບເປັນກາງ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນະຖາວອນ.
ຂ່າວ: ກິດຕາ
ພາບ: ອ່າຍຄຳ
KPL