ທົບທວນໂຄງການສ້າງຄວາມເຂັ້ມແຂງ ວຽກງານສຸຂະພາບຕາ

12/02/2025 14:07
KPL ຂປລ. ກອງປະຊຸມທົບທວນການຈັດຕັ້ງປະຕິບັດ ວຽກງານໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບວຽກງານສຸຂະພາບຕາ ປະຈຳປີ 2024 ແລະ ວາງທິດທາງແຜນການ 2025 ຢູ່ ສປປ ລາວ ຈັດຂຶ້ນວັນທີ 11 ກຸມພາ 2025 ທີ່ນະຄອນຫລວງວຽງ ເປັນປະທານຮ່ວມຂອງທ່ານ ຄຳໃສ ເດດລືຊາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ອາມັນດາ ຮວງ ຫົວໜ້າມູນນິທິເຟຣສ ໂຮໂລ ປະຈຳພາກພື້ນ, ມີຄະນະກຳມະການຄຸ້ມຄອງໂຄງການຂັ້ນສູນກາງ, ຂັ້ນ​ແຂວງ ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.




ຂປລ. ກອງປະຊຸມທົບທວນການຈັດຕັ້ງປະຕິບັດ ວຽກງານໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບວຽກງານສຸຂະພາບຕາ ປະຈຳປີ
2024 ແລະ ວາງທິດທາງແຜນການ 2025 ຢູ່ ສປປ ລາວ ຈັດຂຶ້ນວັນທີ 11 ກຸມພາ 2025 ທີ່ນະຄອນຫລວງວຽງ ເປັນປະທານຮ່ວມຂອງທ່ານ ຄຳໃສ ເດດລືຊາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ອາມັນດາ ຮວງ ຫົວໜ້າມູນນິທິເຟຣສ ໂຮໂລ ປະຈຳພາກພື້ນ, ມີຄະນະກຳມະການຄຸ້ມຄອງໂຄງການຂັ້ນສູນກາງ, ຂັ້ນ​ແຂວງ ​ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳໃສ ເດດລືຊາ ​ໄດ້​ໃຫ້​ຮູ້ວ່າ: ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ລະບົບວຽກງານສຸຂະພາບຕາ ໃນ ສປປ ລາວ 2021-2025 ເປັນໂຄງການທີ່ມີຄວາມສຳຄັນ ໃນການປັບປຸງຄຸນນະພາບ ແລະ ຊຸກຍູ້ສົ່ງເສີມວຽກງານ ດ້ານການບໍລິການ ຮັກສາສຸຂະພາບໃຫ້ແກ່ ປະຊາຊົນບັນດາເຜົ່າຢູ່ໃນລາວ ເຊິ່ງໂຄງການດັ່ງກ່າວ, ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2021-2025 ໂດຍໄດ້ສຸມໃສ່ວຽກງານການພັດທະນາ ບຸກຄະລາກອນພະຍາບານຕາ, ແພດຊ່ຽວຊານຮັກສາສຸຂະພາບຕາ, ພັດທະນາຄວາມຮູ້ທາງດ້ານວິຊາການ, ຄວາມຊຳນານທາງດ້ານການຜ່າຕັດຕາຂຸ້ນ, ສະໜອງຢາ, ເຄື່ອງອຸປະໂພກ, ອຸປະກອນ-ເຄື່ອງມືສຳ ລັບການຜ່າຕັດຕາຂຸ້ນ ແລະ ຊ່ວຍເຫລືອງົບປະມານ ໃນການຜ່າຕັດແກ່ນຕາຂຸ້ນຢູ່ໂຮງໝໍ, ການບໍລິການການດູແລຮັກສາສຸຂະພາບຕາ ແລະ ການຜ່າຕັດຕາຂຸ້ນເຄື່ອນທີ່ຢູ່ໃນແຂວງ, ເມືອງເປົ້າໝາຍ ແລະ ໃນຊຸມຊົນ 5 ແຂວງເປົ້າໝາຍ.

​ໃນກອງປະຊຸມດັ່ງກ່າວ, ໄດ້ທົບທວນການຈັດຕັ້ງປະຕິບັດວຽກງານໂຄງການ 2024 ແລະ ວາງແຜນການ 2025, ປຶກສາຫາລືທົບທວນ ແລະ ລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ໂຄງ ການໃນໄລຍະ 1 ປີຜ່ານມາ, ນຳສະເໜີແຜນຈັດຕັ້ງປະຕິບັດກິດຈະກຳ ແຜນງົບປະມານສຳລັບ 1 ປີ 2025 ແລະ ກຳນົດແຜນບຸລິມະສິດໄຕມາດທີ 1 ເດືອນຕົ້ນປີ 2025, ທົບທວນປັບປຸງໂຄງຮ່າງການ ຈັດຕັ້ງ ແລະ ຂອດການປະສານງານ ຂອງຄະນະກຳມະການຄຸ້ມຄອງໂຄງການ ໃນລະດັບສູນກາງ ແລະ ແຂວງ, ຮັບຟັງການນຳສະເໜີຜົນສຳເລັດ, ສິ່ງທີ່ທ້າທາຍ, ບົດຮຽນທີ່ຖອດຖອນໄດ້ ແລະ ບາງຂົງເຂດວຽກງານ ໃນການຈັດຕັ້ງ ປະຕິບັດວຽກງານ ໂຄງການໄລຍະ 1 ປີຜ່ານມາ ພ້ອມກັນວາງແຜນຈັດຕັ້ງປະຕິບັດ ວຽກງານໂຄງການການບໍລິການ ແລະ ຮັກສາສຸຂະພາບຕາ ໃນປີ 2025 ໃຫ້ມີຜົນສຳເລັດຕາມຄວາມ ຄາດໝາຍ ແລະ ແຜນການທີ່ໄດ້ວາງໄວ້.

ຂ່າວ: ວຽງຈັນໃໝ່

KPL

ຂ່າວອື່ນໆ

    • ອ່ານກາວີ ສົ່ງເສີມສິລະປະ-ວັດທະນະທຳ ຂອງຊາດວັດທະນະທຳ-ສັງຄົມ

      ອ່ານກາວີ ສົ່ງເສີມສິລະປະ-ວັດທະນະທຳ ຂອງຊາດ

      2/12/2025 2:31:37 PM

      ຂປລ. ງານອ່ານກາວີ ແລະ ເທສະການ “ມາຄະບູຊາ ສະເໝຫາບຸນເຂົ້າຈີ່ ຍອດກະວີປາງຄໍາ ລຳນໍາດອກໄມ້ບານ” ຈັດຂຶ້ນໃນວັນທີ 11 ກຸມພາ 2025 ຢູ່ວັດຕົ້ນຕະກູນສີຊົມຊື່ນ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ​ເຊິ່ງເປັນເຈົ້າການຈັດໂດຍ ພະອາຈານ ໄພວັນ ມາລາວົງ ເຈົ້າອະທິການວັດ ຕົ້ນຕະກູນສີຊົມຊື່ນ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ມີພະເຖຣາ-ນຸເຖຣະ, ປະທານສະມາຄົມນັກປະພັນລາວ, ນັກຂຽນ, ນັກປະພັນ, ນັກກາວີ, ພ້ອມດ້ວຍພຸດທະສາສະນິກະຊົນລາວ ບັນດາເຜົ່າ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ສຳມະນາວິທະຍາສາດ  70 ປີພາຍໃຕ້ ການນຳພາຂອງພັກ ທີ່ມີກຽດສະຫງ່າວັດທະນະທຳ-ສັງຄົມ

      ສຳມະນາວິທະຍາສາດ 70 ປີພາຍໃຕ້ ການນຳພາຂອງພັກ ທີ່ມີກຽດສະຫງ່າ

      2/12/2025 2:25:47 PM

      ຂປລ. ສຳມະນາວິທະຍາສາດ ສະຫລີມສະຫລອງວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບ ຮອບ 70 ປີ ພາຍໃຕ້ຫົວຂໍ້" 70 ປີ ພາຍໃຕ້ການນຳພາຂອງພັກ ທີ່ມີກຽດສະຫງ່າ" ຈັດຂຶ້ນໃນວັນທີ 12 ກຸມພາ 2025 ໃຫ້ກຽດເປັນປະທານຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າອະນຸກຳມະການເນື້ອໃນ 3 ວັນປະຫວັດສາດ, ມີບັນດາກະຊວງອົງການອ້ອມຂ້າງ ເຂົ້າຮ່ວມ.

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແຫ່ຜາສາດເຜິ້ງ ບຸນພະທາດສີໂຄດຕະບອງວັດທະນະທຳ-ສັງຄົມ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມ ແຫ່ຜາສາດເຜິ້ງ ບຸນພະທາດສີໂຄດຕະບອງ

      2/12/2025 2:23:35 PM

      ຂປລ. ພິທີແຫ່ຜາສາດເຜິ້ງ ໃນບຸນນະມັດສະການພຣະທາດ ສີໂຄດຕະບອງ ປະຈຳປີ 2025 ໄດ້ຈັດຂຶ້ນໃນ ວັນທີ 11 ກຸມພາ ກົງກັບມື້ຂື້ນ 14 ຄໍ່າ ເດືອນ 3 ລາວ ພສ 2567 ​ໂດຍ​ມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນໍາຂັ້ນແຂວງ, ເມືອງ, ພະແນກການ ແລະ ມວນຊົນແຂວງຄໍາມ່ວນ ເຂົ້າຮ່ວມຢ່າງເປັນຂະບວນ.

    • ການນໍາພັກ-ລັດ ແລະ ມວນຊົນຮ່ວມ ໃສ່ບາດ ຢູ່ຜາສາດຫີນ ວັດພູຈໍາປາສັກວັດທະນະທຳ-ສັງຄົມ

      ການນໍາພັກ-ລັດ ແລະ ມວນຊົນຮ່ວມ ໃສ່ບາດ ຢູ່ຜາສາດຫີນ ວັດພູຈໍາປາສັກ

      2/12/2025 2:17:07 PM

      ຂປລ. ຕອນເຊົ້າວັນທີ 12 ກຸມພາ 2025 ກົງກັບວັນພຸດ, ເພັງ 15 ຄໍ່າເດືອນສາມ (ວັນບຸນມາຄະບູຊາ) ພສ 2566, ທ່ານ ພົນ​ເອກ​ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມດ້ວຍການນໍາພັກ-ລັດທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮ່ວມກັບຊາວພຸດພາຍໃນແຂວງຈໍາປາສັກ, ຕ່າງແຂວງ ແລະ ຕ່າງປະເທດ ຮ່ວມກັນທຳບຸນຕັກບາດຖວາຍເຄື່ອງໄຊຍະທານຕ່າງໆ ທີ່ສະຖານບູຮານວັດພູຈຳປາສັກ ມໍລະລົກໂລກ ແຫ່ງທີ 2 ຂອງລາວ.

    • ເປີດຮ້ານຈຳໜ່າຍ ຜະລິດຕະພັນ ປຸ໋ຍ-ຢາ ສຳລັບຖົ່ວລຽນວັດທະນະທຳ-ສັງຄົມ

      ເປີດຮ້ານຈຳໜ່າຍ ຜະລິດຕະພັນ ປຸ໋ຍ-ຢາ ສຳລັບຖົ່ວລຽນ

      2/11/2025 9:58:47 PM

      ຂປລ. ບໍລິສັດລາວຖົ່ວລຽນ ໂກເດິນຟຣຸດ ຈຳກັດ ເປີດຮ້ານຈຳໜ່າຍຜະລິດຕະພັນ ປຸ໋ຍ ແລະ ຢາ ສຳລັບ ຖົ່ວລຽນ ຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃນວັນທີ 10 ກຸມພາ 2025 ໂດຍໄດ້ນຳເອົາ ປຸ໋ຍ-ຢາ ທຸກສະນິດ ທີ່ໃຊ້ສຳລັບ ຖົ່ວລຽນ ແລະ ໄມ້ໃຫ້ໝາກທຸກຊະນິດ, ພ້ອມອຸປະກອນການກະເສດ ມາຈຳໜ່າຍ ໂດຍມີບັນດາບໍລິສັດ ປຸ໋ຍ-ຢາ ຈາກປະເທດເພື່ອນບ້ານ (ໄທ) ເຂົ້າຮ່ວມ.


Top