ຂປລ
ຂປລ. ສູນກາງສະຫະພັນແມ່ຍິງລາວ ຈັດງານສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 70 ປີ ໃນວັນທີ 10 ກໍລະກົດ 2025 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນວັນທີ 10 ກໍລະກົດ 2025

ຂປລ. ສູນກາງສະຫະພັນແມ່ຍິງລາວ ຈັດງານສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 70 ປີ ໃນວັນທີ 10 ກໍລະກົດ 2025 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນວັນທີ 10 ກໍລະກົດ 2025 ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ, ລັດຖະມົນຕີ, ຮອງລັດຖະມົນຕີ, ຄອບຄົວການນໍາ, ຄະນະນໍາສະຫະພັນແມ່ຍິງ, ອົງການຈັດຕັ້ງສາກົນ ແລະ ເອື້ອຍນ້ອງແມ່ຍິງ ລາວເຂົ້າຮ່ວມ.
ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ກ່າວວ່າ: ງານສະຫລອງ ວັນສ້າງຕັັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃນຄັ້ງນີ້, ເປັນວັນທີ່ມີຄວາມໝາຍຄວາມສຳຄັນ ໃນປະຫວັດສາດຂອງຊາດ, ຂອງເອື້ອຍນ້ອງແມ່ຍິງລາວ ຕະຫລອດໄລຍະທີ່ຜ່ານມາ ບໍ່ວ່າຈະແມ່ນໄລຍະຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຜູ້ຮຸກຮານ ກໍຄື ໃນໄລຍະສ້າງສາພັດທະນາ ປະເທດຊາດ ໃນປັດຈຸບັນ, ແມ່ຍິງລາວບັນດາເຜົ່າ ຍາມໃດກໍຄຽງບ່າຄຽງໄຫລ່ ຮ່ວມກັບເພດຊາຍ ໃນການປະຕິບັດວຽກງານ ທີ່ຕົນດ້ວຍນໍ້າໃຈຮັກຊາດອັນສູງສົ່ງ ສະແດງໃຫ້ເຫັນຜົນງານອັນອັນໂດດເດັ່ນ ແລະ ການປະກອບສ່ວນອັນໃຫຍ່ຫລວງ ຂອງບັນດາປ້າ, ບັນດາເອື້້ອຍ, ບັນດາອະດີດການນໍາ ສະຫະພັນແມ່ ຍິງ ທີ່ໄດ້ເຂົ້າຮ່ວມ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ໃນງານຄັ້ງນີ້, ມີຫລາຍກິດຈະກຳ ເປັນຕົ້ນ ການຈັດປາຖະກະຖາມູນເຊື້ອແມ່ຍິງລາວໃນພາລະ ກິດປົດປ່ອຍຊາດ ແລະ ການປົກປັກຮັກສາພັດທະນາປະເທດຊາດ; ສໍາມະນາໃຫ້ຄວາມຮູ້ທາງດ້ານວິຊາການ ໃນຫລາຍຫົວຂໍ້ເຊັ່ນ: ແມ່ຍິງກັບການຮັກສາສຸຂະພາບ, ແມ່ຍິງກັບວັດທະນະທຳ, ແມ່ຍິງກັບການກໍ່ຕັ້ງທຸລະກິດ, ແມ່ຍິງກັບສິ່ງແວດລ້ອມ ແລະ ການປົກປ້ອງແມ່ຍິງ ແລະ ໄວໜຸ່ມ; ຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ; ບໍລິການກວດຕາບໍ່ເສຍຄ່າ; ງານຕະຫລາດນັດສະແດງຜົນງານ ການເຄື່ອນໄຫວດ້ານຕ່າງໆ ຂອງສະຫະພັນແມ່ຍິງບັນດາກະຊວງ, ອົງການ 13 ພາກສ່ວນ (44 ຮ້ານ); ພ້ອມທັງຮ້ານວາງສະແດງຜະລິດຕະພັນ ຂອງສະຫະພັນແມ່ຍິງ ແຂວງ ແລະ ນະຄອນຫລວງ, ນັກທຸລະກິດຍິງ, ຜູ້ປະກອບການ, ຊາວຄ້າຂາຍເພດຍິງ ເພື່ອສົ່ງເສີມ ແລະ ສ້າງໂອກາດໃຫ້ເອື້ອຍແມ່ຍິງ ມາວາງຈໍາໜ່ວຍຜະລິດຕະພັນທີ່ມີຄວາມໂດດເດັ່ນ ແລະ ເປັນເອກະລັກຂອງແຕ່ະທ້ອງຖິ່ນ 2.000 ກວ່າລາຍການ ເຊັ່ນ: ປະເພດສີນຄ້າຫັດຖະກໍາ ມີຜະລິດຕະພັນເຄື່ອງຈັກສານ, ຜ້າຝ້າຍ, ຜ້າໄໝ, ເສື້ອ, ສິ້ນ, ຜ້າບ່ຽງ-ຜ້າປູໂຕະ, ກະເປົາຜ້າ-ກະເປົາຫວາຍ, ເຄື່ອງໃຊ້ສອຍ, ຂອງທີ່ລະນຶກອື່ນໆ ລວມມີ 106 ຮ້ານ; ປະເພດອາຫານ ມີເຂົ້າຕົ້ມ, ເຂົ້າໜົມຫວານ, ຊີ້ນແຫ້ງ, ປາແຫ້ງ, ເຄື່ອງດື່ມ ແລະ ຜັກສົດ-ໝາກໄມ້ສົດ ລວມມີ 31 ຮ້ານ ໃຫ້ມວນຊົນ, ແຂກຄົນ ທີ່ມາທ່ຽວຊົມໄດ້ຊື້ສິນຄ້າດັ່ງກ່າວ.

ງານດັ່ງກ່າວແມ່ນໄດ້ດໍເນີນແຕ່ວັນທີ 7-13 ກໍລະກົດ 2025, ຂໍເຊີນຊວນມາທ່ຽວຊົມ ແລະ ສະໜັບສະໜູນ ຜະລິດຕະພັນ ຂອງເອື້ອຍນ້ອງແມ່ຍິງ ໃນຄັ້ງນີ້ ເພື່ອໃຫ້ເຂົາເຈົ້າໄດ້ມີລາຍຮັບ, ມີທຶນໃນການສືບຕໍ່ຜະລິດຜົນງານອອກສູ່ສັງຄົມ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ຶ້ນ ກ້າວໄປເຖິງການຫລຸດພົ້ນອອກ ຈາກຄວາມທຸກຍາກ ເທື່ອລະກ້າວ.

ຂ່າວ: ກິດຕາ
ພາບ: ຂັນໄຊ
KPL