ປະເທດລາວ ໂດຍສັງເຂບ

ສປປ ລາວ ຕັ້ງຢູ່ທິດຕາເວັນຕົກສ່ຽງໃຕ້ຂອງທະວິບອາຊີ, ຢູ່ໃຈກາງຂອງແຫລມອິນດູຈີນ ລະຫວ່າງ ເສັ້ນຂະຫນານທີ 14-22-40 ອົງສາເໜືອ ແລະ ເສັ້ງແວງທີ 100-108 ອົງສາທິດຕາເວັນອອກ, ນະຄອນຫລວງ ແມ່ນນະຄອນຫລວງວຽງຈັນ.

ສປປ ລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ, ຊາຍແດນທິດເໜືອຕິດກັບ ສປ ຈີນ 505 ກິໂລແມັດ, ທິດໃຕ້ຕິດກັບ ລາຊະອານາຈັກກຳປູເຈຍ 426 ກິໂລແມັດ, ທິດຕາເວັນອອກຕິດກັບ ສສ ຫວຽດນາມ 2.069 ກິໂລແມັດ, ທິດຕາເວັນຕົກຕິດກັບ ລາຊະອານາຈັກໄທ 1.835 ກິໂລແມັດ ແລະ ທິດຕາເວັນຕົກສ່ຽງເໜືອ ຕິດກັບສະຫະພາບມຽນມາ 236 ກິໂລແມັດ.

ສປປ ລາວ ມີລວງຍາວແຕ່ເໜືອເຖີງໃຕ້ 1.700 ກິໂລແມັດ, ລວງກວ້າງບ່ອນກວ້າງກວ່າໝູ່ 500 ກິໂລແມັດ, ບ່ອນແຄບສຸດ 140 ກິໂລແມັດ ເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ມີທັງເຂດພູດອຍ, ພູພຽງ ແລະ ທົ່ງພຽງ ໃນນັ້ນພູພຽງ ແລະ ພູດອຍກວມເອົາ ¾ ຂອງເນື້ອທີ່ທັງໝົດ ແລະ ໄດ້ແບ່ງອອກເປັນສາມເຂດ ຄື: ເຂດພາກເໜືອເປັນພູສູງ, ສູງກວ່າລະດັບນໍ້າທະເລສະເລ່ຍ 1.50 ແມັດ. ມີພູເບ້ຍ (ແຂວງໄຊສົມບູນ) ສຸງກວ່າໝູ່ 2.820 ແມັດ; ເຂດສາຍພູຫລວງ ນັບຕັ້ງແຕ່ທິດຕາເວັນອອກສ່ຽງໃຕ້ ຂອງພູພຽງເມືອງພວນ ຈົນຮອດຊາຍແດນກຳປູເຈຍ ໂດຍມີພູພຽງໃຫຍ່ 3 ແຫ່ງຄື: ພູພຽງເມືອງພວນ (ແຂວງຊຽງຂວາງ), ພູພຽງນາກາຍ (ແຂວງຄຳມ່ວນ) ແລະ ພູພຽງບໍລິເວນ (ພາກໃຕ້) ຊື່ງສູງກວ່າລະດັບນໍ້າທະເລ 1.000 ແມັດ; ເຂດທົ່ງພຽງເລາະລຽບຕາມແຄມແມ່ນໍ້າຂອງ, ມີທົ່ງພຽງໃຫຍ່ ແລະ ນ້ອຍ ຕິດຕໍ່ກັນເປັນສາຍໄປ, ທົ່ງພຽງໃຫຍ່ກວ່າໝູ່ແມ່ນທົ່ງພຽງວຽງຈັນ (ຢູ່ຕອນໃຕ້ຂອງນໍ້າງື່ມ), ທົ່ງພຽງສະຫວັນນະເຂດ (ຢູ່ຕອນໃຕ້ຂອງເຊບັ້ງໄຟ ແລະ ເຊບັ້ງຫຽງ), ທົ່ງພຽງຈຳປາສັກ ຊື່ງຍາວຢຽດຕາມແຄມຝັ່ງນໍ້າຂອງໄປຮອດຊາຍແດນໄທ ແລະ ກຳປູເຈຍ, ທົ່ງພຽງ ຊື່ງກວມເອົາເນືື້ື້ອທີ່ ¼ ຂອງປະເທດ, ເປັນດິນປູກຝັງ ທີ່ອຸດົມສົມບູນ, ງອກງາມ, ເປັນອູ່ເຂົ້າອູ່ປາຂອງປະເທດ.

ສປປ ລາວ ເປັນປະເທດໜື່ງທີ່ອຸດົມສົມບູນໄປດ້ວຍຫ້ວຍນໍ້າລໍາເຊ ຊື່ງຢາຍຢູ່ແຕ່ເໜືອຮອດໃຕ້; ແມ່ນໍ້າຂອງໄຫລຜ່ານຍາວ 1.835 ກິໂລແມັດ ຊື່ງມີຄວາມສາມາດບົ່ມຊ້ອນຂອງພະລັງງານໄຟຟ້ານໍ້າຕົກຢູ່ອ່າງນໍ້າຂອງຕອນລຸ່ມ. ນອກຈາກແມ່ນໍ້າຂອງແລ້ວ ຍັງມີບັນດາສາຍນໍ້າທີ່ສຳຄັນຕ່າງໆເຊັ່ນ: ນໍ້າອູ (ແຂວງຜົ້ງສາລີ-ຫລວງພະບາງ) ຍາວ 448 ກິໂລແມັດ, ນໍ້າງື່ມ (ແຂວງຊຽງຂວາງ-ວຽງຈັນ) ຍາວ 354 ກິໂລແມັດ, ນໍ້າເຊບັ້ງຫຽງ (ແຂວງສະຫວັນນະເຂດ) ຍາວ 338 ກິໂລແມັດ, ນໍ້າທາ (ແຂວງຫລວງນໍ້າທາ-ບໍແກ້ວ) ຍາວ 325 ກິໂລແມັດ, ນໍ້າເຊກອງ (ແຂວງສາລະວັນ-ເຊກອງ-ອັດຕະປື) ຍາວ 320 ກິໂລແມັດ ນໍ້າແບ່ງ (ແຂວງອຸດົມໄຊ) ຍາວ 215 ກິໂລແມັດ, ນໍ້າເຊໂດນ (ແຂວງສາລະວັນ-ຈຳປາສັກ) ຍາວ 192 ກິໂລແມັດ, ນໍ້າເຊລະນອງ (ແຂວງສະຫວັນນະເຂດ) ຍາວ 115 ກິໂລແມັດ, ນໍ້າກະດິງ (ແຂວງບໍລິຄຳໄຊ) ຍາວ 103 ກິໂລແມັດ ແລະ ນໍ້າຄານ (ແຂວງຫລວງພະບາງ) ຍາວ 90 ກິໂລແມັດ. ນອກຈາກນີ້ ຍັງມີອ່າງນໍ້າໃຫຍ່ທີ່ສຳຄັນອີກຫລານແຫ່ງ ເຊັ່ນ: ອ່າງນໍ້າງື່ມ, ອ່າງນໍ້າເທີນ, ອ່າງນໍ້າຫຸມ, ອ່າງນໍ້າຊວງ... ທີ່ເປັນທ່າແຮງໃຫ້ແກ່ການພັດທະນາເສດຖະກິດ ທັງເປັນແຫລ່ງທ່ອງທ່ຽວທີ່ສວຍງາມ.

ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ ແລະ ຊຸ່ມ, ມີມໍລະສຸມແຕ່ບໍ່ມີພະຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫລວງ ອາກາດມີລັກສະນະເຄີ່ງຮ້ອນເຄີ່ງໜາວ, ອຸນຫະພູມປະຈຳປີສະເລ່ຍ ລະຫວ່າງ 25-26 ອົງສາເຊ, ການຜີດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນ ມີປະມານ 10 ອົງສາເຊ, ເດືອນທີ່ໜາວກວ່າໝູ່ແມ່ນເດືອນທັນວາ ຫາ ມັງກອນ (20-21 ອົງສາເຊ). ເດືອນທີ່ຮ້ອນກວ່າໝູ່ ແມ່ນເດືອນເມສາ ຫາ ເດືອນພຶດສະພາ (28-30 ອົງສາເຊ). ອຸນຫະພູມບາງມື້ສູງເຖີງ 40-42 ອົງສາເຊ. ຍ້ອນວ່າໄດ້ຮັບອິດທິພົນຂອງມໍລະສຸມເຂດຮ້ອນ ຈື່ງມີຝົນຕົກຫລາຍກວ່າ 1.000 ມມ/ປີ. ນອກຈາກນີ້ ກໍຍົງມີ 2 ໄລຍະເຊື່ອມຕໍ່ແຕ່ລະດູແລ້ງ ກາ ລະດູຝົນ (ເດືອນມີນາ ຫາ ເດືອນເມສາ) ແລະ ແຕ່ລະດູຝົນ ຫາ ລະດູແລ້ງ (ເດືອນຕຸລາ ຫາ ພະຈິກ).

ລະດູແລ້ງ: ເລີ່ມຕົ້ນແຕ່ເດືອນພະຈິກ ຫາ ເດືອນມີນາ
ລະດູຝົນ: ເລີ່ມແຕ່ເດືອນພຶດສະພາ ຫາ ເດືອນຕຸລາ

ສປປ ລາວ ເປັນປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີແຮ່ທາດຕ່າງໆ ສາມາດເວົ້າໄດ້ວ່າ ພື້ນທໍລະນີສາດຂອງລາວ ມີຊັບສົມບັດອັນມະຫາສານ ມີຊັບພະຍາກອນຫລາຍປະເພດເຊັ່ນ: ກົ່ວ, ເຫລັກ. ຖ່ານຫີນ, ຊືນ, ທອງ, ຄຳ, ເງິນ...ຊື່ງລ້ວນແຕ່ເປັນປະໂຫບດຢ່າງຫລວງຫລາຍ ໃນການພັດທະນາເສດຖະກິດ-ສັງຄົມຂອງຊາດລາວ. ຢູ່ເທີງຫນ້າດິນກໍມີປ່າໄມ້ ຊື່ງມີເນື້ອທີປົກຫຸ້ມປະມານ 40,3% ຂອງເນື້ອທີ່ທົ່ວປະເທດ (ຕົວເລກປີ ຄສ. 2010ຂອງກົມປ່າໄມ້) ໃນນັ້ນມີໄມ້ທີ່ມີຄ່າສູງທາງດ້ານເສດຖະກິດ ເຊັ່ນ: ໄມ້ຂະຍຸງ, ໄມ້ຄຳພີ, ໄມ້ດູ່, ໄມ້ເກດສະໜາ, ໄມ້ໄລ່ງເລ່ງ:
ຢູ່ໃນປ່າກໍ່ມີປະເພດເຄື່ອງປ່າຂອງດົງປະເພດຕ່າງໆ ເຊັ່ນ: ຄັ່ງ, ຍານ, ໝາກແໜ່ງ, ຢາງແປກ, ຕົ້ນໄມ້ເປັນຢາ ແລະ ຍັງມີສັດປ່າທີ່ຫາຍາກໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ໝີ, ເມີຍ, ກວາງ, ເສົາລາ ...

ສປປ ລາວ ມີພົນລະເມືອງປະມານ 6.492.228 ຄົນ ໃນນັ້ນ
ເປັນຍິງ3.237.458 ຄົນ; (ຕາມສະຖິຕິປີ 2015), ຄວາມໜາແໜ້ນ ສະເລ່ຍ: 27 ຄົນ/ກມ2, ຈັດຢູ່ໃນປະເທດທີ່ມີຄວາມໜາແໜ້ນ ຂອງພົນລະເມືອງຕ່ຳ ໃນອາຊີຕາ ເວັນອອກສ່ຽງໃຕ້. ປະຊາຊົນດຳລົງຊີວິດ ຢູ່ກະແຈກກະຈາຍໃນທົ່ວປະເທດ. ຄົນລາວສ່ວນຫລາຍອາໃສຢູ່ຕາມທົ່ງພຽງແຄມແມ່ນໍ້າຕ່າງໆ, ປະຊາກອນອາໄສຢູ່ໜາແໜ້ນສູງສຸດ ຢູ່ນະຄອນຫລວງວຽງຈັນ ມີເຖີງ 211 ຄົນ/ກິໂລແມັດມົນທົນ ແລະ ຕໍ່າສຸດຢູ່ແຂວງຜົ້ງສາລີ ມີ 11 ຄົນ/ກິໂລແມັດມົນທົນ.
ພົນລະເມືອງລາວສືບເຊື້ອສາຍມາຈາກບັນພະບຸລຸດຫລາຍເຊັ່ນຄົນ ຊື່ງດຳລົງຊີວິດຮ່ວມກັນຢູ່ເທີງແຜ່ນດີນຕອນນີ້ເປັນເວລາຫລາຍພັນປີແລ້ວ. ດ້ວຍເຫດນີ້ ພົນລະເມືອງລາວ ຈື່ງປະກອບດ້ວຍຫລາຍຊົນເຜົ່າ ມີເອກະລັກໃນການດຳລົງຊີວິດທີ່ແຕກຕ່າງກັນໄປ ແຕ່ຖ້າອີ່ງຕາມລັກສະນະຄ້າຍຄືກັນທາງດ້ານພາສາ ກໍ່ສາມາດແບ່ງອອກເປັນ 49 ເຜົ່າ: ນອນໃນ 4ໝວດພາສາຄື:

ໝວດພາສາລາວ-ໄຕ ມີ 8 ເຜົ່າ: ລາວ, ໄຕ, ຜູ້ໄທ, ລື້, ຍວນ, ຢັ້ງ, ແຊກ, ໄທເໜືອ, ບັນດາເຜົ່າເຫລົ່ານີ້ ສ່ວນຫລາຍແມ່ນອາໃສຢູ່ຕາມເຂດທົ່ງພຽງ ລ້ອງນໍ້າຕ່າງໆ ເປັນຕົ້ນແມ່ນຢູ່ຕາມລ້ອງແມ່ນໍ້າຂອງ ກວມເອົາ 64% ຂຶງຈຳນວນພົນລະເມືອງທົ່ວທັງໝົດ.
ໝວດພາສາມອນ-ຂະແມ ມີ 32 ເຜົ່າ: ກຶມມຸ, ໄປຣ, ຊິມຸນ, ຜ້ອງ, ແທນ, ເອີດູ, ບິດ, ລະເມດ, ສາມຕ່າວ, ກະຕາງ, ມະກອງ, ຕຣີ, ຢຣຸ, ຕຣຽງ, ຕະໂອ້ຍ, ແຢະ, ເບຣົາ, ກະຕູ, ຮາຣັກ, ໂອຍ, ກຣຽງ, ເຈັງ, ສະແດງ, ຊ່ວຍ, ຍະເຫີນ, ລະວີ, ປະໂກະ, ຂະແມ, ຕຸ້ມ, ງວນ, ມ້ອຍ, ກຣີ ບັນດາເຜົ່າເຫລົ່ານີ້ ອາໃສຢູ່ເຂດພູພຽງພາກໃຕ້ ແລະ ຢູ່ລຽບສາຍພູຫລວງເປັນສ່ວນຫລາຍ ກວມເອົາ 22,6% ຂອງພົນລະເມືອງທັງໝົດ.
ໝວດພາສາມົ້ງ-ອີມຽນ ມີ 2 ເຜົ່າ: ມົ້ງ, ອີມຽນ ຊື່ງສາໃສຢູ່ເຂດພູສູງທາງພາກເໜືອເປັນສ່ວນຫລາຍ ກວມເອົາ 8,5% ຂອງພົນລະເມືອງທັງໝົດ.



ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ        ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    

Lao