ແຂວງຫລວງພະບາງ

 ເນື້ອທີ: 16.875 ກິໂລຕາແມັດ
 ພົນລະເມືອງ: 463,485 ກວ່າຄົນ, ຍິງ: 431,900 ກວ່າຄົນ, ຊາຍ: 218,700 ກວ່າຄົນ ແລະ ຄວາມໜາແໜ້ນ 26 ຄົນ/ກິໂລຕາແມັດ
 (ສະຖິຕິ ປີ 2015)
 
 12 ເມືອງ: ເມືອງນ້ຳບາກ, ງອຍ, ປາກແຊງ, ໂພນໄຊ, ປາກອູ, ຊຽງເງິນ, ນານ, ຈອມເພັດ, ໂພນທອງ, ວຽງຄຳ, ພູຄູນ ແລະ ຫລວງພະບາງ.





ແຂວງຫລວງພະບາງ ເປັນແຂວງ ທີ່ອຸດົມສົມບູນໄປດ້ວຍພູຜາປ່າດົງ ແລະ ແມ່ນ້ຳລຳເຊຫລາຍສາຍ ອັນເຮັດໃຫ້ແຂວງ ມີທຳມະຊາດທີ່ງົດງາມ ເຊັ່ນ : ຖ້ຳຜາ ແລະ ນ້ຳຕົກຕາດ ຫລາຍແຫ່ງ. ມີແມ່ນ້ຳສາຍສຳຄັນໄດ້ແກ່: ນ້ຳຂອງ, ນ້ຳຄາ, ນ້ຳງາ, ນ້ຳງອຍ, ນ້ຳມັດ, ນ້ຳມີ້, ນ້ຳບາກ, ນ້ຳແຊງ, ນ້ຳເຊືອງ ແລະ ນ້ຳອູ.  ນອກຈາກນີ້ ຕົວເມືອງຫລວງພະບາງໃນອະດີດເຄີຍເປັນລາຊະທານີ ເປັນເວລາຫລາຍຮ້ອຍປີ. ແຕ່ກ່ອນ ຫລວງພະບາງ ມີຊື່ວ່າ ເມືອງຊວາ. ຕໍ່ມາ ເມື່ອຂຸນລໍ ເຈົ້າຊີວິດລາວ ຢູ່ເມືອງກາຫລົງ ໜອງແສ ຫລື ພາສາຈີນ ເອີ້ນວ່າ ຕາລີຟູ ໄດ້ພາໄພ່ພົນເຄື່ອນຍ້າຍລົງມາຕັ້ງບ້ານ ເມືອງຢູ່ຕາມລ່ອງ ແມ່ນ້ຳຂອງ ແລະ ຕີເອົາ ເມືອງນີ້ໄດ້ ຈິ່ງເອີ້ນວ່າເມືອງຊຽງທອງ ແລະ ຕັ້ງຂຶ້ນເປັນລາຊະທານີ ແຫ່ງລາຊະອາ ນາຈັກລ້ານຊ້າງ ໃນປີ ຄ.ສ 757. ມາເຖິງປີ ຄ.ສ 1560, ເຈົ້າໄຊຍະເສດຖາ ເຫັນວ່າເມືອງຊຽງທອງ ມີທີ່ຕັ້ງຄັບແຄບ ທັງຢູ່ໃນເສັ້ນທາງທຽວ ຂອງພະມ້າ ( ມຽນມາ ) ຊຶ່ງເປັນສັດຕູ ກັບເມືອງ ຊຽງທອງ ຈິ່ງເຫັນສົມຄວນຍ້າຍ ລາຊະທານີ ລົງມາຢູ່ວຽງຈັນ ຊຶ່ງເປັນເມືອງໃຫຍ່ ແລະ ມີບ່ອນ ທຳມາຫາກິນສະດວກວ້າງຂວາງ. ເນື່ອງຈາກວ່າພະພຸດທະຮູບອົງສຳຄັນ ອົງໜຶ່ງຄື ພະບາງຍັງຄົງສະຖິດ ຢູ່ທີ່ຊຽງທອງ, ເມືອງ ນີ້ຈິ່ງເອີ້ນວ່າ ນະຄອນຫລວງພະບາງ ນັບແຕ່ນັ້ນເປັນຕົ້ນມາ. ນະຄອນຫລວງພະບາງ ມີບູຮານສະຖານ ແລະ ວັດ ວາອາຣາມເກົ່າແກ່ຫລາຍຮ້ອຍປີເຊັ່ນ: ວັດວິຊຸນ, ສ້າງຂຶ້ນໃນສະໄໝເຈົ້າ ວິຊຸນ ລະລາດ (ຄ.ສ. 1500). ວັດຊຽງທອງ, ວັດມະໂນລົມ, ວັດແສນ ແລະ ອື່ນໆ. ການຂຸດພົບເຕົາເຜົາ ແລະ ເຄື່ອງປັ້ນດິນເຜົາທີ່ບ້ານຊ່າງໄຫ ແລະ ເຄື່ອງສັງຄະໂລກ (ເຄື່ອງປັ້ນດິນເຜົາເຄືອບນ້ຳຢາ ແລະ ແຕ້ມດອກດວງໃສ່) ຢູ່ຫລາຍແຫ່ງໃນແຂວງ ຫລວງພະບາງ ເປັນການສະແດງໃຫ້ເຫັນວ່າ ແຂວງຫລວງພະບາງ ເປັນແຫລ່ງຜະລິດທີ່ສຳຄັນ ບ່ອນໜຶ່ງໃນພາກພື້ນນີ້. ສະເໜ່ອັນໜຶ່ງຂອງຫລວງພະບາງ ແມ່ນເຮືອນກໍ່ດ້ວຍດິນຈີ່ ສະໄໝອານາຈັກຫລວງພະບາງ ທີ່ຢູ່ພາຍໃຕ້ອາລັກຂາຂອງຝຣັ່ງ ໃນທ້າຍສະຕະວັດທີ່ 19 ຊຶ່ງປະສົມ ປະສານ ລະຫວ່າງອາຊີ ແລະ ຢູຣົບ ໄດ້ກາຍເປັນສັນຍາລັກ ຂອງຫລວງພະບາງ. ປະຊາຊົນແຕ່ລະທ້ອງຖິ່ນ ຍັງມີການຂັບລຳທີ່ເປັນເອກະລັກ ຂອງຕົນເອງເຊັ່ນ: ທຳນອງ ອ່ານໜັງສືຜູກ, ຂັບທຸ້ມ, ຂັບສະຫລາມສາມສ້າວ, ຂັບເຈີ່ມເອີຍ, ຂັບເຕີມລ່ອງໂຕກ, ຂັບລື້ ແລະ ຂັບມົ້ງ. ການຫັດຖະກຳເຊັ່ນ: ການຕຳຜ້າທໍ່ໄໝ, ຊ່າງຕີເງິນ-ຕີຄຳ ເຮັດໂອ, ເຮັດງ້າວ, ດາບ, ຂັນໝາກນ້ຳກ້ຽງ, ຊຶ່ງຊາວຫລວງພະບາງ ຍັງສືບທອດ ກັນມາຈົນເຖິງປະຈຸບັນ. ສ່ວນອາຫານທີ່ມີຊື່ສຽງກໍຄື: ເອາະຫລາມ, ແຈ່ວບອງໜັງ, ໄຄແຜ່ນ, ນ້ຳປູ, ນ້ຳຜັກ, ສົ້ມໄຂ່ປາມຶກ...ຍ້ອນວ່າມີແມ່ນ້ຳລຳເຊຫລາຍ ຊາວຫລວງພະບາງ ຈິ່ງມີຊີວິດ ຕິດພັນກັບ ແມ່ນ້ຳລຳເຊ, ຮູ້ທຳມາຫາກິນ ກັບແມ່ນ້ຳ. ປະຊາຊົນຫລວງພະບາງ ປະກອບດ້ວຍຫລາຍຊົນເຜົ່າເຊັ່ນ: ລາວ, ລື້, ໄທຂາວ, ໄທດຳ, ໄທແດງ, ໄທຮຸນ, ມົ້ງຂາວ, ຂະມຸຫູ, ຍວນພວນ, ຮອກ, ລະເມັດ, ກະຊັກ, ພູນ້ອຍ ... ຍ້ອນມີ ເອກະລັກ ຂອງເມືອງບູຮານ ທີ່ມີອາຍຸຍືນຍາວ, ເມືອງຫລວງພະບາງຈິ່ງໄດ້ຮັບກຽດຖືກປະກາດໃຫ້ເປັນມໍລະດົກໂລກ ເມື່ອປີ ຄ. ສ 1998 ໂດຍອົງການສະຫະປະຊາຊາດ ເພື່ອການສຶກສາ ແລະ ວັດທະນະທຳ ( ອຸຍແນ໋ສໂກ ). ປະຈຸບັນເມືອງຫລວງພະບາງ ໄດ້ກາຍເປັນ ເມືອງໜ້າທ່ອງທ່ຽວອັນດັບ 1 ຂອງໂລກ.





  ຫໍພິພິຕະພັນ
ວັດຊຽງທອງ


 ຖໍ້າຕິ່ງ


 


 


  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    



Lao