ຂປລ. ເມື່ອທ້າຍອາທິດຜ່ານມາ, ສະໂມສອນ friendship BMT ໄດ້ຈັດການແຂ່ງຂັນກິລາຕີດອກປີກໄກ່ມິດຕະພາບ ຂຶ້ນທີ່ສະໂມດັ່ງກ່າວ, ບ້ານດອນໜູນ ນະຄອນຫລວງວຽງຈັນ, ເຊິ່ງມີນັກກິລາທັງໝົດ 25 ຄູ່ ຈາກພາກສ່ວນ ແລະ ສະໂມສອນຕ່າງໆ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ວິມົນລັກ ພຸດທະຈິດ ປະທານສະໂມສອນ BMT ມິດຕະພາບ.