ຂປລ. ໃນວັນທີ 28 ກຸມພາ ຜ່ານມາ, ທີ່ບາເຊໂລນາ, ປະເທດສະເປນ, ໃນກອງປະຊຸມລະບົບໂທລະສັບມືຖືສາກົນ (MWC) 2022 , ບໍລິສັດ ຫົວເຫວີຍ ໄດ້ຮ່ວມກັບລູກຄ້າຜູ້ປະກອບການທົ່ວໂລກ, ຄູ່ຮ່ວມອຸດສາຫະກໍາດ້ານໄອຊີທີ ແລະ ຜູ້ນໍາດ້ານຄວາມຄິດເຫັນ ຮວບຮວມຄຸນຄ່າທາງທຸລະກິດ ແລະ ສັງຄົມ, ພ້ອມທັງປຶກສາຫາລືກ່ຽວກັບຄວາມສໍາເລັດ ຂອງທຸລະກິດ 5G, ສີຂຽວ, ການຂະຫຍາຍຕົວຂອງວຽກງານທາງດ້ານໄອທີ, ແຜນພັດທະນາທຸລະກິດ ແລະ ຫົວຂໍ້ອື່ນໆ ເພື່ອຮ່ວມກັນຈຸດແສງສະຫວ່າງໃຫ້ອະນາຄົດທີ່ສົດໃສ ຂອງຍຸກເສດຖະກິດດີຈີຕອນ ເຊິ່ງຫົວເຫວີຍ ໄດ້ນໍາສະເໜີແຜນພັດທະນາທຸລະກິດ ເພື່ອຊ່ວຍໃຫ້ຜູ້ປະກອບການໄດ້ຮັບຮູ້ "5 ກໍາລັງທຸລະກິດ" ຄື: ການເຈາະເລິກທຸລະກິດ, ຄວາມສາມາດໃນການເພີ່ມປະສິດທິພາບ, ການຮວບຮວມຊັບພະຍາກອນ, ການແຂ່ງຂັນດ້ວຍຄຸນຄ່າ ແລະ ການປະກອບສ່ວນທາງສັງຄົມ.