ແຂວງ​ວຽງ​ຈັນ

 ເນື້ອທີ: 18.526 ກິໂລຕາແມັດ
 ພົນລະເມືອງ: 450,475 ຄົນ, ຍີງ: 224,511 ຄົນ, ຊາຍ: 225,964 ຄົນ ແລະ ຄວາມໜາແໜ້ນ 27ຄົນ/ກິໂລຕາແມັດ
 (ສະຖິຕິ ກາງປີ 2018)

 10 ເມືອງ: ເມືອງໂພນໂຮງ, ທຸລະຄົມ, ແກ້ວອຸດົມ, ກາສີ, ວັງວຽງ, ເຟືອງ, ຊະນະຄາມ, ແມດ, ວຽງຄຳ, ຫີນເຫີບ, ຮົ່ມ, ລ້ອງຊານ ​ແລະ ​​ເມືອງ​ໝື່ນ


 ແຂວງ​ວຽງ​ຈັນ ​ເປັນ​ແຂວງ​ຕັ້ງຂຶ້ນ​ໃໝ່ເມື່ອ​ປີ 1986 ມີເນື້ອທີ່ 18.526 ກມ2, ມີພົນລະເມືອງ 419.110 ກວ່າຄົນ, ຍິງ 207.700 ກວ່າ​ຄົນ,
 ມີ 593 ບ້ານ.  ມີ 13 ເມືອງຄື: ເມືອງໂພນໂຮງ, ທຸລະຄົມ, ແກ້ວອຸດົມ, ກາສີ, ວັງວຽງ, ເຟືອງ,
ຊະນະຄາມ, ແມດ, ວຽງຄຳ, ຫີນເຫີບ, ຮົ່ມ,  ລ້ອງຊານ
 ​ແລະ ​​ເມືອງ​ໝື່ນ.

 ທີ່ວ່າການແຂວງຄື ເມືອງໂພນໂຮງ. ແຂວງ ວຽງຈັນ ມີທົ່ງພຽງຊຶ່ງຕັ້ງຢູ່ລຽບຕາມລ່ອງນ້ຳງຶ່ມ ຂອງເມືອງທຸລະຄົມ ຈົນສຸດພູເຂົາຄວາຍ. ດ້ານເໜືອ ແລະ  ທິດຕາເວັນອອກ ແຕ່ພູພະຂຶ້ນໄປ
ເປັນພູສູງ, ມີຜາຫີນຖ້ຳ ແລະ ປ່າດົງ ຊຶ່ງເຮັດໃຫ້ ແຂວງ ວຽງຈັນ ມີທຳມະຊາດທີ່ລາກຫລາຍ, ພ້ອມທັງມີ  ຊັບພະຍາກອນ ແຮ່ທາດ ທີ່ອຸດົມສົມບູນ ເຊັ່ນ: ຖ່ານຫີນ (ຢູ່ນາ ມອນ), ຫີນກາວ, ໂປຕັດ, ຊືນ.



ແຂວງ​ວຽງ​ຈັນ

ແຂວງວຽງຈັນ ເປັນເຂດເສດຖະກິດທີ່ສຳຄັນຂອງປະເທດ, ເພາະກະແສໄຟຟ້າທີ່ຜະລິດ ຈາກເຂື່ອນນ້ຳງຶ່ມແມ່ນສິນຄ້າຂາອອກ ສ້າງລາຍຮັບ ຕົ້ນຕໍ ໃຫ້ແກ່ ສປປ ລາວ. ນອກນັ້ນ ທົ່ງພຽງລ່ອງ ແມ່ນ້ຳງຶ່ມ ຍັງເປັນ ບ່ອນປູກພືດທັນຍາຫານ ທີ່ອຸດົມສົມບູນຕະຫລອດປີ. ໃນປະຫວັດສາດ, ແຂວງວຽງຈັນມີຊື່ວ່າ ເມືອງວຽງຄຳ (ປະຈຸບັນແມ່ນບ້ານວຽງຄຳ) ແລະ ເມືອງໄຜ່ໜາມ (ຢູ່ເຂດເມືອງເກົ່າ ປາກກະຍູງ ແລະ ເມືອງທຸລະຄົມ), ຊຶ່ງຍັງມີວັດຖຸບູຮານປາກົດໃຫ້ ເປັນຫລັກຖານຄື ເສມາຫີນ ຝັງຢູ່ບ້ານວຽງຄຳ, ລະບົບຂຸມຄອງ ຊຶ່ງເຈົ້າຟ້າງຸ່ມ ໃຫ້ກອງທະຫານຂຸດ ໃນເວລາຍົກກອງທັບມາປິດລ້ອມຕີເອົາ ເມືອງວຽງຄຳ ແລະ ເມືອງໄຜ່ໜາມ. ນອກນັ້ນຍັງພົບຫອກ, ງ້າວບູຮານໃກ້ໆ ກັບເມືອງເກົ່າ. ທີ່ບ້ານນາເຄືອເພິ່ນ ຍັງໄດ້ຂຸດພົບພະພຸດທະຮູບຫີນ ສະໄໝສະຕະວັດທີ່ 7-8 ໃນບໍລິເວນ ແຄມງຶ່ມ ແລະ ຖ້ຳວັງຊ້າງ ກໍມີພະພຸດທະຮູບຫີນຄວັດ ໃສ່ຜະໜັງ ຖ້ຳ. ນອກນີ້ ຍັງມີວັດຖຸບູຮານ ໃນສະໄໝເຈົ້າໄຊຍະເສດຖາ ລົງມາຕັ້ງວຽງຈັນ ເປັນເມືອງຫລວງຄື ພະເຈົ້າອົງຕື້ ທີ່ເປັນພະພຸດທະຮູບ ທອງສຳລິດອົງມະຫຶມາ ທີ່ປະດິດສະຖານ ຢູ່ວັດອົງຕື້ແຄມຝັ່ງຊ້າຍ ນ້ຳງຶ່ມ ບ້ານພູເຂົາຄຳ ໃຕ້ເຂື່ອນ.

ເນື່ອງຈາກວ່າ ວຽງຈັນເປັນແຂວງຕັ້ງຂຶ້ນໃໝ່ ຈຶ່ງມີປະຊາຊົນໂຍກຍ້າຍມາແຕ່ບ່ອນອື່ນ ເຂົ້າມາຕັ້ງຖິ່ນຖານ ຢູ່ເປັນຈຳນວນຫລວງຫລາຍ. ແຕ່ກ່ອນປະຊາຊົນ ເຂດນີ້ ແມ່ນໄທພວນ ຫລື ມັກ ເອີ້ນກັນວ່າ ໄທງຶ່ມ (ຄົນຢູ່ຕາມລ່ອງງຶ່ມ) ທີ່ມີຄວາມສາມາດໃນການປູກມອນລ້ຽງມ້ອນທໍ່ໄໝ ເຊັ່ນດຽວກັບໄທພວນໃນແຂວງຊຽງຂວາງ. ແຂວງ ວຽງຈັນ ມີຫລາຍຊົນເຜົ່າຢູ່ຮ່ວມກັນຄື: ລາວ, ພວນ, ມົ້ງ, ກຶ່ມມຸ, ໄທດຳ, ໄທແດງ. ຂັບລຳ ທີ່ເປັນເອກະລັກແມ່ນ ຂັບງຶ່ມ, ຂັບ ແມ້ນ ແລະ ຂັບໄທດຳ.





 


 


 


 


 


  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    




Top