ແຂວງອັດຕະປື

 ເນື້ອທີ: 10.320 ກິໂລຕາແມັດ
 ພົນລະເມືອງ: 153,656 ຄົນ, ຍີງ: 76,307 ຄົນ, ຊາຍ: 77,349 ຄົນ ແລະ ຄວາມໜາແໜ້ນ 14 ຄົນ/ກິໂລຕາແມັດ
 (ສະຖິຕິ ກາງປີ 2018)
 
 05 ເມືອງ: ເມືອງສາມັກຄີໄຊ, ເມືອງຊານໄຊ, ເມືອງພູວົງ, ເມືອງໄຊເສດຖາ ແລະ ເມືອງສະໝານໄຊ.





ແຂວງອັດຕະປື

ແຂວງອັດຕະປື ມີເນື້ອທີ່ຄຸ້ມຄອງທັງໝົດ 10.320 ຕາຕະລາງກິໂລແມດ, ປະຊາກອນ ທັງໝົດ 153,656 ຄົນ, 150 ບ້ານ ແລະ 18.000 ຄອບຄົວ. ແຂວງອັດຕະປື ມີຊາຍແດນຕິດກັບປະເທດເພື່ອນບ້ານ ແລະ ແຂວງໃກ້ຄຽງຄື: ທິດເໜືອຕິດກັບແຂວງ ເຊກອງ 137 ກິໂລແມດ, ທິດໃຕ້ ຕິດກັບແຂວງຣັດຕະນະຄີຣີ, ຣາຊະອານາຈັກກຳປູເຈຍ​ 224 ກິໂລແມດ, ທິດຕາເວັນອອກ ຕິດກັບແຂວງກອນຕຸມ, ສາທາລະລັດ ສັງຄົມນິຍົມ ຫວຽດນາມ​ 58 ກິໂລແມດ ແລະ ທິດຕາເວັນຕົກຕິດກັບ ແຂວງ ຈຳປາສັກ 180 ກິໂລແມດ.

ແຂວງອັດຕະປື ແບ່ງອອກເປັນ 5 ເມືອງຄື: ເມືອງສາມັກຄີໄຊ, ເມືອງຊານໄຊ, ເມືອງພູວົງ, ເມືອງໄຊເສດຖາ ແລະ ເມືອງສະໝານໄຊ.

ຊົນເຜົ່າຕ່າງໆຄື: ເຜົ່າລາວລຸ່ມ, ເຜົ່າເບຣົາ, ເຜົ່າໂອຍ, ເຜົ່າຊູ, ເຜົ່າສະດາງ, ເຜົ່າເຈັງ, ເຜົ່າກະຍອງ, ເຜົ່າຍາເຫີນ, ເຜົ່າແຢະ, ເຜົ່າຕະຫຼຽງ ແລະ ເຜົ່າອາລັກ.

ແຫຼ່ງທ່ອງທ່ຽວ-ທ່ອງທ່ຽວດ້ານວັດທະນະທຳ ມີ ວັດສະແຄ, ວັດພະໄຊເສດຖາ ຢູ່ບ້ານເຜົ່າໂອຍ ແລະ ບ້ານເຜົ່າເບຣົາ. - ທ່ອງທ່ຽວ ປະຫວັດສາດ ມີເຂດທີ່ໝັ້ນລາວໃຕ້, ລູກສອນໄຟເກົ່າ. - ທ່ອງທ່ຽວທຳມະຊາດ ມີ ນ້ຳຕົກຕາດແຊພະ, ນ້ຳຕົກ ຕາດແຊປ້ອງໄລ, ນ້ຳຕົກຕາດສະໜອງ ຟາກ, ໜອງຟ້າ, ໜອງໄກ່ໂອກ ແລະ ທິວທັດເຂດພະຟອງ.

ດ້ານເສດຖະກິດ ຍອດຜະລິດຕະພັນພາຍໃນ ໄດ້ເພື່ມຂຶ້ນລື່ນຄາດໝາຍຂອງແຜນການສະເລ່ຍ 8,3%/ປີ (ຄາດໝາຍ 7,5-8%). ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 623 ຕື້ກີບ, ລາຍຮັບສະເລ່ຍ ເພີ່ມ ຂຶ້ນຈາກ 241​ ໂດລາ (ສະຫະລັດ) ຕໍ່ຄົນ/ປີ ເມື່ອປີ 2005 ມາເປັນ 614​ ໂດລາ (ສະຫະລັດ) ຕໍ່ຄົນ/ປີ ຫຼືເທົ່າກັບ 5.000.000​ ກີບ ໃນປີ 2010.​

ຜະລິດຕະຜົນກະສິກຳ ເພື່ອເປັນສິນຄ້າ, ຂະແໜງຫັດຖະກຳປຸງແຕ່ງ ແລະ ການບໍລິການຕ່າງໆ ເປັນແຫຼ່ງລາຍຮັບຫລັກຂອງແຂວງ. ແຂວງອັດຕະປື ມີຄອບຄົວທຸກຍາກທັງໝົດ 3.910​ ຄອບຄົວຊຶ່ງກວມເອົາ 18% ຂອງ ຈຳນວນ ຄົວເຮືອນໃນທົ່ວແຂວງ. ແຜນການສູ້ຊົນ 5 ປີ: ແຂວງອັດຕະປືຈະສູ້ຊົນອັດຕາເພິ່ມຂຶ້ນຂອງ GDP ສະເລ່ຍບໍ່ຕ່ຳກວ່າ 12,5% ຕໍ່ປີ, ລາຍຮັບສະເລ່ຍ 1.000 ໂດລາ (ສະຫະລັດ) ຕໍ່ຄົນ/ປີ; ລາຍຮັບງົປະມານ ໃຫ້ບັນລຸ 282,8 ຕື້ກີບ, ກວມເອົາ 5-10% ຕໍ່ປີຂອງ GDP, ຄອບຄົວທຸກຍາກ ໃຫ້ຍັງເຫຼືອບໍ່ເກີນ 10% ໃນປີ 2015.​





 


 


 


 


 


  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    




Top