ແຂວງ​ຊຽງ​ຂວາງ

  ເນື້ອທີ: 14.751 ກິໂລຕາແມັດ
 ພົນລະເມືອງ: 261.686 ຄົນ, ຍິງ: 129.530 ຄົນ, ຊາຍ: 132.156 ຄົນ ແລະ ຄວາມໜາແໜ້ນ 17 ຄົນ/ກິໂລຕາແມັດ
 (ສະຖິຕິກາງປີ 2018)  
 07 ເມືອງ
: ເມືອງແປກ, ເມືອງຄຳ, ເມືອງໜອງ ແຮດ, ເມືອງຄູນ, ເມືອງ ໝອກ, ເມືອງພູກູດ ແລະ ເມືອງຜາໄຊ.



  ແຂວງ​ຊຽງ​ຂວາງ ​ເປັນ​ແຂວງ​ໜຶ່ງ​ຕັ້ງຢູ່​ທາງ​ພາກ​ເໜືອ ຂອງ ສປປ ລາວ ​ໂດຍ​ທິດ​ເໜືອ​ຕິດ​ກັບ ​ແຂວງ​ຫົວພັນ ຍາວ 168 ກມ; ທິດ​ໃຕ້ຕິດ​ກັບ ​ແຂວງ
  ບໍລິ​ຄຳ​ໄຊ  ມີ​ຄວາມ​ຍາວ 76 ກມ; ທິດຕາ​ເວັນ​ອອກຕິດ​ກັບ ສສ. ຫວຽດນາມ ມີ​ຄວາມ​ຍາວ 163 ກມ ​ແລະ ທິດຕາ​ເວັນ​ຕົກຕິດ​ກັບ​ ແຂວງ
  ຫລວງ​ພະ​ບາງ ​ແລະ ​ແຂວງ​ວຽງ​ຈັນ ມີ​ຄວາມ​ຍາວ 272 ກມ. ແຂວງ​ຊຽງ​ຂວາງ ໃນສະໄໝບູຮານ ມີຊື່ວ່າເມືອງພວນ ແລະ ຊາວ ເມືອງນີ້ ກໍ່ເອີ້ນ
  ກັນວ່າ ໄທພວນ. ຊຽງຂວາງ ເປັນແຂວງທີ່ມີຄວາມສຳຄັນ ທາງດ້ານຍຸດທະສາດການເມືອງ ແລະ ການທະຫານ, ຊຶ່ງໃນສະໄໝສົງຄາມຕໍ່ສູ້
  ກູ້ຊາດ ຊຽງຂວາງ ແມ່ນແຂວງໜຶ່ງທີ່ເປັນຍຸດທະສາດ ແລະ ຍາດແຍ່ງ ຊຶ່ງໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ຈາກສົງຄາມທຳລາຍຂອງ​ຈັກກະພັດ​
  ຜູ້​ຮຸກ​ຮານ. ແຂວງຊຽງຂວາງ ມີເນື້ອທີ່ທັງໝົດປະມານ 14.751 ກມ2, ມີປະຊາກອນປະມານ 244.700 ກວ່າຄົນ, ປະກອບມີ 8 ເມືອງຄື: ເມືອງແປກ,
  ເມືອງຄຳ, ເມືອງໜອງ ແຮດ, ເມືອງຄູນ, ເມືອງ ໝອກ, ເມືອງພູກູດ, ເມືອງຜາໄຊ ແລະ ເມືອງທ່າໂທມ. ທີ່​ວ່າການ​ແຂວງ​ແມ່ນ ​ເມືອງ​ແປກ.


ແຂວງ​ຊຽງ​ຂວາງ

ທົ່ງໄຫຫີນ: ທົ່ງໄຫຫີນ ຫ່າງຈາກຕົວເມືອງໂພນສະຫວັນ ປະມານ 8 ກິໂລແມັດ, ໄຫຫີນຕັ້ງຢູ່ໃນທົ່ງຫຍ້າທີ່ກ້ວາງ ແຕ່ລະໜ່ວຍມີຄວາມສູງ ປະມານ 2,5 ຫາ 3 ແມັດ ແລະ ມີທັງທມົດປະມານ 2 ຫາ 3 ພັນຫນ່ວຍ.





ທົ່ງໄຫຫີນ


 


 


 


 



  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    




Top