ແຂ​ວງ ສະຫວັນ​ນະ​ເຂດ


 ເນື້ອທີ: 21.774 ກິໂລຕາແມັດ
 ພົນລະເມືອງ: 1,037,553 ຄົນ, ຍີງ: 518,258 ຄົນ, ຊາຍ: 519,295 ຄົນ ແລະ ຄວາມໜາແໜ້ນ 45 ຄົນ/ກິໂລຕາແມັດ
 (ສະຖິຕິ ກາງປີ 2018)
 
 15 ເມືອງ: ​ເມືອງ​ໄຊ​ບູລີ,​ ເມືອງອຸທຸມພອນ,​ ເມືອງອາດ​ສະ​ພອນ,​ ເມືອງວິລະ​ບູລີ, ​ເມືອງອາດ​ສະພັງ​ທອງ, ​ເມືອງ​ພະ​ລານ​ໄຊ, ​ເມືອງເຊ​ໂປ​ນ,  ເມືອງພີນ, ​ເມືອງນອງ , ​ເມືອງໄຊ​ພູ​ທອງ, ​ເມືອງຊົນນະ​ບູລີ, ​ເມືອງຈຳ​ພອນ, ​ເມືອງສອງ​ຄອນ, ​ເມືອງທ່າ​ປາງ​ ທອງ ​ແລະ ​ ເມື​ອງໄກສອນພົມວິຫານ









ແຂວງ​​ສະຫວັນ​ນະ​ເຂດ

ຕັ້ງຢູ່​ພາກ​ກາງຂອງ​ປະ​ເທດ​ລາວ, ມີ​ເນື້ອທີ່ 21.774 ກິ​ໂລ​ແມັດ​ມົນທົນ​ ເປັນແຂ​ວງກ້ວາງ​ໃຫຍ່​ທີ່​ສຸດ ​ອານາ​ເຂດ​ທິດ​ເໜືອ ຕິ​ດກັບ ​ແຂ​ວງ ຄຳ​ມ່ວນ, ທິດ​ຕາ​ເວັນ​ອອກ​ ຕິດ​ກັບແຂ​ວງກວາງ​ຈິ ​ແລະ ​ແຂ​ວງກວາງ​ບິ່ງ (ສ.ສ. ຫວຽດນາມ) ທິດ​ໃຕ້ຕິດ​ກັບ ​ແຂ​ວງ ສາລະ​ວັນ, ທິດ​ຕາ​ເວັນ​ຕົກ​ຕິດ​ກັບ ​ແຂ​ວງ ມຸກດາ​ຫານ, ນະຄອນພະນົມ, ອຸບົນ​ລາດ​ສະ​ທາ​ນີ ​ແລະ ​ແຂ​ວງອຳນາດ​ຈະ​ເລີນ ( ປະ​ເທດ​ໄທ ) ​ໂດຍ​ມີ​ນ້ຳ​ຂອງຮ່ວມ​ເປັນ​ຊາຍ​ແດນ. ​ໃນ​ນັ້ນ​ເນື່ອທີ່​ປ່າ​ໄມ້​ກວມ 61,05 % ຂອງ​ເນື້ອ​ທີ່​ທັງໝົດປະກອບ​ໄປ​ດ້ວຍ​ປ່າດົງ​ດິບ,ປ່າ​ໂຄກ, ​ແລະ ປ່າ​ສະຫງວນ ຈຳນວນ 150.000 ​ເຮັກຕາ ຮ່ວມກັບ​ແຂ​ວງ ສະລະ​ວັນປ່າເລົ່ານັ້ນ ອຸດົມ​ສົມ​ບູນ ດ້ວຍ​ພຶດພັນ​ປ່າ​ໄມ້ ​ແລະ ຊີວະ​ນາໆພັນ. ມີ​ສາຍ​ນ້ຳຫຼາຍສາຍ​ໄຫຼລິນ​ຫຼໍ່ລ້ຽງຕະຫຼອດປີ​ເຊັ່ນ: ​ເຊບັ້ງ​ໄຟ 293 ກມ ​​ເຊິ່ງ​ເປັນ​ຊາຍ​ກັບ​ແຂ​ວງ ຄຳ​ມ່ວນ, ​ເຊບັ້ງຫຽງ 338 ກມ ( ມີ​ສາຂາ​ຄື: ​ເຊ​ໂປ​ນ,​ ເຊ​ລະ​ນອງ,​ ເຊ​ຈຳ​ພອນ,​ ເຊ​ຊັງ​ຊອຍ ​ແລະ ​ເຊບັ້ງນວນ ນອກ​ນັ້ນ ກໍ່​ມີ​ຫ້ວຍ ຮ່ອງຄອງ​ບຶງ​ອື່ນໆອີກ. ​ແຂ​ວງສະຫວັນ​ນະ​ເຂດ ປະກອບ​ມີ 15 ຕົວ​ເມືອງຄື: ​ເມືອງໄຊ​ບູລີ,​ ເມືອງອຸທຸມພອນ, ​ເມືອງອາດ​ສະ​ພອນ,​ ເມືອງວິລະ​ບູລີ, ​ເມືອງອາດ​ສະພັງ​ທອງ, ​ເມືອງ​ພະ​ລານ​ໄຊ, ​ເມືອງ ​ເຊ​ໂປ​ນ, ​ເມືອງພີນ, ​ເມືອງນອງ , ​ເມືອງໄຊ​ພູທອງ, ​ເມືອງຊົນນະ​ບູລີ, ​ເມືອງຈຳ​ພອນ, ​ເມືອງສອງ​ຄອນ, ​ເມືອງທ່າ​ປາງ​ທອງ ​ແລະ ​ເມື​ອງ​ໄກສອນ ພົມວິຫານ ​ເຊິ່ງ​ເປັນ​ເທດ​ສະບາ​ນ​ແຂ​ວງ. ປະ​ກອບ​ດ້ວຍ 11 ​ເຜົ່າ​ຄື: ລາວ, ຜູ້​ໄທ, ​ໄທ​ດຳ, ກະ ​ຕາງ, ມັງ​ກອງ, ຈາລີ, ລະ​ວາ, ສ່ວຍ, ປາ​ໂກະ, ກະ​ເລິງ ​ແລະ ຕະ​ໂອ້​ຍ. ມີ​ຊັບພະຍາກອນ​ແຮ່ທາດ ຫຼາຍປະ​ເພດ​ເຊັ່ນ: ​ເກືອ, ຫີນກາວ, ຫີນກຣານິດ, ທອງ​ແດງ, ​ເງິນ ​ແລະ ຄຳ ທີ່​​ເມື​ອງ ວິລະ​ບູລີ ​ເປັນຕົ້ນ. ປະຊາກອນ​ສ່ວນ​ຫຼາຍດຳລົງ​ຊີ​ວິດ​ຕາມ​ທົ່ງ​ພຽງອາ​ໃສ່​ອາຊີບ​ເຮັດ​ໄຮ່, ​ເຮັດສວນ ​ແລະ ຄ້າ​ຂາຍ​ເປັນຕົ້ນ.


ຂົວມິດຕະພາບ ລາວ-ໄທ ແຫ່ງທີ 2 ລະຫວ່າງ ແຂວງສະຫວັນນະເຂດ (ສປປ ລາວ) ແລະ ແຂວງມຸກດາຫານ ( ປະ​ເທດ​ໄທ ) ໄດ້ເປີດການນໍາໃຊ້ ໃນປີ 2007. ຂົວແຫ່ງນີ້ ມີສອງທາງແລ່ນລົດ ມີຄວາມຍາວ 1,600 ແມັດ ແລະ ກ້ວາງ 12 ແມັດ.









ພະທາດອິງຮັ່ງ



 ຂົວມິດຕະພາບລາວ-ໄທ ແຫ່ງທີ II




 




 




 





  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    






Top