ທ່ານ ເອດູອາຣໂດ ປາຊູເອລໂລ ລັດຖະມົນຕີ ກະຊວງ ສາທາລະນະສຸກ ກ່າວວ່າ: ໄລ່ເຖິງວັນນີ້, ການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ຄົບຮອບ 1 ປີ ເຮັດໃຫ້ ຊາວບຣາຊິນ ເສຍຊີວິດ 250.000 ຄົນ, ປັດຈຸບັນ ບຣາຊິນ ພວມຜະເຊີນກັບ ໄພອັນຕະລາຍ ຈາກເຊື້ອໂຄວິດ-19 ກາຍພັນ ຢ່າງຮຸນແຮງ ກວມເອົາ 3 ເທົ່າເທື່ອ.