ຂປລ. ແຫລ່ງໄຫຫີນ ແຂວງຊຽງຂວາງ-ທົ່ງໄຫຫີນ ທີ່ຮັບຮອງເຂົ້າເປັນມໍລະດົກໂລກ ທາງດ້ານວັດທະນະທໍາແຫ່ງທີ 3 ຂອງ ສປປ ລາວ ກວມເອົາທັງໝົດ 11 ແຫລ່ງໄຫຫີນ ໃນ 4 ເມືອງ ຂອງແຂວງຊຽງຂວາງ ຄື: ເມືອງແປກ, ເມືອງຜາໄຊ, ເມືອງຄຳ ແລະ ເມືອງພູກູດ. ແຫລ່ງໄຫຫີນດັ່ງກ່າວ ປະກອບ ມີ ແຫລ່ງໄຫຫີນ 1 ບ້ານນາໂອ, ແຫລ່ງໄຫຫີນ 2 ບ້ານນາໂຄ້, ແຫລ່ງໄຫຫີນ 3 ບ້ານຊຽງດີ, ແຫລ່ງໄຫຫີນ 8 ຫ້ວຍຫລວງ, ແຫລ່ງໄຫຫີນ 12 ບ້ານຜາແກ້ວ, ແຫລ່ງໄຫຫີນ 21 ພູເກັງ, ແຫລ່ງໄຫຫີນ 23 ບ້ານນໍ້າຮົ່ມ, ແຫລ່ງໄຫຫີນ 25 ບ້ານສອງຮັກ, ແຫລ່ງໄຫຫີນ 28 ບ້ານນາຄວນ, ແຫລ່ງໄຫຫີນ 42 ພູຊ້າງ ບ້ານຊາງ ແລະ ແຫລ່ງໄຫຫີນ 52 ບ້ານຜາແກ້ວ.